Home ຂ່າວພາຍໃນ ໄລ​ຍະ​ບຸນ​ກຸດ​ຈີນ 2025 ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ ​​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຂ້າມ​ຊາດ ​ເພີ່ມ​ຂຶ້ນ 49%

ໄລ​ຍະ​ບຸນ​ກຸດ​ຈີນ 2025 ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ ​​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຂ້າມ​ຊາດ ​ເພີ່ມ​ຂຶ້ນ 49%

0

ນັບ​ມາ​ຮອດ​ວັນ​ທີ 22 ກຸມ​ພາ​ນີ້, ການ​ຂົນ​ສົ່ງ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ 2025 ທີ່​ເປັນ​ໄລຍະ 40 ວັນ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ຈົບ​ງາມ. ວັນ​ທີ 23 ກຸມ​ພາ​ນີ້, ດ່ານກວດ​ຄົນ​ເຂົ້າ-ອອກ​ເມື​ອງ​ບໍ່​ຫານ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ: ​ການ​ຂົນ​ສົ່ງ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ, ຜູ້​ໂດຍ​ສານຂີ່​ລົດ​ໄຟ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ທີ່​ຜ່ານ​ດ່ານກວດ​ຄົນ​ເຂົ້າ-ອອກ​ເມືອງບໍ່​ຫານ ​ມີຫຼາຍກວ່າ 42.000 ເທື່ອ​ຄົນ, ເພີ່ມ​ຂຶ້ນ 49% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024.

ຍ້ອນ​ວ່າ​ການ​ຂົນ​ສົ່ງ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ປີ​ນີ້ ​ກົງກັບໄລຍະ​ນັກ​ສຶກ​ສາໃນ​ປະ​ເທດ​ອາ​ຊີ​ອາ​ຄະ​ເນ ​ພັກຮຽນ​ລະດູ​ໜາວ, ການ​ເປີດ​ສົກ​ຮຽນ​ລະ​ດູໃບ​ໄມ້​ປົ່ງ ແລະ ນັກ​ທ່ອງ​ທ່ຽວ​ໃນ​ປະ​ເທດອາ​ຊີ​ອາ​ຄະ​ເນ​ໄປ​ທ່ຽວ​ຕ່າງ​ປະ​ເທດ​ໃນ​ລະ​ດູ​ໜາວ, ບວກ​ກັບ​ຈີນ​ປະ​ຕິ​ບັດ​ນະ​ໂຍ​ບາຍຍົກ​ເວັ້ນ​ວິຊ່າ​ຕໍ່​ຄະ​ນະ​ທ່ອງ​ທ່ຽວ​ຂອງ​ປະ​ເທດ​​ສະ​ມາ​ຊິກອາ​ຊຽນ​ທີ່​ເຂົ້າ​ໄປ​ທ່ຽວ​ສິບ​ສອງ​ພັ່ນ​ນາ​ແຂວງ​ຢຸນ​ນານ​ຈີນ, ເຮັດໃຫ້ສາມາດ​​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​​ຈຳ​ນວນຫຼວງຫຼາຍໄປ​ທ່ຽວ​ຈີນ ​ເພື່ອ​ສຳ​ຜັດ​ກັບ​ບັນ​ຍາ​ກາດ​ການ​ສະ​ຫຼອງ​ບຸນ​ກຸດ​ຈີນ.

ຕາມ​ການ​ລາຍ​ງານ​ໃຫ້ຮູ້ວ່າ: ໃນ​ໄລ​ຍະ​​ດັ່ງ​ກ່າວ, ດ່ານ​ກວດ​ຄົນ​ເຂົ້າ-ອອກ​ເມືອງບໍ່​ຫານໄດ້ກວດ​ການັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດເຂົ້າ​-ອອກ​ເມືອງ​ລວມ​ທັງ​ໝົດຫຼາຍ​ກວ່າ 6.000 ​​ເທື່ອຄົນຈາກ 64 ປະ​ເທດ​ແລະ​ເຂດ​ແຄ້ວນ, ເພີ່ມ​ຂຶ້ນ 36% ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ທີ່ມາ: CMG

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version