Home ຂ່າວພາຍໃນ ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການຂະຫຍາຍນໍ້າປະປາ ໃນຕົວເມືອງນ້ອຍ ໄລຍະ 3

ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການຂະຫຍາຍນໍ້າປະປາ ໃນຕົວເມືອງນ້ອຍ ໄລຍະ 3

0

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສົ່ງເສີມການ ຂະຫຍາຍນໍ້າປະປາ ໃນຕົວເມືອງນ້ອຍ ໄລຍະ 3 ຢູ່ ເມືອງພູຄູນ ແລະ ເມືອງຈອມເພັດ ແຂວງຫລວງພະບາງ ໄລຍະ 3 (SEWIT 3) ຈັດຂຶ້ນໃນວັນທີ 24 ກຸມພາ 2025 ຢູ່ກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ນາງ ພູວັນ ແສນບຸດຕະລາດ ຮັກສາການຫົວໜ້າກົມນໍ້າປະປາ ແລະ ທ່ານ ອາກໃນ ວົງໂຕແບລ໌ ຫົວໜ້າອົງການເກັດປະຈຳ ສປປ ລາວ ໂດຍມີ ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີຜູ້ຕາງໜ້າຈາກພາກສ່ວນກຽວຂ້ອງ ເຂົ້າຮ່ວມ.

ໂຄງການສົ່ງເສີມການຂະຫຍາຍນໍ້າປະປາ ໃນຕົວເມືອງນ້ອຍ ໄລຍະ 3 ຢູ່ ເມືອງພູຄູນ ແລະ ເມືອງຈອມເພັດ ແຂວງຫລວງພະບາງ (SEWIT3) ໄດ້ຮັບທຶນຊ່ວຍເຫລືອ ຈາກສະມາຄົມນໍ້າ ອີລເດີຝຣັ່ງ, ເຊດີຟ SEDIF (Syndicat des Eaux d’Ile de France) ຈໍານວນ 570.995 ໂອເຣີ ເຊິ່ງມີໜ້າວຽກຄື: ໜ້າວຽກກໍ່ສ້າງລະບົບໂຄງລ່າງພື້ນຖານນໍ້າປະປາ ຢູ່ເມືອງພູຄຸນ ປະກອບມີ: ກໍ່ ສ້າງຫົວງານ (ຝ່າຍເກັບນໍ້າ), ໂຮງງານຜະລິດນໍ້າປະປາ, ອ່າງສົ່ງນໍ້າໃສ, ອ່າງແຈກນໍ້າ(ອ່າງນໍ້າສູງ), ລະບົບເປົ້າສົ່ງນໍ້າ, ລະບົບໄຟຟ້າ ແລະ ລະບົບທໍ່ສົ່ງ ມີຄວາມຍາວປະມານ 14 ກິໂລແມັດ ແລະ ຕາຂ່າຍທໍ່ແຈກ ພາຍໃນບ້ານ ກວມເອົາ 3 ບ້ານຄື: ບ້ານແສນສີ, ບ້ານສາລາພູຄູນ ແລະ ບ້ານບັງກາໂລ ມີປະຊາກອນທັງໝົດ 3.386 ຄົນ, 639 ຄົວເຮືອນ, ຄາດຄະເນປະຊາກອນ ທັງໝົດໃນ 2 ພື້ນທີ່ ປະມານ 6.348 ຄົນ ຫລື 1.183 ຄົວເຮືອນ ສາມາດເຂົ້າເຖິງລະບົບນໍ້າປະປາ ພາຍຫລັງການກໍ່ສ້າງສໍາເລັດ; ໜ້າວຽກຂະ ຫຍາຍຕາຂ່າຍນໍ້າປະປາ ຈາກເທສະບານເມືອງຈອມເພັດ ຫາ ກຸ່ມນໍ້າຫລັງ ປະກອບມີ: ກໍ່ສ້າງອ່າງສົ່ງນໍ້າໃສ, ອ່າງແຈກນໍ້າ, ລະບົບນໍ້າສົ່ງນໍ້າ, ລະບົບໄຟຟ້າຄວບຄຸມອ່າງສົ່ງນໍ້າ ແລະ ລະບົບທໍ່ສົ່ງ ມີຄວາມ ຍາວປະມານ 15 ກິໂລແມັດ ແລະ ຕາຂ່າຍທີ່ແຈກພາຍໃນບ້ານ, ມີປະຊາກອນປະມານ 2.962 ຄົນ, 544 ຄົວເຮືອນ ສາມາດເຂົ້າເຖິງລະບົບນໍ້າປະປາ; ໜ້າວຽກການຝຶກອົບຮົມຄວາມສາມາດທາງດ້ານເຕັກນິກ ກ່ຽວກັບ ການຄຸ້ມຄອງວຽກກໍ່ສ້າງພາກສະໜາມ ແລະ ການສ້າງຕັ້ງໜ່ວຍບໍລິການນໍ້າປະປາ ສາຂາເມືອງພູຄູນ; ໜ້າວຽກການສຶກສາຂໍ້ມູນດ້ານເສດຖະກິດ-ສັງຄົມ ພາຍໃນ 2 ພື້ນທີ່ ເພື່ອນໍາມາວິເຄາະແຜນການສະໜັບສະໜູນການຕະຫລາດ, ການຕໍ່ນໍ້າເຂົ້າຄົວເຮືອນ ແລະ ເຜີຍແຜ່ວຽກງານນໍ້າປະປາ; ໜ້າວຽກການໂຄສະນາປະຊາສໍາພັນ, ປູກຈິດສໍານຶກ ແລະ ຝຶກອົບຮົມໃຫ້ປະຊາຊົນ ຢູ່ 2 ພື້ນທີ່ ເຂົ້າໃຈ ວຽກງານສຸຂະພິບານ ແລະ ການເຝົ້າລະວັງຄຸນນະພາບນໍ້າ.

ໂຄງການສົ່ງເສີມການຂະຫຍາຍນໍ້າປະປາ ໃນຕົວເມືອງນ້ອຍ ໄລຍະ 3 ຢູ່ ເມືອງພູຄູນ ແລະ ເມືອງຈອມເພັດ ແຂວງຫລວງພະບາງ (SEWIT 3) ເປັນໂຄງການໜຶ່ງ ທີ່ຕອບສະໜອງຕໍ່ຄວາມຮຽກ ຮ້ອງຕ້ອງການຂອງການພັດທະນາ ຂະແໜງນໍ້າປະປາ ແລະ ສຸຂະພິບານ ມີຄວາມໝັ້ນຄົງ ຕາມທິດສີ ຂຽວ ແລະ ຍືນຍົງ, ຮັບປະກັນການຈັດຕັ້ງປະຕິບັດໃຫ້ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ (Sustainable Development Goals-SDGs) ໃນປີ 2030 ໂດຍ ສະເພາະ SDG 6.1 ຮອດປີ 2030 ບັນລຸການເຂົ້າເຖິງນໍ້າປະປາທີ່ສະອາດ ໂດຍລາຄາບໍ່ແພງ ໃຫ້ທົ່ວເຖິງ ແລະ ເທົ່າທຽມກັນ.

ພາບ: ຂັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version