Home ຂ່າວຕ່າງປະເທດ ອິດສະຣາແອນ ເລັ່ງບູລະນະການເອໄອ ໃນລະບົບການສຶກສາ

ອິດສະຣາແອນ ເລັ່ງບູລະນະການເອໄອ ໃນລະບົບການສຶກສາ

0

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງ ສຶກສາທິການ ຂອງ ອິດສະຣາແອນປະກາດແຜນ ບູລະນະການ ປັນຍາທຽມ ເອໄອ (AI) ໃນລະບົບ ການສຶກສາ ຂອງ ປະເທດ ໂດຍແຜນການນີ້ ໄດ້ອອກແບບມາ ສຳລັບ ນັກຮຽນ ຕັ້ງແຕ່ ຊັ້ນປະຖົມສຶກສາ ປີທີ 6 ໂດຍຄວບຄຸມ ການອົບຮົມຄູ, ການພັດທະນາ ເນື້ອໃນ ທີ່ ປັບປຸງໃໝ່ ແລະ ການນໍາເຄື່ອງມືປັນຍາທຽມ ສະເພາະວຽກງານ ດັ່ງກ່າວ ເຂົ້າມາໃຊ້ ໃນຫ້ອງຮຽນ.

ໂດຍເຄື່ອງມື ປັນຍາທຽມ ທີ່ ຖຶກນໍາມາໃຊ້ ໄດ້ແກ່: ບອດຝຶກອົບຮົມ ສຳລັບ ປັນຍາທຽມ ພື້ນຖານ ແຊດບອດ ທີ່ ຂັບເຄື່ອນດ້ວຍ ເຈມີໄນ (Gemini) ຂອງ ກູເກີລ, ແພລດຟອມເມຈິກສະຄູນ (MagicSchool) ເພື່ອວາງແຜນ ບົດຮຽນ ແລະ ການປະເມີນຜົນ ນັກຮຽນ.

ນອກນັ້ນ, ກະຊວງດັ່ງກ່າວ ຍັງຮ່ວມມືກັບ ບໍລິສັດ ເຕັກໂນໂລຊີຂັ້ນສູງ ຫລາຍກວ່າ 400 ແຫ່ງ ໃນການຝຶກອົບຮົມ ປະມານ 3.000 ຄົນ ເພື່ອຈະເຂົ້າມາຊ່ວຍ ໃນການ ສະໜັບສະໜູນ ໂຮງຮຽນ ໃນດ້ານ ການນຳໃຊ້ ເຕັກໂນໂລຊີໃໝ່ ເພື່ອພັດທະນາ ການຮຽນ-ການສອນ. ໃນຂະນະດຽວກັນ, ອິດສະຣາແອນ ຍັງວາງແຜນຈັດການ ສຳມະນາອອນລາຍ ເພື່ອເສີມຄວາມຮູ້ ດ້ານປັນຍາທຽມ ໃຫ້ແກ່ຄູ ຈຳນວນ 70.000 ຄົນ ອີກດ້ວຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version