Home ຂ່າວພາຍໃນ ທາດແທ້ມູນເຊື້ອປະຕິວັດຂອງສະຫະພັນກໍາມະບານລາວ

ທາດແທ້ມູນເຊື້ອປະຕິວັດຂອງສະຫະພັນກໍາມະບານລາວ

0

ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ພັກໄດ້ມອບໝາຍພາລະກິດອັນໃຫຍ່ຫຼວງໃຫ້ແກ່ອົງການຈັດຕັ້ງກໍາມະບານລາວ ທີ່ເປັນອົງການຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າໃນຂອບເຂດທົ່ວປະເທດ.

ຊຶ່ງທາດແທ້ມູນເຊື້ອປະຕິວັດຂອງສະຫະພັນກໍາມະບານລາວ ໄດ້ສະແດງອອກພົ້ນເດັ່ນຜ່ານແຕ່ລະໄລຍະໂດຍສັງເຂບຄື: ໃນປີ 1893 ປະເທດລາວຕົກຢູ່ໃຕ້ແອກປົກຄອງຂອງພວກລ່າເມືອງຂຶ້ນຝຣັ່ງ, ພວກເຂົາໄດ້ເຂັ່ນຂ້າປະຊາຊົນຜູ້ອອກແຮງງານລາວບັນດາເຜົ່າຢ່າງໂຫດຮ້າຍທາລຸນ; ໂດຍສະເພາະພາຍຫຼັງສົງຄາມໂລກຄັ້ງທີ I ພວກເຂົາໄດ້ເພີ່ມທະວີການລົງທຶນເຂົ້າໃສ່ການຂຸດຄົ້ນວັດຖຸດິບ ແລະ ນໍາເອົາສິນຄ້າເຂົ້າມາຂາຍຢູ່ປະເທດຂອງພວກເຮົາ ແລະ ຊາວຕ່າງດ້າວຈໍານວນໜຶ່ງກໍໄດ້ລົງທຶນເຂົ້າໃນການດໍາເນີນການທຸລະກິດຕາມແບບນາຍທຶນ ຊຶ່ງໃນເວລານັ້ນ, ພວກເຂົາໄດ້ທຸ້ມເທກໍາລັງແຮງເຂົ້າໃນການຂຸດຄົ້ນແຮ່ກົ່ວຢູ່ບໍ່ໂພນຕິ້ວ ແລະ ບໍ່ແໜ່ງແຂວງຄຳມ່ວນທາງພາກກາງຂອງລາວ ໂດຍບັງຄັບເກັບເກນເອົາຊາວໄຮ່ນາໄປເປັນກໍາມະກອນຮັບຈ້າງ ເປັນກຸລີຮັບໃຊ້ເຂົາເຈົ້າຕາມລະດູການ ຫຼື ເອີ້ນວ່າກໍາມະກອນລະດູການ ເພື່ອສະໜອງໃຫ້ແກ່ການຂຸດຄົ້ນບໍ່ແຮ່ຂອງພວກເຂົາ ຈຶ່ງໄດ້ສ້າງໂຮງຈັກໄຟຟ້າຢູ່ບາງຕົວເມືອງ ແລະ ຕັ້ງບໍລິສັດຂົນສົ່ງທາງນໍ້າ, ສ້າງໂຮງເລື່ອຍໄມ້, ໂຮງສີເຂົ້າ…. ຈາກນັ້ນຈຶ່ງເກີດມີກໍາມະກອນປະຈໍາ ຫຼື ເອີ້ນວ່າກຳມະກອນອາຊີບ. ເຫດການທີ່ກ່າວມານັ້ນ, ຊົນຊັ້ນກໍາມະກອນລາວໄດ້ກໍາເນີດ ແລະ ປະກົດຕົວຂຶ້ນໃນເງື່ອນໄຂປະຫວັດສາດທີ່ລະອິດລະອ້ຽວ, ແຕ່ນັ້ນມາຊົນຊັ້ນກໍາມະກອນລາວ ກໍນັບມື້ມີການຂະຫຍາຍຕົວຂຶ້ນຢ່າງຕໍ່ເນື່ອງ.

