ພິທີເປີດບຸນມະໂຫລານຍີ່ປຸ່ນ 2025 ເພື່ອສະເຫຼີມສະຫຼອງຄົບຮອບ 70 ປີ ແຫ່ງການສ້າງ ຕັ້ງສາຍພົວພັນການທູດລະຫວ່າງລາວ ແລະ ຍີ່ປຸ່ນ ຈັດຂຶ້ນວັນທີ 14-15 ກຸມພາ 2024 ຢູ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວວັດທະນາທຳ ແລະ ທ່ອງທ່ຽວ ທ່ານ ຊຶໂຕມຸ ໂຄອິຊຶມິ ເອກອັກຄະລາຊະທູດ ຍີ່ປຸ່ນປະຈຳລາວ ພ້ອມດ້ວຍບັນດາການນຳພັກ-ລັດ ແລະ ພາກສ່່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ບຸນມະໂຫລານຍີ່ປຸ່ນແມ່ນເທສະການຍີ່ປຸ່ນທີ່ໃຫຍ່ທີ່ສຸດໃນປະເທດລາວ ເຊິ່ງຈັດຂຶ້ນທຸກໆ 2 ປີ ຫຼື 3 ປີ ໂດຍເລີ່ມມາແຕ່ປີ 2011 ຜ່ານມາ ເຊິ່ງງານປີນີ້ມີນັກສະແດງເທິງເວທີ ແລະ ກິດຈະກໍາທີ່ຫຼາກຫຼາຍ ສຳລັບວັນທີ 14 ກຸມພາ ໄດ້ເລີ່ມຕົ້ນການສະແດງເຕັ້ນໂດຍຜ່ານເລື່ອງລາວ Dance Company ທີ່ສ້າງຕັ້ງໂດຍນັກເຕັ້ນຜູ້ມີຊື່ສຽງ 2 ຄົນຄື C-LII ຈາກປະເທດລາວ ແລະ Asako ຈາກປະເທດຍີ່ປຸ່ນ ແລະ ອຸກົງ ທາກາຟູຈິ ນັກຟ້ອນພື້ນເມືອງຍີ່ປຸ່ນທີ່ມີຊື່ສຽງລະດັບໂລກນໍາເອົາການສະແດງສົດ Shishimai (ລະບໍາສິງໂຕ) ສຸດອະລັງການມາໃຫ້ແຂກໄດ້ຮັບຊົມ ໄດ້ມີນັກຮ້ອງເພງປ້ອບຈາກຍີ່ປຸ່ນ krage ມາປະກົດຕົວເປັນຄັ້ງທໍາອິດທີ່ປະເທດລາວນຳອີກ ພ້ອມກັບຄວາມສາມາດໃນການແຕ່ງເພງ ແລະ ການສະແດງທີ່ເປັນເລີດ ໃນວັນທີ 15 ກຸມພາຜ່ານມາ ການສະແດງຂອງທີມ “Matsuri” (ເທສະການ) ທີ່ລວມມີນັກຮຽນປະຖົມ ແລະ ມັດທະຍົມ ໄດ້ມາສະແດງຄວາມສາມາດທາງດົນຕີ ເຊັ່ນ: ການເຕັ້ນ ແລະ ສິລະປະປ້ອງກັນຕົວ ພ້ອມນີ້ໂມລິ ຊູຊຸກິ (Mohri Suzuki) ໜຶ່ງໃນນັກຂຽນຕົວອັກສອນທີ່ມີອະນາຄົດໄກທີ່ສຸດຂອງຍີ່ປຸ່ນ ກໍໄດ້ມາເປີດຕົວຄັ້ງທໍາອິດໃນລາວກັບການສະແດງຂຽນຕົວອັກສອນອັນຊົງພະລັງດ້ວຍຈິດວິນຍານທີ່ວ່າ “ຖ້າຈິດໃຈຖືກຕ້ອງ ແປງກໍຍ່ອມຖືກຕ້ອງ” ແລະ ພາຍໃນງານຍັງມີການເປີດຮ້ານວາງສະແດງ ກິດຈະກໍາວັດທະນະທໍາ ເທສະການອາຫານຍີ່ປຸ່ນ ແລະ ອື່ນໆ.
ທ່ານ ຊຶໂຕມຸ ໂຄອິຊຶມິ ກ່າວວ່າ: ສາຍພົວພັນການທູດລະຫວ່າງຍີ່ປຸ່ນ ແລະ ລາວ ສ້າງຕັ້ງຂຶ້ນໃນວັນທີ 5 ມີນາ 1955 ຕະຫຼອດ 7 ທົດສະວັດທີ່ຜ່ານມາ ສາຍພົວພັນສອງຊາດເຮົາໄດ້ຂະຫຍາຍຕົວຢ່າງໝັ້ນຄົງໂດຍໄດ້ບັນລຸຂີດໝາຍສໍາຄັນໃນຫຼາກຫຼາຍຂົງເຂດຢ່າງກວ້າງຂວາງ ລວມທັງການ ຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການລົງທຶນ ແລະ ການ ແລກປ່ຽນດ້ານບຸກຄົນ ແລະ ວັດທະນະທໍາ ເພື່ອສືບຕໍ່ຄວາມກ້າວໜ້າອັນພົ້ນເດັ່ນນີ້ ໃນເດືອນມັງກອນທີ່ຜ່ານມາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ອິຊີບະ ຊິເງລຸ ນາຍົກລັດ ຖະມົນຕີຍີ່ປຸ່ນ ໄດ້ຕົກລົງ ເຫັນດີຍົກລະດັບສາຍພົວພັນລະຫວ່າງຍີ່ປຸ່ນ ແລະ ລາວເປັນ “ຄູ່ຮ່ວມ ຍຸດທະສາດຮອບດ້ານ” ຍີ່ປຸ່ນຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບລາວເພື່ອສົ່ງເສີມຄວາມພະຍາຍາມໃນ ຫຼາຍດ້ານ ແລະ ການຮ່ວມມືທີ່ຍືນຍາວຂອງພວກເຮົາ ເພື່ອເນັ້ນຢໍ້າເຖິງມິດຕະພາບ ແລະ ການຮ່ວມ ມືທີ່ຍືນຍາວຂອງພວກເຮົາ.
ຂ່າວແຈ້ງຕື່ມອີກວ່າ: ໃນອາທິດດຽວກັນ ທີ່ເຮືອນພັກເອກອັກຄະລາຊະທູດຍີ່ປຸ່ນ ປະຈຳນະຄອນຫຼວຽງຈັນ ໄດ້ຈັດໃຫ້ມີການສະເຫຼີມສະຫຼອງວັນເກີດສົມເດັດພະເຈົ້າຈັກກະພັດແຫ່ງຍີ່ປຸ່ນ ນາຣຸຮີໂຕະ ຄົບຮອບ 65 ປີ ແລະ ສະເຫຼີມສະຫຼອງຄົບຮອບ 70 ປີແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ຍີ່ປຸ່ນຂຶ້ນໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ປະທານ ສະມາຄົມມິດຕະພາບລາວ-ຍີ່ປຸ່ນ ພ້ອມດ້ວຍແຂກຖືກເຊີນພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.