………
ໂດຍ: ວັນເພັງ
ລັດຖະບານ ໄດ້ເພີ່ມທະວີການຄວບຄຸມອັດຕາເງິນເຟີ້ ດ້ວຍການປະຕິບັດນະໂຍບາຍເງິນຕາແບບຮັດກຸມຫຼາຍຂຶ້ນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈໍາປີ 2024 ແລະ ແຜນການປະຈໍາປີ 2025 ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ແຜນການລົງທຶນ ປະຈໍາປີ 2025, ແຜນງົບປະມານ ໃຫ້ກະຊວງ-ອົງການ ແລະ ທ້ອງຖິ່ນ ປະຈໍາປີ 2025; ການດັດແກ້ງົບປະມານແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ພະຈິກ ຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ລັດຖະບານ ໄດ້ເພີ່ມທະວີການຄວບຄຸມອັດຕາເງິນເຟີ້ ດ້ວຍການປະຕິບັດນະໂຍບາຍເງິນຕາແບບຮັດກຸມຫຼາຍຂຶ້ນ, ດໍາເນີນນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ ເພື່ອບໍ່ໃຫ້ອັດຕາແລກປ່ຽນຜັນຜວນແຮງ, ສືບຕໍ່ຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ເຂົ້າສູ່ລະບົບທະນາຄານ, ຄົ້ນຄວ້າສ້າງລະບົບຄວບຄຸມລາຄາສິນຄ້າ, ນໍາໃຊ້ນະໂຍບາຍທາງດ້ານການຄ້າ ເພື່ອຈໍາກັດການນໍາເຂົ້າສິນຄ້າຟຸ່ມເຟືອຍ ແລະ ພາຫະນະທາງບົກທີ່ມີມູນຄ່າ ນັບແຕ່ 50,000 ໂດລາ ຂຶ້ນໄປ. ຄຽງຄູ່ກັບການເຂັ້ມງວດຕ້ານ ແລະ ສະກັດກັ້ນການຄ້າສິນຄ້ານອກລະບົບ ຊຶ່ງຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າອັດຕາເງິນເຟີ້ ແມ່ນຫຼຸດລົງຫຼາຍ, ສະເລ່ຍ 10 ເດືອນຢູ່ໃນລະດັບ 24.4% ຊຶ່ງໃນທ້າຍປີ 2024 ຄາດວ່າຈະບໍ່ເກີນ 20% (ອັດຕາເງິນເຟີ້ສະເລ່ຍ ປີ 2023 ແມ່ນ 31.23%); ສາມາດຄວບຄຸມອັດຕາແລກປ່ຽນໃຫ້ມີຄວາມສະຫງົບຫຼາຍຂຶ້ນ. ໃນນີ້, ສາມາດຄວບຄຸມປະລິມານເງິນ M2 ໂດຍສະເພາະອົງປະກອບປະລິມານເງິນ ທີ່ເປັນເງິນກີບໄດ້ໃນລະດັບແນ່ນອນພໍສົມຄວນ ດ້ວຍການນໍາໃຊ້ອັດຕາດອກເບ້ຍອ້າງອີງຂອງທະນາຄານ ແຫ່ງ ສປປ ລາວ (ທຫລ), ການພິມຈຳໜ່າຍພັນທະບັດ ແລະ ລວມສູນບັນຊີຄັງເງິນຢູ່ ທຫລ ເພື່ອຄຸ້ມຄອງສະພາບຄ່ອງເງິນຕາໃນລະບົບທະນາຄານ ໃຫ້ຢູ່ໃນລະດັບທີ່ເໝາະສົມເຮັດໃຫ້ເງິນ M2 ຂະຫຍາຍຕົວຫຼຸດລົງມາຢູ່ໃນລະດັບ 22.13% ໃນເດືອນຕຸລາ 2024 ແລະ ຄາດວ່າ ຮອດທ້າຍປີ 2024 ຈະຫຍາຍຕົວບໍ່ເກີນ 25%. ໃນນັ້ນ, ໄດ້ປະຕິບັດມາດຕະການຕ່າງໆ ເພື່ອເພີ່ມຄັງສໍາຮອງເງິນຕາຕ່າງປະເທດເຊັ່ນ: ໄດ້ມີມາດຕະການເຂັ້ມງວດຕໍ່ຜູ້ປະກອບການທີ່ສົ່ງອອກໃຫ້ນໍາລາຍຮັບເປັນເງິນຕາໂອນເຂົ້າມາ ສປປ ລາວ ແລະ ແລກປ່ຽນກັບທະນາຄານ. ພ້ອມນັ້ນ, ໄດ້ກຳນົດໃຫ້ຫົວໜ່ວຍທຸລະກິດນໍາເຂົ້າ-ສົ່ງອອກສິນຄ້າ ແລະ ຜູ້ລົງທຶນເປີດບັນຊີສະເພາະ ພ້ອມທັງຊໍາລະສະສາງຜ່ານລະບົບທະນາຄານ. ຮອດປັດຈຸບັນ ໄດ້ລົງທະບຽນໃຫ້ບໍລິສັດນໍາເຂົ້າ-ສົ່ງອອກຈໍານວນ 4,012 ຫົວໜ່ວຍ. ໃນນັ້ນ, ມີບໍລິສັດນໍາເຂົ້າ 733 ຫົວໜ່ວຍ, ບໍລິສັດສົ່ງອອກ 528 ຫົວໜ່ວຍ, ບໍລິສັດນໍາເຂົ້າ-ສົ່ງອອກ 2,523 ຫົວໜ່ວຍ ແລະ ບໍລິການ 228 ຫົວໜ່ວຍ; ໄດ້ພັດທະນາລະບົບຊຳລະຂ້າມແດນ ເພື່ອເກັບລາຍຮັບແຮງງານ-ທ່ອງທ່ຽວ ເຮັດໃຫ້ລາຍຮັບຈາກການສົ່ງອອກ ຜ່ານລະບົບທະນາຄານເຂົ້າມາປະເທດຫຼາຍຂຶ້ນ ບັນລຸໄດ້ 70.56% ແລະ ເຮັດໃຫ້ສາມາດຮັກສາລະດັບຄັງສໍາຮອງເງິນຕາຕ່າງປະເທດກຸ້ມການນໍາເຂົ້າ ໄດ້ໃນລະດັບ 4 ເດືອນກວ່າ, ທຽບໃສ່ຄາດໝາຍຂອງວາລະແຫ່ງຊາດ ແມ່ນປະຕິບັດໄດ້ລື່ນຄາດໝາຍ (ຄາດໝາຍວາລະແຫ່ງຊາດ ບໍ່ໃຫ້ຫຼຸດ 3 ເດືອນ); ອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPLs) ຢູ່ໃນລະດັບ 1.86% ຊຶ່ງຢູ່ໃນລະດັບທີ່ສະພາແຫ່ງຊາດ ຮັບຮອງ (ບໍ່ໃຫ້ເກີນ 3% ຂອງ ຍອດສິນເຊື່ອທັງໝົດ). ພ້ອມນີ້, ຍອດເຫຼືອເງິນຝາກຂອງທະນາຄານທຸລະກິດປະຕິບັດ 98.60% ຂອງ GDP ຊຶ່ງປະຕິບັດໄດ້ລື່ນຄາດໝາຍທີ່ສະພາແຫ່ງຊາດຮັບຮອງ (ຄາດໝາຍ ແມ່ນໃຫ້ໄດ້ 85% ຂອງ GDP). ສໍາລັບ ຍອດເຫຼືອສິນເຊື່ອ ຂອງຂະແໜງທະນາຄານ ປັດຈຸບັນປະຕິບັດ 64.18% ຂອງ GDP ຄາດວ່າໝົດປີຈະສາມາດບັນລຸໄດ້ຕາມແຜນທີ່ສະພາແຫ່ງຊາດຮັບຮອງ (65% ຂອງ GDP).
