ຫຼາຍສິບປີຜ່ານມາ, ບ້ານສະພັງເໜືອ ເມືອງມູນລະປາໂມກ ແຂວງຈໍາປາສັກ ມີຄອບຄົວຈໍານວນໜຶ່ງ ເຮັດອາຊີບຜະລິດເສັ້ນເຝີ ແລະ ແຜ່ນແໜມຂາຍພາຍໃນບ້ານ ເພື່ອລ້ຽງຄອບຄົວ. ການຜະລິດໃນສະໄໝນັ້ນ,ແມ່ນຜະລິດພໍໃຜພໍລາວ, ເຮັດຕາມມີຕາມເກີດ ຕາມເຫື່ອແຮງ ແລະ ທຶນຮອນທີ່ມີ. ບໍ່ມີແຜນການ ບໍ່ທັນໄດ້ເອົາໃຈໃສ່ຕໍ່ຫຼັກການອະນາໄມເທົ່າທີ່ຄວນ.
ພາຍຫຼັງທີ່ພັກ ແລະ ລັດ ມີແນວທາງສົ່ງເສີມຜູ້ຜະລິດນ້ອຍແບບຄອບຄົວ ເພື່ອຜະລິດເປັນສິນຄ້າ. ປີ 2017 ຫ້ອງການສະຫະພັນແມ່ຍິງເມືອງມູນລະປາໂມກ ຈຶ່ງມາຈັດຕັ້ງກອງທຶນສິນເຊື່ອຂຶ້ນ ເພື່ອນໍາເອົາທຶນມາໃຫ້ຄອບຄົວຜູ້ຜະລິດກູ້ຢືມ ຂະຫຍາຍການຜະລິດ ຈໍານວນ 20 ຄອບຄົວ ເປັນເງິນທັງໝົດ 11,587,000 ກີບ. 2-3 ປີຕໍ່ມາ, ເຫັນວ່າການຜະລິດຂະຫຍາຍຕົວດີຂຶ້ນ ສະຫະພັນແມ່ຍິງແຂວງຈໍາປາສັກ ຈຶ່ງໃຫ້ທຶນສົມທົບ 3 ຄັ້ງ ເປັນເງິນ 78 ລ້ານກີບ ບວກໃສ່ດອກເບ້ຍຫັກເຂົ້າຄັງໃນແຕ່ລະປີ 21,520,000 ກີບ, ລວມທຶນທັງໝົດ 111,107,000 ກີບ; ແລະ ແບ່ງໃຫ້ແຕ່ລະຄອບຄົວກູ້ຢືມຕາມຄວາມສາມາດຕົວຈິງຂອງແຕ່ລະຄອບຄົວ.
ຜ່ານການຜະລິດມາຫຼາຍຟ້າຫຼາຍປີ ມາຮອດປີ 2021 ບາງຄອບຄົວໄດ້ນໍາໃຊ້ກົນຈັກເຂົ້າຊ່ວຍ ເຮັດໃຫ້ຜະລິດຕະພັນເສັ້ນເຝີ-ແຜ່ນແໜມ ມີປະລິມານເພີ່ມຂຶ້ນ. ຈາກເມື່ອກ່ອນໝົດກຸ່ມ ມີຈໍານວນ 5 ຄອບຄົວ ຜະລິດເສັ້ນເຝີ ໄດ້ 600 ກວ່າກິໂລຕໍ່ເດືອນ ແຕ່ດຽວນີ້ ໄດ້ 3,000 ກວ່າກິໂລຕໍ່ເດືອນ. ເຮັດໃຫ້ສິນຄ້າເປັນທີ່ຍອມຮັບຈາກລູກຄ້າ ກໍຄື ສັງຄົມພາຍໃນເມືອງ ແລະ ແຂວງ ນັບມື້ນັບກວ້າງອອກ. ເວລາຕໍ່ມາ ພະແນກອຸດສາຫະກໍາການຄ້າເມືອງຈຶ່ງໄດ້ລົງມາສົມທົບຊຸກຍູ້ກຸ່ມຜູ້ຜະລິດດັ່ງກ່າວ ປັບປຸງຂອດການຜະລິດ, ຫຼັກການອະນາໄມ, ການຫຸ້ມຫໍ່ ເພື່ອໃຫ້ໄດ້ມາດຕະຖານ. ສ້າງກົນໄກການຜະລິດທີ່ເປັນຕ່ອງໂສ້, ສ້າງຕັ້ງກຸ່ມຜະລິດເຂົ້າຈ້າວ ສະໜອງງົບປະມານຈຳນວນໜຶ່ງ ເພື່ອສ້າງລະບົບຊົນລະປະທານໃຫ້ກຸ່ມຜະລິດເຂົ້າສະໜອງໃຫ້ກຸ່ມຜະລິດເສັ້ນເຝີ-ແຜ່ນແໜມ ມີວັດຖຸດິບປົກກະຕິ.

