Home ຂ່າວໜ້າໜຶ່ງ ອາຊຽນ ສະເໜີດັດຊະນີນະໂຍບາຍ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ 2024

ອາຊຽນ ສະເໜີດັດຊະນີນະໂຍບາຍ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ 2024

0

ຂປລ. ໃນໂອກກາດດຳເນີນ ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 56 ໃນວັນທີ 20 ກັນຍາ ຜ່ານມາ, ອາຊຽນໄດ້ນໍາສະເໜີດັດຊະນີນະໂຍບາຍ ທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ (SME) 2024 ໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ (ອຄ) ແຫ່ງ ສປປ ລາວ ໄດ້ມີຄໍາເຫັນ ວ່າ: ການນໍາສະເໜີດັດຊະນີນະໂຍບາຍ SME ຫລື SME Index Policy ອາຊຽນ 2024 ຄັ້ງນີ້ ແມ່ນເຫດການສໍາຄັນ ເພື່ອເປັນຂີດໝາຍສະເຫລີມສະຫລອງຄວາມສຳຄັນ ຂອງການສະໜັບສະໜູນ SME ໃຫ້ແກ່ເສດຖະກິດພາກພື້ນອາຊຽນ.

ວິສາຫະກິດຂະໜາດນ້ອຍ-ຂະໜາດກາງ (SMEs) ແລະ ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ-ຂະໜາດກາງ (MSMEs) ແມ່ນກະດູກສັນຫລັງຂອງເສດຖະກິດອາຊຽນ ໃນພາກພື້ນອາຊຽນມີ SMEs 70 ລ້ານກວ່າແຫ່ງ ກວມເອົາ 97-99% ຂອງການປະກອບການທັງໝົດ, ສ້າງລາຍຮັບໄດ້ປະມານເຄິ່ງໜຶ່ງຂອງ GDP ຂອງອາຊຽນ ກວມເອົາ 20% ຂອງການສົ່ງອອກທັງໝົດ ແລະ ສ້າງວຽກເຮັດງານທຳໃຫ້ຫລາຍກວ່າ 80% ຂອງ 180 ລ້ານຕໍາແໜ່ງ ສະແດງໃຫ້ເຫັນເຖິງບົດບາດສຳຄັນຂອງ SME ໃນການປະກອບສ່ວນສະໜັບສະໜູນຄວາມຈະເລີນຮຸ່ງເຮືອງຂອງອາຊຽນ.

ທ່ານ ມະໄລທອງ ກົມມະສິດ ໄດ້ໃຫ້ຮູ້ອີກວ່າ: ເພື່ອເສີມຂະຫຍາຍບົດບາດດັ່ງກ່າວ, ແຜນປະຕິບັດງານຍຸດທະສາດ ກ່ຽວກັບການພັດທະນາ SME (SAPSMED) 2016-2025 ໄດ້ຮັບການພັດທະນາໂຄງການສໍາຄັນຕ່າງໆໄດ້ຖືກຈັດຕັ້ງປະຕິບັດ ພາຍໃຕ້ການຮ່ວມມື ແລະ ການສະໜັບສະໜູນຈາກຄູ່ຮ່ວມຍຸດທະສາດຂອງພວກເຮົາ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ SMEs ຂອງອາຊຽນນັບແຕ່ການເຂົ້າເຖິງດ້ານການເງິນ, ການເຂົ້າເຖິງຕະຫລາດ ແລະ ການເປັນສາກົນ, ການຍົກສູງປະສິດທິຜົນການພັດທະນາຜູ້ປະກອບການ ລວມເຖິງມຸມມອງຂອງການເປັນມິດຕໍ່ສິ່ງແວດລ້ອມ ແລະ ການຮ່ວມກຸ່ມ ຊຶ່ງດັດຊະນີນະໂຍບາຍດັ່ງກ່າວ, ເຮັດໃຫ້ເຮົາຮູ້ເຖິງເຫດການສໍາຄັນທີ່ບັນລຸໄດ້ໃນການສົ່ງເສີມ SME ໃນໄລຍະ 6 ປີຜ່ານມາ ແລະ ບາງຊ່ອງວ່າງ ທີ່ຕ້ອງໄດ້ຮັບການປັບປຸງເພີ່ມຕື່ມ ໂດຍສະເພາະ ການປັບປຸງປະສິດທິພາບທາງທຸລະກິດໃນໄລຍະເສດຖະກິດໂລກມີຄວາມສັບສົນ, ລະບົບຕ່ອງໂສ້ການສະໜອງທົ່ວໂລກ ແລະ ຄວາມເຄັ່ງຕຶງທາງດ້ານພູມສາດ ແລະ ອື່ນໆ.

ຈາກການປະເມີນທີ່ລະອຽດຢູ່ໃນ ການປະເມີນ ຕົວຊີ້ວັດດັດສະນີນະໂຍບາຍໃນການພັດທະນາ ວິສະຫະກິດຂະໜາດນ້ອຍ ແລະ ກາງ ໃນອາຊຽນ(ASPI) ຄະນະກຳມາທິການອາຊຽນ ພາກສ່ວນກ່ຽວຂ້ອງ ແລະ ບັນດາຄູ່ຮ່ວມພັດທະນາສາມາດສ້າງນະໂຍບາຍທີ່ຄົບຖ້ວນ ແລະ ມີປະສິດທິພາບຫລາຍຂຶ້ນ ທີ່ກ່ຽວຂ້ອງກັບການເພີ່ມປະ ສິດທິພາບຂອງການນຳໃຊ້ພື້ນຖານໂຄງລ່າງທີ່ມີຢູ່ ລວມທັງປະສົບການ ຄວາມຮູ້ດ້ານການຜະລິດ ແລະ ລະບົບການຂົນສົ່ງສຳເລັດຮູບ ເພື່ອຮັບປະກັນຄວາມເຂັ້ມແຂງຂອງ SME ຫວັງຢ່າງຍິ່ງວ່າ ASPI 2024 ຈະຖືກນຳໃຊ້ເປັນເອກະສານອ້າງອີງ ທີ່ເປັນຮູບປະທໍາ ແນໃສ່ສ້າງນະໂຍບາຍສົ່ງເສີມ SME ທັງໃນລະດັບຊາດ ແລະ ພາກພື້ນ ແລະ ຫວັງວ່າຈະໄດ້ຮັບຮູ້ຜົນສຳເລັດອັນໃຫຍ່ຫລວງຂອງການສົ່ງເສີມ SME ໃນອາຊຽນ ໃນ ASPI ສະບັບຕໍ່ໄປ.

ຂ່າວ: ສົມຫວັງ

ພາບ: ເກດສະໜາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version