ພາຍໃຕ້ການປົກຄອງຂອງພວກລ່າເມືອງຂຶ້ນຝຣັ່ງ, ກຳມະກອນລາວໄດ້ຖືກກົດຂີ່ຂູດຮີດແຮງງານຢ່າງໜັກໜ່ວງທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ, ພວກເຂົາບັງຄັບກຳມະກອນອອກແຮງງານ 14-16 ຊົ່ວໂມງຕໍ່ວັນ, ອອກແຮງງານຫຼາຍຄ່າຕອບແທນໜ້ອຍ, ຖືກຕັດເງິນເດືອນ, ໄລ່ອອກການໂດຍບໍ່ມີເຫດຜົນພຽງພໍ, ຖືກທຸບຕີທໍລະມານຢ່າງແສນສາຫັດຈາກພວກນາຍທຶນ, ມີຄວາມສ່ຽງອັນຕະລາຍຕໍ່ການອອກແຮງງານ. ຊີວິດການເປັນຢູ່ຂອງກຳມະກອນ, ຜູ້ອອກແຮງງານ ແລະ ປະຊາຊົນລາວບັນດາເຜົ່າອຶດຢາກຍາກແຄ້ນ, ບໍ່ໄດ້ຮັບຄວາມເປັນທຳ, ຂາດສິດເສລີພາບທາງດ້ານການເມືອງ ແລະ ກົດໝາຍ, ບໍ່ໄດ້ຮັບການດູແລດ້ານສະຫວັດດີການສັງຄົມ, ບໍ່ໄດ້ຮັບການສຶກສາຮໍ່າຮຽນ ແລະ ອື່ນໆ; ໂທດກຳອັນໂຫດຮ້າຍປ່າເຖື່ອນຂອງລັດທິລ່າເມືອງຂຶ້ນທີ່ໄດ້ກະທຳຕໍ່ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າໄດ້ສ້າງຄວາມເຈັບແສບ ແລະ ຄຽດແຄ້ນທີ່ສຸດສຳລັບຄົນລາວທຸກຄົນ.

ໂດຍສືບທອດມູນເຊື້ອຮັກຊາດອັນແຮງກ້າ, ເດັດຂາດບໍ່ອ່ອນຍອມຂອງບັນພະບູລຸດລາວ, ຍ້ອນທົນຕໍ່ການກົດຂີ່ຂູດຮີດຂອງພວກລ່າເມືອງຂຶ້ນ ແລະ ພວກສັກດີນາປະຕິການບໍ່ໄດ້, ກຳມະກອນ, ຜູ້ອອກແຮງງານ ແລະ ປະຊາຊົນລາວບັນດາເຜົ່າຈຶ່ງໄດ້ລຸກຂຶ້ນຕໍ່ສູ້ຢ່າງອົງອາດກ້າຫານຫຼາຍໆຄັ້ງ ເປັນຕົ້ນການຕໍ່ສູ້ຂອງກໍາມະກອນຢູ່ບໍ່ກົ່ວໂພນຕີ້ວ; ກໍາມະກອນໄຟຟ້າວຽງຈັນ; ກໍາມະກອນແລ່ນເຮືອຈັກຈໍາປາສັກ; ຫຼວງພະບາງ; ກໍາມະກອນສ້າງທາງເລກ 9 ແລະ ພາກສ່ວນອື່ນໆ, ເພື່ອຕ້ານຕໍ່ການເກັບສ່ວຍອາກອນ, ການບັງຄັບເກັບເກນໄປເປັນກຸລີ, ການທຸບຕີທໍລະມານ, ການຈັບກຸມຄຸມຂັງອັນປ່າເຖື່ອນຂອງພວກເຂົາ, ກໍາມະກອນຈຶ່ງໄດ້ລຸກຂຶ້ນຕໍ່ສູ້ໂດຍເລີ່ມຈາກການ

ຕໍ່ສູ້ທີ່ມີລັກສະນະເກີດຂຶ້ນເອງໄດ້ກາຍເປັນຂະບວນແຜ່ລາມອອກຢ່າງກວ້າງຂວາງໃນທົ່ວປະເທດ, ໄດ້ນຳພາໂດຍບັນພະບູລຸດຜູ້ຮັກຊາດແຕ່ເໜືອຮອດໃຕ້ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຢ່າງດຸເດືອດ ແຕ່ຂະບວນການຕໍ່ສູ້ໄລຍະນັ້ນບໍ່ໄດ້ຮັບໄຊຊະນະຍ້ອນບໍ່ມີພັກນຳພາ.

