Home ບຸນປະເພນີ ໄຂງານນະມັດສະການຜາສາຫີນວັດພູຈໍາປາສັກ ມໍລະດົກໂລກແຫ່ງທີ II ປະຈໍາປີ 2025 ຢ່າງຄຶກຄື້ນມ່ວນຊື່ນ

ໄຂງານນະມັດສະການຜາສາຫີນວັດພູຈໍາປາສັກ ມໍລະດົກໂລກແຫ່ງທີ II ປະຈໍາປີ 2025 ຢ່າງຄຶກຄື້ນມ່ວນຊື່ນ

0

ພິທີໄຂງານນະມັດສະການຜາສາຫີນວັດພູຈໍາປາສັກ ມໍລະດົກໂລກແຫ່ງທີ II ປະຈໍາປີ 2025 ຢ່າງເປັນທາງການ ຈັດຂຶ້ນໃນຕອນຄໍ່າວັນທີ 10 ກຸມພາ 2025 ໂດຍມີ ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ອາລຸນໄຊ ສູນນະລາດ, ເຈົ້າແຂວງຈໍາປາສັກ, ພ້ອມດ້ວຍການນໍາພັກ-ລັດ ຈາກສູນກາງ ແລະ ທ້ອງຖິ່ນ, ພ້ອມດ້ວຍນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ແລະ ມວນຊົນຊາວແຂວງຈໍາປາສັກ ຈໍານວນຫລວງຫລາຍ.

ງານບຸນນະມັດສະການ ຜາສາດຫີນວັດພູ ແມ່ນຈັດຂຶ້ນໃນທຸກໆ ປີ ເຊິ່ງປີນີ້ຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 10-12 ກຸມພານີ້, ເຊິ່ງສະຖານທີ່ດັ່ງກ່າວ ເປັນແຫຼ່ງອະລິຍະທຳບຸຮານທີ່ເກົ່າແກ່ ແລະ ໄດ້ຖືກຈົດທະບຽນຮັບຮອງເຂົ້າເປັນມໍລະດົກໂລກ ໃນຄັ້ງວັນທີ 16 ທັນວາ 2001 ໂດຍອົງການ UNESCO, ເປັນສະຖານທີ່ມີຄຸນຄ່າທາງດ້ານປະຫວັດສາດ ແລະ ວັດທະນະທຳຂອງຊາດລາວເຮົາ ມາແຕ່ສະໄໝບຸນຮານນະການ.

ສະຖານທີ່ມໍລະດົກໂລກວັດພູຈຳປາສັກແຫ່ງນີ້ ແມ່ນໄດ້ ຖືກສ້າງຂຶ້ນໃນລະຫວ່າງສະຕະວັດທີ 5 ແຫ່ງຄິດຕະສັກກະຫຼາດ ເຊິ່ງໄດ້ມີການສືບຕໍ່ບູລະນະປະຕິສັງຂອນ ແລະ ຈັດງານສັກກາລະບູຊາມາໃນແຕ່ລະໄລຍະ ຈິ່ງໄດ້ຄ່ອຍປັບປ່ຽນມາເປັນງານບຸນສໍາຄັນທາງດ້ານພະພຸດທະສາສະໜາ ໂດຍເປັນວັນມາຄະບູຊາ ບຸນນະມັດສະການ ຜາສາດຫີນວັດພູຈຳປາສັກ ຈົນຮອດປັດຈຸບັນນີ້.

ໃນພິທີໄຂງານໃນປີນີ້ ໄດ້ຈັດໃຫ້ມີການສະແດງໂດຣນປະກອບພາບ ຕົວອັກສອນ ແສງ, ສີ, ສຽງ ແລະ ການຍິງດອກພຸໄຟ ຈໍານວນຫລາຍຢ່າງສວຍງາມ. ໃນນີ້ ສໍາລັບການບິນໂດຣນຊຸດທີ 1 ຈໍານວນ 100 ລໍາ ໄດ້ບັນຍາຍກ່ຽວກັບທີ່ຕັ້ງຂອງເມືອງຈຳປາສັກ. ບິນໂດຣນ ຊຸດທີ 2 ຈໍານວນ 200 ລໍາ ບັນຍາຍກ່ຽວກັບການສ້າງຕົວເມືອງ ແລະ ສ້າງສາສະນະ ສະຖານຂອງຮີນດູ. ບິນໂດຣນ ຊຸດທີ 3 ຈໍານວນ 200 ລໍາ ບັນຍາຍກ່ຽວກັບ ຈອມພູເກົ້າ ແຮງບັນດານໃຈເຖິງສັດທາອັນແຮງກ້າ ແລະ ຄວາມເຊື່ອໃນສາສະໜາຮີນດູ. ນອກຈາກນີ້, ຍັງການສະແດງລະຄອນຢ້ອນຍຸກ ກ່ຽວກັບຮັກ 3 ເສົ້າ ທ້າວບາຈຽງ – ນາງມະໂລງ, ໄຂ ປິດສະໜາການກໍ່ສ້າງຜາສາດຫີນວັດພູ ແລະ ນາງ ສີດາຍອດຍິງຜູ້ເສຍສະຫຼະ.

ຕະຫລອດໄລຍະເວລາຈັດງານ, ນັກທ່ອງທ່ຽວສາມາດທ່ຽວຊົມວັດພູຈໍາປາສັກ ມໍລະດົກໂລກ, ມີຕະຫຼາດຢ້ອນຍຸກ ຕິດພັນກັບການນຸ່ງຖືທີ່ບົ່ງບອກເຖິງປະຫວັດສາດຄວາມເປັນມາແຫ່ງການກຳເນີດຂອງວັດພູຈຳປາສັກ ເຊິ່ງໃຫ້ປະຊາຊົນບ້ານທາງຄົບ ແລະ ບ້ານໜອງສະ ເຂົ້າມາຮ່ວມຂາຍເຄື່ອງໂດຍບໍ່ເສຍຄ່າເຊົ່າ, ມີການຈັດສັນຕະຫຼາດວາງສະ ແດງ ແລະ ຈໍາໜ່າຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນຂອງ 9 ເມືອງ, 1 ນະຄອນ, ສິນຄ້າທົ່ວໄປ, ອາຫານ ແລະ ເຄື່ອງດື່ມຕ່າງໆ, ການແຂ່ງຂັນກິລາພື້ນເມືອງ ເຊັ່ນ: ກິລາປິນເສົາເອົາລາງວັນ, ກິລາກ໊ອບຊາວບ້ານ ແລະ ກິລາແລ່ນກະເປົ໋າ, ການໃສ່ບາດຖວາຍສັງຄະທານ ແດ່ພະສົງ, ພິທີວຽນທຽນ ເນື່ອງໃນວັນມາຄະບູຊາ ແລະ ອື່ນໆ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version