ທ່ານ ສອນໄຊ ສີພັນດອນ ກ່າວຕື່ມວ່າ: ລັດຖະບານ ໄດ້ນໍາໃຊ້ 3 ມາດຕະການຕົ້ນຕໍໃນການຄວບຄຸມອັດຕາແລກປ່ຽນຄື: ປັບປຸງກົນໄກການກໍານົດອັດຕາແລກປ່ຽນໃນແຕ່ລະໄລຍະ; ສ້າງຕັ້ງຕະຫຼາດແລກປ່ຽນເງິນຕາແບບເອເລັກໂຕຣນິກ (LFX) ດ້ວຍການຮ່ວມທຶນ ລະຫວ່າງ ທຫລ ກັບ ທະນາຄານທຸລະກິດ 11 ແຫ່ງ ເພື່ອຮັບໃຊ້ສັງຄົມ ແນໃສ່ການຈໍາກັດ ແລະ ຕີຖອຍການແລກປ່ຽນນອກລະບົບທະນາຄານແບບຊະຊາຍ; ໄດ້ເລີ່ມຄົ້ນຄວ້າປັບປຸງກົນໄກ ແລະ ລະບຽບການຄຸ້ມຄອງທະນາຄານຄໍາ, ຮ້ານຂາຍຄໍາ ແລະ ວັດຖຸມີຄ່າ ກໍຄືບັນດາຫົວໜ່ວຍເສດຖະກິດທີ່ກ່ຽວຂ້ອງ ເພື່ອປະກອບສ່ວນເຮັດໃຫ້ເສດຖະກິດ-ເງິນຕາ ມີຄວາມເຂັ້ມແຂງ. ຈາກການປະຕິບັດບັນດາມາດຕະການດັ່ງກ່າວມານັ້ນ ສາມາດເຮັດໃຫ້ການອ່ອນຄ່າຂອງເງິນກີບ ທຽບໂດລາ ສະເລ່ຍ 10 ເດືອນປີ 2024 ຫຼຸດລົງຈາກ ອັດຕາ 23.46% ໃນປີ 2023 ມາເປັນ 13%. ພ້ອມນີ້, ຍັງເຮັດໃຫ້ສ່ວນຕ່າງອັດຕາແລກປ່ຽນ ລະຫວ່າງ ທະນາຄານທຸລະກິດ ແລະ ຕະຫຼາດນອກລະບົບທີ່ຂະຫຍາຍກວ້າງອອກຫຼາຍກວ່າ 10% ໃນໄຕມາດ 1-2 ໄດ້ຄ່ອຍໆຫຍັບໃກ້ເຂົ້າມາຢູ່ໃນລະດັບຕໍ່າກວ່າ 3% ນັບແຕ່ເດືອນ 9 ເປັນຕົ້ນມາ. ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ. ໃນນັ້ນ, ການປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ນັບແຕ່ເລີ່ມຈັດຕັ້ງປະຕິບັດ ໃນເດືອນພະຈິກ 2023 ມາຮອດປັດຈຸບັນ ໄດ້ອະນຸມັດ 44 ຫົວໜ່ວຍ. ໃນນີ້, ຂະແໜງກະສິກຳ- ປ່າໄມ້ 15 ຫົວໜ່ວຍ, ຂະແໜງບໍລິການທ່ອງທ່ຽວ ແລະ ການຄ້າ 20 ຫົວໜ່ວຍ, ຂະແໜງອຸດສາຫະກໍາ-ປຸງແຕ່ງ ແລະ ຫັດຖະກໍາ 9 ຫົວໜ່ວຍ, ລວມວົງເງິນກູ້ຢືມທັງໝົດ (ແຫຼ່ງທຶນຂອງທະນາຄານທຸລະກິດ) 4,532.50 ຕື້ກີບ.
ສໍາລັບການປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ໄດ້ອະນຸມັດວົງເງິນກູ້ຢືມໃຫ້ 419 ຫົວໜ່ວຍຢູ່ 18 ແຂວງທົ່ວປະເທດ. ໃນນັ້ນ, ຂະແໜງກະສິກຳ-ປ່າໄມ້ 160 ຫົວໜ່ວຍ, ຂະແໜງອຸດສາຫະກຳປຸງແຕ່ງ 32 ຫົວໜ່ວຍ ແລະ ຂະແໜງບໍລິການ-ທ່ອງທ່ຽວ ແລະ ການຄ້າ 227 ຫົວໜ່ວຍ ລວມວົງເງິນກູ້ຢືມທັງໝົດ 756.73 ຕື້ກີບ ຊຶ່ງໄດ້ເບີກຖອນເງິນກູ້ຕົວຈິງແລ້ວ 587.59 ຕື້ກີບ ກວມເອົາ 77.65% ຂອງວົງເງິນທີ່ໄດ້ອະນຸມັດທັງໝົດ.