Home ຂ່າວໜ້າໜຶ່ງ ປະທານສະພາສູງ ແຫ່ງ ຣາຊະອານາຈັກກຳປູເຈຍ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ປະທານສະພາສູງ ແຫ່ງ ຣາຊະອານາຈັກກຳປູເຈຍ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

0

ໃນວັນທີ 6 ກຸມພາ 2025 ນີ້, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ປະທານສະພາສູງ ແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ຄະນະໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ, ນະຄອນຫລວງວຽງຈັນ ເພື່ອຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 6-7 ກຸມພາ 2025, ຕາມຄຳເຊື້ອເຊີນຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໂດຍມີທ່ານ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ ທີ່ສະໜາມບິນສາກົນວັດໄຕ, ນະ ຄອນຫລວງວຽງຈັນ.

ການຢ້ຽມຢາມ ສປປ ລາວ ຂອງສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ໃນຄັ້ງນີ້, ເປັນການນໍາເອົາໄມຕີຈິດມິດຕະພາບ ແລະ ຄວາມສາມັກຄີຮັກແພງຖານບ້ານໃກ້ເຮືອນຄຽງ, ບ້ານແກ່ວເມືອງດອງທີ່ດີງາມ ມາສູ່ປະຊາຊົນລາວ, ທັງເປັນການປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ລາວ-ກຳປູເຈຍ ໃຫ້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ.

ໂອກາດນີ້, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ໄດ້ໄປວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ ນຳພາໂດຍ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດລາວ ແລະ ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດຄະນະ. ຈາກນັ້ນ, ກໍໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະ ຢູ່ຫໍສະພາແຫ່ງຊາດ.

ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ແລະ ທ່ານ ໄຊສົມພອນ ພົມວິຫານ ພ້ອມດ້ວຍຄະນະ ໄດ້ດຳເນີນການພົບປະເປັນທາງການ ທີ່ຫໍສະພາແຫ່ງຊາດ ເພື່ອພ້ອມກັນທົບທວນຄືນການພົວພັນຮ່ວມມືສອງຝ່າຍ, ພ້ອມທັງກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ແລະ ແລກປ່ຽນບັນດາບາງທັດສະນະ ທັງພາກພື້ນ ແລະ ສາກົນ. ໃນການພົບປະຄັ້ງນີ້, ປະທານສະພາແຫ່ງຊາດລາວ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການເປັນຄັ້ງທຳອິດ ຂອງສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ໃນນາມທີ່ເປັນປະທານສະພາສູງ ແຫ່ງ ຣາຊະອານາຈັກກຳປູເຈຍ, ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນສຳເລັດອັນໃຫຍ່ຫລວງໃນຫລາຍດ້ານ ທີ່ປະຊາຊົນກໍາປູເຈຍ ຍາດມາໄດ້ໃນໄລຍະຜ່ານມາ ອັນໄດ້ເຮັດໃຫ້ຣາຊະອານາຈັກກໍາປູເຈຍ ມີສະຖຽນລະພາບດ້ານການ ເມືອງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປົວ ແປງດີຂຶ້ນເປັນກ້າວໆ, ບົດບາດອິດທິພົນຂອງກໍາປູເຈຍ ນັບມື້ນັບໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ໂອກາດນີ້, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ໄດ້ສະແດງຄວາມພາກພູມໃຈ ທີ່ໄດ້ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງທໍາອິດ ພາຍຫລັງໄດ້ຮັບການເລືອກຕັ້ງເປັນປະທານສະພາສູງ ແຫ່ງ ຣາຊະອາະອານາຈັກກຳປູເຈຍ ໃນປີ 2024, ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດ ກໍຄື ລະຫວ່າງສອງອົງການິຕິບັນຍັດ ກຳປູເຈຍ-ລາວ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ເຊິ່ງສະແດງອອກໃນການແລກປ່ຽນຄະນະຜູ້ແທນຂັ້ນສູງສຸດ ແລະ ຂັ້ນຕ່າງໆນຳກັນຢ່າງເປັນປົກ ກະຕິ; ບັນດາຂະແໜງການຕ່າງໆຂອງສອງປະເທດ ກໍມີການພົວພັນຮ່ວມມື ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ໂດຍລົງນາມສັນຍາ, ບົດບັນທຶກ ແລະ ນິຕິກໍາຕ່າງໆຮ່ວມກັນ ທາງດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ-ການລົງທຶນ, ພະລັງງານ, ການສຶກສາ-ກິລາ, ການທ່ອງທ່ຽວ ແລະ ອື່ນໆ.

ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີງາມ, ສະໜິດສະໜົມ ລະຫວ່າງສອງປະເທດ ກໍຄື ລະຫວ່າງ ສອງອົງການນິຕິບັນຍັດຂອງສອງປະເທດ ໂດຍໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍ ເນືື້ອໃນຈິດໃຈຂອງບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ທີ່ສອງອົງການນິຕິບັນຍັດ ລາວ-ກຳປູ ເຈຍ ໄດ້ລົງນາມຮ່ວມກັນ ເປັນຕົ້ນ ແມ່ນການແລກປ່ຽນຢ້ຽມຢາມຂອງການນຳຂັ້ນຕ່າງໆ ທີ່ຕິດພັນກັບການແລກປ່ຽນບົດຮຽນ ປະສົບການທີ່ດີໃນການປະຕິບັດພາລະບົດບາດດ້ານນິຕິບັນຍັດ; ສອງຝ່າຍໄດ້ສົ່ງສານອວຍພອນ, ສານຊົມເຊີຍ ແລະ ສານຂອບໃຈ ເຊິ່ງກັນ ແລະ ກັນ ເນື່ອງໃນໂອກາດສຳຄັນຕ່າງໆຢ່າງເປັນປົກກະຕິ; ພ້ອມທັງໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນ ເວທີກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ (AIPA), ສະຫະພັນລັດຖະສະພາສາກົນ (IPU), ສະມັດຊາລັດຖະສະພາທີ່ໃຊ້ພາສາຝຣັ່ງ (APF) ແລະ ອື່ນໆ.

ໃນການຢ້ຽມ ສປປ ລາວ ຢ່າງເປັນທາງການຄັ້ງນີ້, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ຍັງພົບປະກັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ຮ່ວມກັບ ທ່ານ ໄຊສົມພອນ ພົມວິຫານ ປູກຕົ້ນໄມ້ຢູ່ທີ່ຂ້າງອາຄານຫໍສະພາແຫ່ງຊາດລາວ, ເຂົ້າຮ່ວມພິທີບາສີສູ່ ຂວັນ ແລະ ງານລ້ຽງຕ້ອນຮັບ ຈັດໂດຍ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version