Home ຂ່າວໜ້າໜຶ່ງ ລັດຖະບານ ລາວ ແລະ ອົງການຢູນິເຊັບ ສົ່ງມອບອຸປະກອນຊ່ວຍເຫຼືອສຸກເສີນແກ່ຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

ລັດຖະບານ ລາວ ແລະ ອົງການຢູນິເຊັບ ສົ່ງມອບອຸປະກອນຊ່ວຍເຫຼືອສຸກເສີນແກ່ຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

0
UNICEF Lao PDR Flood Response

ວັນທີ 15 ກັນຍາ 2024 ທີ່ຜ່ານມາ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການຢູນິເຊັບ ໄດ້ສົ່ງມອບອຸປະກອນດ້ານ ນໍ້າ, ສຸຂາພິບານ ແລະ ສຸຂະອານາໄມ ຊວ່ຍເຫລືອເບື້ອງຕົ້ນໃຫ້ຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມທົ່ວ 486 ບ້ານ ໃນ 8 ແຂວງ ຂອງ ສປປ ລາວ ເພື່ອຮັບປະກັນການເຂົ້າເຖິງນໍ້າທີ່ປອດໄພ ແລະ ສຸຂະອະນາໄມຂອງຄອບຄົວທີ່ໄດ້ຮັບຜົນກະທົບ. ເຄື່ອງອຸປະກອນທີ່ໄດ້ສົ່ງມອບນັ້ນ ປະກອບມີ: ຢາເມັດຄະລໍລີນສຳລັບຂ້າເຊື້ອໃນນ້ຳດື່ມ 1.100.000 ເມັດ, ຄຸໃສ່ນ້ຳຫຼາຍກ່ວາ 250 ໜ່ວຍ, ສະບູ 4000 ກ້ອນ, ຕຸກໃສ່ນ້ຳດື່ມ 250 ຕຸກ, ຖັງນ້ຳສຳລັບຢາຍນ້ຳດື່ມ 5 ຖັງ, ຜ້າອະນາໄມຜູ້ຍິງ 200 ແພັກ, ໂອຢາງ 400 ໜ່ວຍ ເເລະ ຜ້າບັດ 5 ຜືນ. ໃນທ້າຍອາທິດທີ່ຜ່ານມາ, ໄດ້ມີການຈັດສົ່ງອຸປະກອນດ້ານ ນໍ້າ, ສຸຂາພິບານ ແລະ ສຸຂະອານາໄມ ໃຫ້ເເກ່ຊຸມຊົນໃນເຂດເມືອງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມທີ່ ນະຄອນຫຼວງວຽງຈັນ. ນອກຈາກນັ້ນ, ໃນອາທິດກ່ອນໜ້ານີ້ ກໍ່ຍັງໄດ້ມີການຈັດສົ່ງ ອຸປະກອນຊ່ວຍເຫຼືອຂັ້ນເບື້ອງຕົ້ນ ໃຫ້ແກ່ ແຂວງຫຼວງນໍ້າທາ ອີກເຊັ່ນດຽວກັນ. ການຊ່ວຍເຫຼືອເຫຼົ່ານີ້ເເມ່ນເພື່ອແນໃສ່ການຫຼຸດຜ່ອນຄວາມສ່ຽງຕໍ່ພະຍາດຕິດຕໍ່ທາງນ້ຳ ເຊັ່ນ: ພະຍາດຖອກທ້ອງ ແລະ ໂລກອະຫິວາ, ເຊິ່ງເປັນຄວາມສ່ຽງທີ່ສາມາດເພີ່ມຂຶ້ນໄດ້ ພາຍຫຼັງເກີດເຫດໄພພິບັດນໍ້າຖ້ວມ.

