Home ຂ່າວໜ້າໜຶ່ງ ສະຫຼອງວັນສ້າງຕັ້ງໜັງສືພິມກອງທັບ ຄົບຮອບ 60 ປີ

ສະຫຼອງວັນສ້າງຕັ້ງໜັງສືພິມກອງທັບ ຄົບຮອບ 60 ປີ

0

ພິທີສະເຫຼີມສະຫຼອງວັນສ້າງຕັ້ງໜັງສືພິມກອງທັບປະຊາຊົນລາວ ຄົບຮອບ 60 ປີ (20 ມັງກອນ 1965 -20 ມັງກອນ 2025) ຂຶ້ນ ໃນວັນທີ 31 ມັງກອນຜ່ານມາ ໂດຍມີສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພັນໂທ ວັນເຮືອງ ສີວິໄລ ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ ໄດ້ຫວນຄືນມູນເຊື້ອປະຫວັດແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງໜັງສືພິມກອງທັບປະຊາຊົນລາວ ຕະຫຼອດ 60 ປີ. ໃນວັນທີ 20 ມັງກອນ 1965 ໜັງສືພິມກອງທັບປົດປ່ອຍປະຊາຊົນລາວ ສະບັບທຳອິດໄດ້ຮັບການຜະລິດ ແລະ ພິມຈໍາໜ່າຍອອກສູ່ສາຍຕາຂອງມະຫາຊົນຢູ່ເຂດທີ່ໝັ້ນເມືອງວຽງໄຊ ແຂວງຫົວພັນ ດ້ວຍລະບົບການພິມແບບຕີໂປ. ການກໍາເນີດຂຶ້ນຂອງໜັງສືພິມກອງທັບປົດປ່ອຍປະຊາຊົນລາວແມ່ນເຫດການປະຫວັດສາດທີ່ມີຄວາມໝາຍອັນເລິກເຊິ່ງ ແລະ ເປັນຂີດໝາຍຂອງການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປົດປ່ອຍປະຊາຊົນລາວ ສະທ້ອນໃຫ້ເຫັນຄວາມເອົາໃຈໃສ່ຂອງຄະນະພັກການທະຫານສູນກາງທີ່ມີຕໍ່ວຽກງານການເມືອງແນວຄິດ. ຕະຫຼອດໄລຍະ 60 ປີຜ່ານມາໜັງສືພິມກອງທັບປະຊາຊົນລາວ ໄດ້ຮັບການພັດທະນາທາງດ້ານປະລິມານ ແລະ ຄຸນນະພາບ ເປັນຕົ້ນດ້ານຄວາມໄວໄດ້ກ້າວຈາກລາຍເດືອນເປັນລາຍອາທິດ, ສອງຄັ້ງຕໍ່ອາທິດ ແລະ ກ້າວມາເປັນລາຍວັນ, ດ້ານເນື້ອໃນໄດ້ຮັບການພັດທະນາຈາກຄວາມຍາວ 4 ໜ້າ ເພີ່ມຂຶ້ນເປັນ 8 ໜ້າ ປະກອບມີຫຼາຍກວ່າ 40 ຄໍລໍາ, ດ້ານຮູບຮ່າງສີສັນໄດ້ພັດທະນາຈາກຂາວດໍາມາເປັນສອດສີ, ດ້ານປະລິມານ ກໍໄດ້ເພີ່ມຂຶ້ນຕາມຄວາມຮຽກຮ້ອງຕ້ອງການຂອງຜູ້ອ່ານທັງພາຍໃນ ແລະ ນອກກອງທັບ. ພິເສດຍັງໄດ້ອອກໜັງສືພິມເອເລັກໂຕຣນິກ ຫຼື ເວັບໄຊ ມີທັງພາສາລາວ, ພາສາອັງກິດ ແລະ ເຟສບຸກທີ່ມີຊື່ວ່າ: Lao People’s Army News.

ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກອງບັນນາທິການໜັງສືພິມກອງທັບປະຊາຊົນລາວຍາດມາໄດ້ຕະຫຼອດໄລຍະ 60 ປີຜ່ານມາ ພ້ອມທັງໃຫ້ທິດຊີ້ນໍາຕໍ່ຄະນະພັກ-ຄະນະບັນນາທິການ, ພະນັກງານ-ນັກຮົບທົ່ວກອງບັນນາທິການໜັງສືພິມກອງທັບປະຊາຊົນລາວຫຼາຍບັນຫາສໍາຄັນ ເປັນຕົ້ນຄະນະພັກ-ຄະນະບັນຊາທຸກຂັ້ນ ຕ້ອງເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບເປັນປົກະຕິ ເຮັດໃຫ້ເຂົາເຈົ້າຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມູນເຊື້ອການຕໍ່ສູ້ພິລະອາດຫານຂອງກອງທັບ ກໍຄືມູນເຊື້ອຂອງໜັງສືພິມກອງທັບປະຊາ ຊົນລາວ ໄປຄຽງຄູ່ກັບການສ້າງແບບແຜນວິທີເຮັດວຽກທີ່ມີວິທະຍາສາດ ເພື່ອສືບຕໍ່ປັບປຸງໜັງສືພິມກອງທັບປະຊາ ຊົນລາວໃຫ້ມີສີສັນຈົບງາມ, ມີເນື້ອໃນອຸດົມສົມບູນເລິກເຊິ່ງ ໂດຍນໍາສະເໜີບັນຫາທີ່ສັງຄົມໃຫ້ຄວາມສົນໃຈເພີ່ມຂຶ້ນ, ຮັບປະກັນຄວາມຖືກຕ້ອງຊັດເຈນ, ບໍ່ຜິດພາດທາງດ້ານການເມືອງ, ສະເໜີຂ່າວໃຫ້ວ່ອງໄວທັນເວລາ, ປັບ ປຸງວິທີການນໍາສະເໜີຂ່າວ, ຮູບແບບໂຄງສ້າງຂ່າວທີ່ກະທັດຮັດກົງກັບປະເດັນ, ຫຼາກຫຼາຍ, ປະດິດສ້າງ ແລະ ຊວນອ່ານ. ພ້ອມນີ້, ກໍໃຫ້ແລກປ່ຽນບົດຮຽນນໍານັກຂ່າວຮຸ່ນອາວຸໂສ, ສື່ຂອງກອງທັບກັບສື່ມວນຊົນອ້ອມຂ້າງສູນກາງໃນການຂຽນຂ່າວ, ຂຽນບົດ, ຖ່າຍຮູບ ແລະ ເຕັກນິກການຈັດໜ້າອອກແບບໃຫ້ເຂົ້າສູ່ຫຼັກການ ແລະ ມີຈຸດພິເສດເດັ່ນສະເພາະຂອງໜັງສືພິມກອງທັບປະຊາຊົນລາວ, ປັບປຸງເນື້ອໃນໜ້າເວັບໄຊຂອງໜັງສືພິມກອງທັບໃຫ້ທັນສະໄໝມີເນື້ອໃນດີ, ບັນຈຸຫຼາຍຄໍລຳ ແລະ ເພີ່ມບັນດາກົດໝາຍທີ່ກ່ຽວຂ້ອງກັບກອງທັບ ແລະ ກົດໝາຍອື່ນໆ ທີ່ສຳຄັນເຂົ້າໃນເວັບໄຊໜັງສືພິມກອງທັບປະຊາຊົນລາວ, ການອັບເດດໃຫ້ວ່ອງໄວທັນເວລາ ແລະ ຖືກຕ້ອງຊັດເຈນ. ພ້ອມກັນນີ້, ຕ້ອງເອົາໃຈໃສ່ນໍາພາກົມກອງໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ກົມກອງຄວາມສະຫງົບ, ສ້າງ ແລະ ຮັກສາໃຫ້ໄດ້ກົມກອງ-ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກົມກອງປອດໃສ ປອດໄພ ປອດຄະດີ, ຄຽງຄູ່ກັນນີ້ກໍຕ້ອງເຊີດຊູຈິດໃນເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນໍ້າໃຈປະຢັດມັດທະຍັດ, ຂຸດຄົ້ນທ່າແຮງບົ່ມຊ້ອນການຫາລາຍໄດ້ຈາກການໂຄສະນາຜະລິດຕະພັນໃຫ້ບັນດາລັດວິຫາຫະກິດ, ບໍລິສັດຫ້າງຮ້ານ ແລະ ການຂາຍໜັງສືພິມສູ່ທາງນອກ ເພື່ອສ້າງແຫຼ່ງທຶນມາພັດທະນາກົມກອງ ເຮັດໃຫ້ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງພະນັກງານ-ນັກຮົບນັບມື້ດີຂຶ້ນ, ເຊື່ອມຊຶມກໍາແໜ້ນແນວທາງການຕ່າງປະເທດຂອງພັກ ແລະ ອື່ນໆ.

ໃນພິທີໄດ້ມອບຫຼຽນໄຊພິລະອາດຫານຊັ້ນ I ໃຫ້ກອງບັນນາທິການໜັງສືພິມກອງທັບປະຊາຊົນລາວ ແລະ ມອບຫຼຽນໄຊພິລະອາດຫານຊັ້ນ III ໃຫ້ພະແນກການທີ່ຂຶ້ນກັບກອງບັນນາທິການໜັງສືພິມກອງທັບປະຊາຊົນລາວ ຈຳນວນ 7 ພະແນກຄື: ພະແນກຂ່າວພາຍໃນກອງທັບ, ພະແນກຂ່າວເສດຖະກິດ, ວັດທະນະທຳ-ສັງຄົມ, ພະແນກຂ່າວຕ່າງປະເທດ, ພະແນກຕາໜ່າງຂ່າວ ແລະ ເພື່ອນຮ່ວມງານ, ພະແນກໜັງສືພິມເອເລັກໂຕຣນິກ, ພະແນກເຕັກນິກ-ຈັດໜ້າ ແລະ ພະແນກບໍລິຫານ-ການເງິນ.

ຂ່າວ-ພາບ: ໜັງສືພິມກອງທັບ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version