Home ຂ່າວພາຍໃນ ສປປ ລາວ ຍັງສືບຕໍ່ຄໍ້າປະກັນປະກັນສະບຽງອາຫານ ໄດ້ຢ່າງພຽງພໍ

ສປປ ລາວ ຍັງສືບຕໍ່ຄໍ້າປະກັນປະກັນສະບຽງອາຫານ ໄດ້ຢ່າງພຽງພໍ

0

ໃນປີ 2024 ຜ່ານມາ, ເຖິງວ່າປະເທດເຮົາ ມີຫຼາຍປັດໄຈທີ່ກະທົບຕໍ່ການຜະລິດ ໂດຍສະເພາະແມ່ນສະພາບເສດຖະກິດມີການປ່ຽນແປງ, ລາຄາສິນຄ້າຂອງປັດໄຈການຜະລິດທີ່ນໍາເຂົ້າຈາກຕ່າງປະເທດສູງ ເຮັດໃຫ້ການຜະລິດກະສິກຳຂອງລາວເຮົາໄດ້ຮັບຜົນກະທົບ; ເຖິງຢ່າງໃດກໍຕາມ, ກະຊວງກະສິກຳ ແລະ ປ່າໄມ້ (ກປ) ໄດ້ເອົາໃຈໃສ່ໃນການຊຸກຍູ້ສົ່ງເສີມດ້ານຕ່າງໆຢ່າງຕັ້ງໜ້າ ສາມາດເຮັດໃຫ້ການຜະລິດ ເພື່ອຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ພາຍໃນປະເທດຍັງສືບຕໍ່ສາມາດຄໍ້າປະກັນໄດ້ຢ່າງພຽງພໍ.

ຕາມການລາຍງານຂອງທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງ ກປ ໄດ້ກ່າວໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປີ 2024 ແລະ ທິດທາງແຜນການ ປີ 2025 ໄດ້ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນງານທີ 1 ການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ໃນປີຜ່ານມາໄດ້ຜະລິດເຂົ້າເປືອກ ທີ່ປັກດຳໄດ້ທັງໝົດ 916,616 ເຮັກຕາ, ເນື້ອທີ່ເກັບກ່ຽວປະມານ 912,998 ເຮັກຕາ, ຜົນຜະລິດປະມານ 3,750,740 ໂຕນ, ເທົ່າກັບ 97% ຂອງແຜນການປີ (3.86 ລ້ານໂຕນ).

ການຜະລິດເຂົ້າເປືອກລວມມີ: ການຜະລິດເຂົ້ານາແຊງສາມາດປັກດໍາໄດ້ 92,779 ເຮັກຕາ, ເທົ່າກັບ 95% ຂອງແຜນການ (97,430 ເຮັກຕາ), ຜົນຜະລິດ 426,830 ໂຕນ, ທຽບໃສ່ປີ 2023 ເຫັນວ່າຫຼຸດລົງ 15,170 ໂຕນ ຫຼື 3%; ການຜະລິດເຂົ້ານາປີສາມາດປັກດໍາໄດ້ທັງໝົດ 754,603 ເຮັກຕາ, ແຕ່ໄດ້ຮັບຜົນເສຍຫາຍຈາກທໍາມະຊາດ ເຮັດໃຫ້ເນື້ອທີ່ເສຍຫາຍ 3,604 ເຮັກຕາ, ຄາດຄະເນເນື້ອທີ່ເກັບກ່ຽວ 750,999 ເຮັກຕາ ຫຼື ເທົ່າກັບ 98% ຂອງແຜນການ (764,720 ເຮັກຕາ) ແລະ ຜົນຜະລິດປະມານ 3.17 ລ້ານໂຕນ, ທຽບໃສ່ປີ 2023 ເຫັນວ່າຫຼຸດລົງ 73,800 ໂຕນ ຫຼື 2.2%; ການຜະລິດເຂົ້າໄຮ່ສາມາດປູກໄດ້ທັງໝົດ 69,234 ເຮັກຕາ, ໄດ້ຮັບຜົນເສຍຫາຍ 14 ເຮັກຕາ, ຄາດຄະເນເນື້ອທີ່ເກັບກ່ຽວ ປະມານ 69,220 ເຮັກຕາ, ເທົ່າກັບ 79% ຂອງແຜນການ (180,600 ເຮັກຕາ) ແລະ ຜົນຜະລິດປະມານ 144,910 ໂຕນ, ທຽບໃສ່ປີ 2023 ເຫັນວ່າ ຫຼຸດລົງ 60,490 ໂຕນ ຫຼື 29.4%.

