Home ຂ່າວດ່ວນ ປະຊາຊົນ 7 ບ້ານຢູ່ເມືອງຊໍາເໜືອ ໄດ້ຮັບຜົນກະທົນໜັກຈາກໄພນໍ້າຖ້ວມ

ປະຊາຊົນ 7 ບ້ານຢູ່ເມືອງຊໍາເໜືອ ໄດ້ຮັບຜົນກະທົນໜັກຈາກໄພນໍ້າຖ້ວມ

0

ແຫລ່ງຂ່າວຂອງແຂວງຫົວພັນ ໃຫ້ຮູ້ວ່າ: ລະຫວ່າງວັນທີ 21-22 ກັນຍາ 2024 ນີ້, ສະພາບຝົນຕົກໜັກຕິດຕໍ່ກັນຫລາຍຊົ່ວໂມງ, ເຮັດໃຫ້ນໍ້າຫລາຍສາຍນອງຂຶ້ນຢ່າງກະທັນຫັນ, ເຮັດໃຫ້ຖ້ວມເຮືອນຊານ, ຖະໜົນຫົນທາງ, ໄຮ່ນາ ແລະ ຮົ້ວສວນຂອງປະຊາຊົນໃນຂອບເຂດເທສະບານເມືອງຊໍາເໜືອ. ໃນນັ້ນ, ບ້ານທີ່ໄດ້ຮັບຜົນກະທົບຫລາຍກວ່າໝູ່ປະກອບມີ: ບ້ານນາລີວ, ບ້ານນາສະ ກາງ, ບ້ານມີສຸກ, ບ້ານນາທົ່ງຈອງ, ບ້ານຊໍາເໜືອ, ບ້ານນາໜອງບົດ ແລະ ບ້ານປຸ່ງ. ສໍາລັບຜົນເສຍຫາຍຄະນະຮັບຜິດຊອບກໍາລັງເກັບກໍາຂໍ້ມູນຢູ່.

ຕໍ່ກັບສະພາບການດັ່ງກ່າວ, ຂໍໃຫ້ທຸກຄົນຈົ່ງມີສະຕິລະມັດລະວັງ ໂດຍສະເພາະຜູ້ທີ່ຢູ່ເຂດຕໍ່າ, ໃກ້ກັບແມ່ນໍ້າ, ຮ່ອມພູ, ຮ່ອມຜາ ຈົ່ງກຽມພ້ອມຮັບມືກັບສະພາບການດັ່ງກ່າວໃຫ້ທັນກັບສະພາບການ. ຖ້າຫາກປະຊາຊົນມີຄວາມຕ້ອງການຄວາມຊ່ວຍເຫລືອ ສາມາດຕິດຫາຄະນະຮັບຜິດຊອບຕ້ານໄພພິ ບັດຂັ້ນເມືອງ, ຂັ້ນແຂວງ ເພື່ອນໍາກໍາລັງມາຊ່ວຍໄດ້ຕະຫລອດເວລາ ໂທ: 020 55524887, 020 55765892

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version