ທ່ານ ນາງ ຄໍາຫວັນ ວົງວິໄລສັກ ປະທານກຸ່ມການຜະລິດເສັ້ນເຝີ-ແຜ່ນແໜມ ເປັນສິນຄ້າ ບ້ານສະພັງເໜືອ ເມືອງມຸນລະປາໂມກ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ກຸ່ມໄດ້ຮັບການສ້າງຕັ້ງຂຶ້ນ ແລະ ຮັບຮອງເປັນທາງການ ໃນເດືອນກັນຍາ ປີ 2024 ມີສະມາຊິກທັງໝົດ 20 ຄອບຄົວ ຊຶ່ງປະກອບມີປະທານກຸ່ມຜະລິດ 1 ທ່ານ, ຮອງປະທານກຸ່ມຜະລິດ 2 ທ່ານ, ຄະນະຮັບຜິດຊອບການຕະຫຼາດ 1 ທ່ານ, ຄະນະຮັບຜິດຊອບບັນຊີ 1 ທ່ານ, ແບ່ງອອກເປັນຈຸຜະລິດເສັ້ນເຝີ 5 ຄອບຄົວ ແລະ ຈຸຜະລິດແຜ່ນແໜມ 15 ຄອບຄົວ.
ເວົ້າເຖິງການຜະລິດ ແລະ ຈໍາໜ່າຍເສັ້ນເຝີ-ແຜ່ນແໜມຂອງສະມາຊິກພາຍໃນກຸ່ມ ຄອບຄົວໜຶ່ງສາມາດຜະລິດໄດ້ 50-80 ກິໂລຕໍ່ມື້ ຖ້າຂາຍຍົກ ໂລໜຶ່ງ 27,000 ກີບ, ຖ້າຂາຍຍ່ອຍ ກິໂລໜຶ່ງ 30,000 ກີບ. ສ່ວນການຜະລິດແຜ່ນແໜມ ຄອບຄົວໜຶ່ງສາມາດຜະລິດໄດ້ 500 ແຜ່ນຕໍ່ມື້ ຂາຍ 12 ແຜ່ນ ຕໍ່ 10,000 ກີບ.ຄອບຄົວທີ່ມີກົນຈັກສາມາດຜະລິດໄດ້ ມື້ໜຶ່ງ 400 ກວ່າໂລ (ສອງມື້ໃດໄດ້ສົ່ງໄປຈໍາໜ່າຍເທື່ອໜຶ່ງ) ການຈຳໜ່າຍ ແມ່ນໄດ້ສົ່ງຕາມທ້ອງຕະຫຼາດ, ຮ້ານຄ້າຕ່າງໆພາຍໃນ, ຕ່າງເມືອງ ແລະ ຕ່າງແຂວງ.
ຜ່ານການ ດຳເນີນການຜະລິດໃນປີຜ່ານມາ, ກຸ່ມຜະລິດເສັ້ນເຝີ ແລະ ແຜ່ນແໜມ ບ້ານສະພັງເໜືອ ພວກເຮົາສາມາດສ້າງມູນຄ່າການຊື້, ຂາຍ ຜະລິດຕະພັນໄດ້ທັງໝົດ 815,805,000 ກີບ, ມີລາຍຮັບຈາກການຂາຍເປັນເງິນເຂົ້າສູ່ກຸ່ມຜະລິດໄດ້ທັງໝົດ 241,804,000 ກີບ, ສະເລ່ຍລາຍຮັບໃສ່ຄອບຄົວພາຍໃນກຸ່ມຜະລິດເສັ້ນເຝີ, ແຜ່ນແໜມ ໄດ້ 12,090,000 ກີບ ຕໍ່ຄອບຄົວ ຕໍ່ປີ.
ຍ້ອນຜະລິດຕະພັນເປັນທີ່ຍອມຮັບຂອງສັງຄົມ ມາຮອດຕົ້ນປີ 2024 ທາງຫ້ອງການອຸດສາຫະກຳ ແລະ ການຄ້າເມືອງມຸນລະປາໂມກ ແຂວງຈໍາປາສັກ ຈຶ່ງໄດ້ປະກາດຮັບຮອງ ຕິດກາໝາຍເປັນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ. ອັນນີ້ກໍເປັນເງື່ອນໄຂໜຶ່ງທີ່ໜ້າພາກພູມໃຈ ແລະ ຖືເປັນການຢັ້ງຢືນເຖິງມາດຕະ ຖານ, ຄວາມບຸກບືນພະຍາຍາມ ຊຶ່ງຈະກາຍເປັນແຮງຍູ້ດັນ ເພື່ອເຮັດໃຫ້ກຸ່ມຜະລິດຂອງພວກເຮົາສືບຕໍ່ຮັກສາມາດຕະຖານ ແລະ ພັດທະນາຜະລິດຕະພັນໃຫ້ນັບມື້ນັບກ້າວຂຶ້ນເລື້ອຍໆ.
ໂດຍ: ວັນໄຊ ຕະວິນຍານ