ສ່ວນການຜະລິດພືດສະບຽງອາຫານສາມາດປູກພືດໄດ້ທັງໝົດ 265,559 ເຮັກຕາ ເທົ່າກັບ 95% ຂອງແຜນການ (ແຜນການ 279,682 ເຮັກຕາ) ຜົນຜະລິດປະມານ 2,384,280 ໂຕນ ເທົ່າກັບ 97% (ແຜນການ 2.46 ລ້ານໂຕນ), ທຽບໃສ່ໄລຍະດຽວກັນຂອງປີ 2023 ເນື້ອທີ່ ແລະ ຜົນຜະລິດຫຼຸດລົງ 1.4%. ໃນນັ້ນ, ພືດທີ່ພົ້ນເດັ່ນແມ່ນສາລີຫວານ 17,478 ເຮັກຕາ, ຜົນຜະລິດ 100,690 ໂຕນ; ເຜືອກມັນຕ່າງໆ 111,638 ເຮັກຕາ, ຜົນຜະລິດ 987,000 ໂຕນ; ພືດຜັກ 91,771 ເຮັກຕາ, ຜົນຜະລິດ 847,290 ໂຕນ, ໝາກໄມ້ 44,672 ເຮັກຕາ, ຜົນຜະລິດ 449,300 ໂຕນ.

ສຳລັບການລ້ຽງສັດ ແລະ ການປະມົງ ກໍໄດ້ເອົາໃຈໃສ່ສົ່ງເສີມການລ້ຽງສັດ ແລະ ການປະມົງ ເຮັດໃຫ້ຝູງສັດ ມີການຂະຫຍາຍຕົວສະເລ່ຍໃນລະດັບ 3.5%. ໃນນັ້ນ, ຄວາຍ 1,263,342 ໂຕ ເພີ່ມຂຶ້ນ 1.1%; ງົວ 2,691,456 ໂຕ ເພີ່ມຂຶ້ນ 5.1%; ໝູ 4,766,775 ໂຕ ເພີ່ມຂຶ້ນ 5%; ແກະ/ແບ້ 834,129 ໂຕ ເພີ່ມຂຶ້ນ 5.2% ແລະ ສັດປີກ 54,773,212 ໂຕ ເພີ່ມຂຶ້ນ 5.4%. ການຜະລິດຊີ້ນ, ໄຂ່ ແລະ ປາ ສາມາດຜະລິດໄດ້ທັງໝົດ 554,000 ໂຕນ ເທົ່າກັບ 100% ຂອງແຜນການ. ໃນນັ້ນ, ຜະລິດຊີ້ນ ໄດ້ທັງໝົດ 271,500 ໂຕນ, ໄຂ່ 52,500 ໂຕນ ແລະ ປາ 230,000 ໂຕນ.

ພ້ອມດຽວກັນ, ກໍໄດ້ກໍານົດລາຍການສິນຄ້າ ເພື່ອສົ່ງເສີມການຜະລິດພາຍໃນ ຫຼຸດຜ່ອນການນໍາເຂົ້າ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການກໍານົດບັນຊີລາຍການສິນຄ້າກະສິກໍາເພື່ອສົ່ງເສີມການຜະລິດພາຍໃນ ແລະ ທົດແທນການນໍາເຂົ້າ ໂດຍສະເພາະ ແມ່ນລາຍການສິນຄ້າ ດ້ານການປູກຝັງ, ລ້ຽງສັດ ແລະ ການປະມົງ, ດ້ານແນວພັນ ແລະ ບັນດາປັດໄຈການຜະລິດຕ່າງໆ.

ສັງລວມແລ້ວ, ເຫັນວ່າຜ່ານການຈັດຕັ້ງປະຕິບັດແຜນງານການຄໍ້າປະກັນສະບຽງອາຫານ ແລະໂພຊະນາການປີ 2024 ຜ່ານມາ ເຖິງວ່າການຜະລິດເຂົ້າເປືອກ ແລະ ພືດສະບຽງອາຫານ ຍັງບໍ່ບັນລຸຕາມແຜນການ, ແຕ່ກໍສາມາດຜະລິດໄດ້ເປັນຈໍານວນຫຼວງຫຼາຍ; ໃນຂະນະດຽວກັນ ການລ້ຽງສັດ ແລະ ການປະມົງ ກໍມີການຂະຫຍາຍຕົວດີ ເຮັດໃຫ້ການຜະລິດຊີ້ນ, ໄຂ່, ປາ ສາມາດບັນລຸແຜນ ຊຶ່ງທັງໝົດນັ້ນໄດ້ປະກອບສ່ວນສຳຄັນໃຫ້ ສປປ ລາວ ສາມາດສືບຕໍ່ການຄໍ້າປະກັນການບໍລິໂພກພາຍໃນໄດ້ຢ່າງພຽງພໍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version