ໃນວັນທີ 20 ກຸມພາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ບຣູໂນ ໂຣດຣີເກັສ ປາຣີຢາ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກູບາ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 20-21 ກຸມພາ 2025.
ໃນໂອກາດນີ້, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງນີ້ ຂອງ ສະຫາຍລັດຖະມົນຕີ ບຣູໂນ ໂຣດຣີເກັສ ປາຣີຢາ ແລະ ຄະນະ ເຊິ່ງຖືວ່າເປັນການຫວນຄືນກັບມາຢ້ຽມຢາມ ທີ່ມີຄວາມໝາຍຄວາມສໍາຄັນ, ແນໃສ່ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື່ອມາແຕ່ດົນນານຖານອ້າຍນ້ອງ ລະຫວ່າງ ລາວ-ກູບາ ໃຫ້ເຂົ້າສູ່ລວງເລິກຍິ່ງໆຂຶ້ນ.

ໃນການໂອ້ລົມ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຍິນດີທີ່ເຫັນວ່າ ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ, ກູບາ-ລາວ ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ສປປ ລາວ ແລະ ສ ກູບາ ເປັນປະເທດເພື່ອນມິດຍຸດທະສາດ, ມີການພົວພັນຖານ ອ້າຍນ້ອງ ແລະ ມີການຮ່ວມມືທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ; ການພົວພັນຮ່ວມມືທາງດ້ານການເມືອງຂອງສອງປະເທດ ແມ່ນຢູ່ໃນລະດັບດີເລີດ ແລະ ນັບມື້ໜັກແໜ້ນ, ມີການປະສານສົມທົບ, ຕິດຕໍ່ພົວພັນ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ພິເສດໃນປີ 2024 ທີ່ຜ່ານມາ, ສອງປະເທດ ໄດ້ຮ່ວມກັນສະເຫລີມສະຫລອງ ຄົບຮອບ 50 ປີ ວັນສ້າງຕັ້ງສາຍພົວພັນການທູດ ຢ່າງເປັນຂະບວນຝົດຟືນ; ການຮ່ວມມືດ້ານອື່ນໆຂອງສອງປະເທດ ສືບຕໍ່ເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ສອງຝ່າຍກໍ່ຊອກຫາວິທີທາງເພື່ອຮ່ວມມືກັນໃນຂະແໜງທີ່ມີທ່າແຮງ ເປັນຕົ້ນ ການສ້າງຊັບພະຍາກອນມະນຸດ, ການສຶກສາ ແລະ ກິລາ, ສາທາລະນະສຸກ, ກະສິກໍາ ແລະ ອື່ນໆ, ລວມເຖິງການສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ-ການຄ້າ ໃຫ້ມີທ່າກ້າວໄປຄຽງຄູ່ກັບການພົວພັນຮ່ວມມືທາງດ້ານການເມືອງ.
ໃນໂອກາດດຽວກັນນີ້, ສະຫາຍ ລັດຖະມົນຕີ ບຣູໂນ ໂຣດຣີເກັສ ປາຣີຢາ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງແຈ້ງໃຫ້ຊາບເຖິງຈຸດປະສົງ ແລະ ແຜນການເຄື່ອນໄຫວຢ້ຽມຢາມ ສປປ ລາວໃນຄັ້ງນີ້, ລວມເຖິງໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບຂອງກູບາ ໃນປັດຈຸບັນ ໂດຍຫຍໍ້. ພ້ອມກັນນີ້, ກໍໄດ້ສະແດງຄວາມເຫັນດີເປັນເອກະພາບ ຕໍ່ການຕີລາຄາການພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໂດຍໄດ້ຕີລາຄາສູງຕໍ່ການພົວພັນ ກູບາ-ລາວ ແລະ ທິດທາງການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງປະເທດໃນຕໍ່ໜ້າ ໂດຍສະເພາະແມ່ນທິດທາງໃນການຈັດຕັ້ງປະຕິບັດ ການຜັນຂະຫຍາຍການຮ່ວມມືແບບເພື່ອນມິດຍຸດທະສາດ ໃຫ້ເປັນແຜນປະຕິບັດງານເປັນຮູບປະທໍາຫລາຍຂຶ້ນ.
ໃນຕອນທ້າຍ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ອວຍພອນໃຫ້ ສະຫາຍ ລັດຖະມົນຕີ ບຣູໂນ ໂຣດຣີເກັສ ປາຣີຢາ ແລະ ຄະນະ ຈົ່ງປະສົບຜົນສໍາເລັດໃນການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພ້ອມທັງໄດ້ຝາກຄໍາຢື້ຢາມຖາມຂ່າວໄປຍັງ ສະຫາຍ ມີແກນ ດີເອັດສ-ກາແນນ ເບີມູເດັດສ ເລຂາທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ແຫ່ງ ສ ກູບາ ແລະ ເຊື້ອເຊີນເພີ່ນມາຢ້ຽມຢາມ ສປປ ລາວ ໃນເວລາອັນສະດວກ ແລະ ເໝາະສົມ.