ມາຮອດວັນທີ 3 ກຸມພາ 1930 ພັກກອມມູນິດອິນດູຈີນໄດ້ຮັບການສ້າງຕັ້ງຂຶ້ນ, ພາຍໃຕ້ແສງສະຫວ່າງຂອງລັດທິມາກ-ເລນິນ ຊຶ່ງແມ່ນສະຫາຍ ໂຮ່ຈິມິນ ນັກຮົບຜູ້ລໍ້າເລີດ ເປັນຜູ້ຊີ້ນໍາໂດຍກົງ, ພັກໄດ້ວາງແນວທາງຍຸດທະສາດ, ຍຸດໂທບາຍຂອງການປະຕິວັດອິນດູຈີນອອກຢ່າງລະອຽດ; ຊີ້ໃຫ້ເຫັນຊາຕາກໍາຂອງປະຊາຊົນ 3 ປະເທດທີ່ຕົກເປັນຫົວເມືອງຂຶ້ນຂອງຈັກກະພັດລ່າເມືອງຂຶ້ນຝຣັ່ງ, ຍົກໃຫ້ເຫັນຂໍ້ຂັດແຍ່ງພື້ນຖານໃນອິນດູຈີນແມ່ນຂໍ້ຂັດແຍ່ງລະຫວ່າງກໍາມະກອນ-ຊາວນາ ແລະ ປະຊາຊົນຜູ້ອອກແຮງງານກັບຈັກກະພັດລ່າເມືອງຂຶ້ນຝຣັ່ງ, ສັກດີນາ, ເຈົ້າທີ່ດິນ ແລະ ນາຍທຶນ. ບົນພື້ນຖານຂອງຂະບວນການກໍາມະກອນໃນ 3 ປະເທດອິນດູຈີນ, ພັກໄດ້ສ້າງ ຕັ້ງ ແລະ ນໍາພາໜ່ວຍກໍາມະບານຢູ່ບໍ່ກົ່ວ, ໂຮງໄຟຟ້າ ແລະ ທ່າເຮືອຢູ່ໃນລາວ ໂດຍແມ່ນໜ່ວຍກໍາມະບານໄດ້ເຄື່ອນໄຫວເຕົ້າໂຮມຄວາມສາມັກຄີຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ, ປຸກລະດົມຂົນຂວາຍກໍາມະກອນດໍາເນີນການຕໍ່ສູ້ ຊຶ່ງໄດ້ລະເບີດຂຶ້ນເປັນເທື່ອທໍາອິດຢູ່ບໍ່ກົ່ວໂພນຕີ້ວ ໃນລະຫວ່າງປີ 1932-1933 ອັນເປັນຂີດໝາຍແຫ່ງບາດລ້ຽວໃໝ່ຂອງຂະບວນການຕໍ່ສູ້ຊົນຊັ້ນກໍາມະກອນລາວ ສະແດງໃຫ້ເຫັນວ່າໜ່ວຍກໍາມະບານໄດ້ເກີດມີໜໍ່ແໜງເຄື່ອນໄຫວປະຕິວັດ ໂດຍແມ່ນພັກກອມມູນິດອິນດູຈີນເປັນຜູ້ຂົນຂວາຍສ້າງຕັ້ງ ແລະ ຊີ້ນໍາ-ນໍາພາໃນເວລານັ້ນ. ຕໍ່ຈາກນັ້ນມາການປະຕິວັດຂອງປະເທດເຮົາກໍໄດ້ເຕີບໃຫຍ່ຂຶ້ນເລື້ອຍໆ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version