Home ຂ່າວພາຍໃນ ຄໍາມ່ວນ ສະຫລອງລໍາວົງລາວເປັນມໍລະດົກໂລກ ຕິດພັນກັບການແຂ່ງຂັນກິລາ-ສິລະປະ

ຄໍາມ່ວນ ສະຫລອງລໍາວົງລາວເປັນມໍລະດົກໂລກ ຕິດພັນກັບການແຂ່ງຂັນກິລາ-ສິລະປະ

0

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄໍາມ່ວນ ຈັດກິດຈະກຳ ສະເຫລີມສະຫລອງ ລໍາວົງລາວ ເປັນມໍລະດົກໂລກ ທາງດ້ານວັດທະນະທໍາ ຕິດພັນກັບການແຂ່ງຂັນກິລາ-ສິລະປະ ທົ່ວໂຮງຮຽນ ມ ປາຍ ທ່າແຂກ ສົກຮຽນ 2024-2025 ໃນທ້າຍອາທິດຜ່ານມາ ທີ່ເດີ່ນໂຮງຮຽນ ມັດທະຍົມສຶກສາຕອນປາຍ (ມ ປາຍ) ທ່າແຂກ.

ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ ໄດ້ລາຍງານການກະກຽມຄວາມພ້ອມ ຂອງການສະເຫລີມ ສະຫລອງລໍາວົງລາວ ເປັນມໍລະດົກໂລກ ທາງດ້ານວັດທະນະທໍາ ເຊິ່ງການຟ້ອນລໍາວົງລາວ ແມ່ນແບບຟ້ອນທີ່ຖ່າຍທອດມາຈາກສິລະປະ ການຟ້ອນຫລາຍປະເພດທີ່ເປັນມູນເຊື້ອຂອງລາວ ໃຫ້ມາເປັນແບບຟ້ອນມວນຊົນ, ມີຜູ້ເຂົ້າຮ່ວມຟ້ອນໄດ້ຈຳນວນຫລາຍ ໂດຍບໍ່ຈຳແນກເພດໄວ, ເຊື້ອຊາດ, ເຜົ່າ, ຊົນຊັ້ນວັນນະ, ເຊິ່ງແບບຟ້ອນດັ່ງກ່າວ ໄດ້ພັດທະນາຂຶ້ນ ໃນປີ 1946 ໂດຍກອງນັກຮົບລາວປະຈຳກອງທະຫານລາວອິດສະຫລະ ປະຈຳເມືອງທ່າແຂກ ແຂວງຄໍາມ່ວນ ດ້ວຍຄວາມງົດງາມທາງດ້ານຈັງຫວະລີລາ ແລະ ຫລາກຫລາຍຮູບແບບ ຂອງການຟ້ອນລຳ ພ້ອມທັງເປັນເອກະລັກສະເພາະແຕ່ລະທ້ອງຖິ່ນ ລຳວົງລາວ ຈຶ່ງມີຊື່ສຽງດັງໄປທົ່ວໂລກ ແລະ ໃນວັນທີ 5 ທັນວາ 2024 ຢູ່ແຂວງອາຊານຊົງ ປະເທດປະລາກວາຍ ອົງການ ອຸຍແນັສໂກ ໄດ້ປະກາດຮັບຮອງເອົາລໍາວົງລາວ ເປັນມໍລະດົກໂລກ ທາງດ້ານວັດທະນະທຳ ນາມມະທຳຂອງມວນມະນຸດໂລກ.

ໃນພິທີດັ່ງກ່າວ, ບັນດາການນໍາ ແລະ ພໍ່ແມ່ພີ່ນ້ອງຊາວແຂວງຄຳມ່ວນ ໄດ້ຮ່ວມກັນຟ້ອນລຳວົງລາວ ໃນ 3 ຈັງຫວະຄື: ຈັງຫວະລໍາວົງມາດຕະຖານ, ຈັງຫວະລຳມະຫາໄຊ ແລະ ຈັງຫວະລໍາຜູ້ໄທ ລວມມີຄູ່ຟ້ອນ 99 ຄູ່. ນອກນີ້, ຍັງໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ ຈາກໂຮງຮຽນຕ່າງໆ 14 ໜ່ວຍສິລະປະ ລວມມີ 39 ລາຍການ. ພ້ອມນີ້, ພາຍໃນງານຍັງມີການຈັດວາງສະແດງ-ຂາຍສິນຄ້າ, ອາຫານ ແລະ ເຄື່ອງດື່ມຕື່ມດ້ວຍ.

ໂອກາດດຽວກັນ, ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆຄໍາມ່ວນ ການຈັດງານແຂ່ງຂັນກິລາຄັ້ງນີ້, ກໍເພື່ອແນໃສ່ຄັດເລືອກເອົານັກກິລາຜູ້ທີ່ມີຜົນງານດີເດັ່ນ ຜູ້ທີ່ມີພອນສະຫວັນ ປະກອບເຂົ້າເປັນທີມໃນລະດັບແຂວງ ແລະ ກ້າວໄປສູ່ທີມຊາດໃນອະນາຄົດ, ເປັນການກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນໃນລະດັບຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເພື່ອໃຫ້ຍາດໄດ້ຜົນສໍາເລັດ ແລະ ສ້າງຊື່ສຽງແກ່ແຂວງຄໍາມ່ວນ, ເຊິ່ງການແຂ່ງຂັນຄັ້ງນີ້ມີ 6 ປະເພດກິລາຄື: ບານເຕະ, ກະຕໍ້ຫວາຍ, ເປຕັງ, ແລ່ນ 100 ແມັດ, ບານສົ່ງ ແລະ ດຶງເຊືອກ.

ຂ່າວ: ມະນີວັນ ນາມວົງ, ພາບ: ກອງຄໍາ ລໍອີນສານ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version