Home ຂ່າວໜ້າໜຶ່ງ ຜົນສຳເລັດກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແລະ ກອງປະຊຸມກ່ຽວຂ້ອງ ຄັ້ງທີ 56

ຜົນສຳເລັດກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແລະ ກອງປະຊຸມກ່ຽວຂ້ອງ ຄັ້ງທີ 56

0

ກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນ ແລະ ກອງປະຊຸມກ່ຽວຂ້ອງ ຄັ້ງທີ 56 ( Press conference of the 56th aem MEETING and related meetings) ທີ່ ສປປ ລາວ ເປັນເຈົ້າພາບຈັດຂຶ້ນຢູ່ນະຄອນຫລວງວຽງຈັນແຕ່ວັນທີ 16 ຫາ ວັນທີ 22 ກັນຍາ 2024.

ພາຍຫລັງສໍາເລັດກອງປະຊຸມ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທັງເປັນລັດຖະ ມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ແລະ ທ່ານ ກາວ ກິມ ຮຸນ (Kao Kim Hourn) ເລຂາທິການໃຫຍ່ອາຊຽນ, ໄດ້ຮ່ວມ ກັນຖະແຫຼງຂ່າວກ່ຽວກັບຜົນສຳເລັດຂອງກອງປະຊຸມດັ່ງກ່າວ.

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ໃຫ້ຮູ້ວ່າ: ກອງປະ ຊຸມລັດຖະມົນຕີອາຊຽນ ແມ່ນກອງປະຊຸມປະຈຳປີຂອງບັນດາລັດຖະມົນຕີເສດຖະກິດຂອງອາຊຽນເພື່ອປຶກສາຫາລືແຜນວຽກເສດຖະກິດທີ່ເປັນບູລິມະສິດຂອງປີນີ້, ກວດກາຄວາມຄືບຫນ້າຂອງບັນດາຂໍ້ລິເລີ່ມດ້ານເສດຖະກິດພ້ອມທັງວາງທິດທາງຍຸດທະສາດສຳລັບການເຊື່ອໂຍງເສດຖະກິດໃນພາກພື້ນ, ລັດ ຖະມົນຕີເສດຖະກິດອາຊຽນໄດ້ພົບກັບບັນດາຄູ່ຮ່ວມພັດທະນາເພື່ອທົບທວນຄືນແຜນວຽກການຮ່ວມມືທາງດ້ານເສດຖະກິດໃນປັດຈຸບັນ ແລະ ຈັດວາງບູລິມະສິດໃຫ້ກັບຊຸມປີຕໍ່ຫນ້າ.

ຄວາມຄືບໜ້າຕໍ່ການຈັດຕັ້ງປະຕິບັດບັນດາແຜນວຽກເສດ ຖະກິດທີ່ເປັນບູລິມະສິດນັ້ນ, ເຊິ່ງເປັນຂໍ້ລິເລີ່ມຕົ້ນຕໍທາງດ້ານເສດຖະກິດອາຊຽນໂດຍການປະສົມປະສານເອົາຄຳຂັວນຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້: “ອາຊຽນເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ”. ໂດຍສະເພາະລັດຖະມົນຕີເສດຖະກິດອາຊຽນໄດ້ຮັບຮອງທະແຫຼງການອາຊຽນ ວ່າດ້ວຍ ການເຊື່ອມຈອດຕ່ອງໂສ້ການສະຫນອງ (ASEAN Declaration on Supply Chain Connectivity). ເຊິ່ງນີ້ເປັນສິ່ງສຳຄັນໃນສະພາບທາງດ້ານສະພາບອາກາດໃນປັດຈຸບັນ. ພ້ອມທັງເປັນການກ້າວອອກມາຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງມັນໄດ້ສະແດງໃຫ້ເຫັນຄວາມສຳຄັນຂອງ ການເຊື່ອມຈອດຕ່ອງໂສ້ການສະຫນອງ ແລະ ຄວາມເຂັ້ມແຂງຂອງຕ່ອງໂສ້ການສະຫນອງ. ຖະແຫຼງການນີ້ຈະເປັນການຢືນຢັນຄືນຄຳໝັ້ນສັນຍາຂອງອາຊຽນຄືນໃໝ່ເພື່ອສົ່ງເສີມນະວັດຕະກຳ, ການແຂ່ງຂັນ, ແລະ ຄວາມເຂັ້ມແຂງຂອງຕ່ອງໂສ້ການສະໜອງໃນພາກພື້ນ.

ບັນດາລັດຖະມົນຕີເສດຖະກິດໄດ້ຮັບຮອງເອົາຄຳແນະນຳໃນການປັບປຸງ ສັນຍາແຜນວຽກຂອງອາຊຽນ ວ່າດ້ວຍ ການຮ່ວມມືທາງດ້ານຊັບສິນທາງປັນຍາ (ASEAN Framework Agreement on Intellectual Property Cooperation – AFAIPC) ໂດຍຄາດຫວັງວ່າການເຈລະຈາປັບປຸງສັນຍາດັ່ງກ່າວຈະສາມາດເລິ່ມຕົ້ນໄດ້ໃນປີ 2025. ກອງປະຊຸມຍັງຮູ້ສຶກຍິນດີຕໍ່ກັບຄວາມຄືບຫນ້າອັນສຳຄັນທີ່ຈະນຳໄປສູ່ການສະຫຼຸບການເຈລະຈາປັບປຸງສັນຍາເຂດການຄ້າເສລີອາຊຽນ-ສປ ຈີນ (ASEAN-China FTA 3.0) ແລະ ເປັນ ການຢັ້ງຢືນຄືນໃໝ່ຕໍ່ກັບຄຳໝັ້ນສັນຍາຮ່ວມກັນກັບ ສປ ຈີນ ເພື່ອໃຫ້ສາມາດບັນລຸການສະຫຼຸບທີ່ມີເນື້ອໃນສຳຄັນຂອງການເຈລະຈາພາຍໃນປີນີ້, ເຊິ່ງຈະເປັນການຍົກລະດັບການພົວພັນທາງດ້ານເສດຖະກິດ ແລະ ກາຄ້າ ລະຫວ່າງອາຊຽນ ແລະ ສປ ຈີນ ໄປສູ່ລະດັບທີ່ສູງຂຶ້ນ.

ທ່ານຍັງໄດ້ລາຍງານໃຫ້ຮູ້ວ່ສແຜນວຽກເສດຖະກິດທີ່ເປັນບູລິມະສິດຂອງ ສປປ ລາວ ໃນນາມເປັນປະທານລັດຖະມົນຕີເສດ ຖະກິດອາຊຽນໃນປີ 2024 ນີ້ ແມ່ນຍັງສືບຕໍ່ດຳເນີນການເພື່ອໃຫ້ສຳເລັດພາຍໃນທ້າຍປີ.

ກອງປະຊຸມຄັ້ງນີ້ຍັງໄດ້ປຶກສາຫາລືກັນເຖິງວິທີການທີ່ຈະປັບປຸງການຄ້າພາຍໃນອາຊຽນ, ໂດຍສະເພາະຜ່ານມາດຕະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຈັດຕັ້ງປະຕິບັດສັນຍາການຄ້າດ້ານສິນຄ້າຂອງອາຊຽນ (ASEAN Trade in Goods Agreement – ATIGA). ຍິນດີຕໍ່ຄວາມຄືບໜ້າໃນການປັບປຸງສັນຍາດັ່ງກ່າວ. ເຊິ່ງເປັນການຮັບຊາບຕໍ່ກັບບົດບາດທີ່ສຳຄັນຂອງສັນຍານີ້ໃນພາກພື້ນ, ກອງປະຊຸມຮັບປະກັນວ່າ ການປັບປຸງສັນຍາດັ່ງກ່າວຈະເປັນການປັບປຸງທີ່ມີລັກສະນະທັນ ສະໄໝ, ກວ້າງຂວາງ, ເປັນສັນຍາທີ່ກວມເອົາອົງປະກອບດັ້ງເດີມ ແລະອົງປະກອບທີ່ເກີດຂຶ້ນມາໃໝ່ເຊິ່ງຈະເປັນການຕອບສະໜອງຕໍ່ກັບການພັດທະນາໃນພາກພື້ນ ແລະ ສາກົນ. ພ້ອມ ທັງຄາດຫວັງວ່າການເຈລະຈາປັບປຸງສັນຍາດັ່ງກ່ວນີ້ຈະສາມາດສຳເລັດພາຍໃນປີ 2025.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version