ທ່ານ ບິລາລ ດູຣານິ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ, ກໍ່ໄດ້ຍົກໃຫ້ເຫັນເຖິີງຄວາມສຳຄັນໃນການສະໜອງອຸປະກອນຊ່ວຍເຫຼືອເຫຼົ່ານີ້້: “ອົງການຢູນິເຊັບ ພວກເຮົາມີຄວາມພາກພູມໃຈ ທີ່ໄດ້ຊ່ວຍສະໜັບສະໜູນແກ່ ລັດຖະບານ ແຫ່ງ ສປປ ລາວ ໃນໄລຍະທີ່ຫຍຸ້ງຍາກນີ້. ພວກເຮົາຍັງຄົງສືບຕໍ່ເຮັດວຽກຢ່າງໃກ້ຊິດ ແລະ ຮ່ວມມືກັບທຸກພາກສ່ວນ ເພື່ອຊ່ວຍເຫຼືອຄອບຄົວທີ່ໄດ້ຮັບຜົນກະທົບ, ໂດຍສະເພາະແລ້ວແມ່ນເດັກນ້ອຍ. ການເຂົ້າເຖິງນ້ຳສະອາດ ແລະ ສຸຂະອານາໄມນັ້ນ ແມ່ນມາດຕະການປ້ອງກັນພື້ນຖານທີ່ສຳຄັນຫຼາຍໃນເຫດສຸກເສີນດັ່ງນີ້, ກໍ່ເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ການລະບາດຂອງພະຍາດ, ໂດຍສະເພາະໃນບັນດາເດັກນ້ອຍ.”

ໃນເຫດການສຸກເສີນ, ການເຂົ້າເຖິງນ້ຳສະອາດ ແລະ ສຸຂາພິບານ ແມ່ນສຳຄັນທີ່ສຸດ ເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ການລະບາດຂອງພະຍາດ. ເດັກນ້ອຍ ແມ່ນມີຄວາມສ່ຽງສູງເປັນພິເສດຕໍ່ພະຍາດເຫຼົ່ານີ້ ເນື່ອງຈາກການພັດທະນາລະບົບພູມຕ້ານທານຂອງພວກເຂົາຍັງບໍ່ເຕັມທີ່ເທື່ອ ເຮັດໃຫ້ພວກເຂົາຕ້ອງເພິ່ງພາອາໄສຜູ້ອື່ນສຳລັບການດູແລ. ດັ່ງນັ້ນ, ການສະໜອງນ້ຳສະອາດ, ສະບູ, ແລະ ອຸປະກອນດ້ານ ນໍ້າ, ສຸຂາພິບານ ແລະ ສຸຂະອານາໄມອື່ນໆ ແມ່ນມີຄວາມສຳຄັນຕໍ່ການຮັບປະກັນສຸຂະພາບ ແລະ ຄວາມປອດໄພຂອງພວກເຂົາ.

ທ່ານ. ດຣ. ພົມປະເສີດ ໄຊຍະແສງ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ຂອງ ກະຊວງສາທາລະນະສຸກ, ກໍ່ໄດ້ເນັ້ນໜັກເຖິງຄວາມສຳຄັນ ແລະ ປະຕິບັດການຢ່າງວ່ອງໄວໃນເຫດການສຸກເສີນດັ່ງນີ້ ແລະ ໄດ້ກ່າວວ່າ: “ບູລິມະສິດຂອງພວກເຮົາ ແມ່ນການປົກປ້ອງສຸຂະພາບຂອງຊຸມຊົນພວກເຮົາ, ໂດຍສະເພາະແມ່ນເດັກນ້ອຍ ເຊິ່ງເປັນກຸ່ມທີ່ມີຄວາມສ່ຽງທີ່ສຸດ ໃນເວລາເກີດໄພນ້ຳຖ້ວມ. ການຊ່ວຍເຫຼືອທີ່ທັນເວລາຈາກ ອົງການຢູນິເຊັບ ແລະ ຄູ່ຮ່ວມພັດທະນາ ໄດ້ຊ່ວຍພວກເຮົາໃຫ້ສາມາດຕອບສະໜອງຊັບພະຍາກອນທີ່ຈຳເປັນ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດ ແລະ ປົກປ້ອງສະຫວັດດີການຂອງປະຊາຊົນລາວ”.

ຄອບຄົວທີ່ຢູ່ອາໄສຢູ່ໃນເຂດທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຄວນນຳໃຊ້ຢາເມັດຄະລໍລີນສຳລັບຂ້າເຊື້ອໃນນ້ຳດື່ມ ທີ່ໄດ້ຮັບ ເພື່ອເຮັດໃຫ້ນ້ຳດື່ມມີຄວາມສະອາດ ແລະ ຄວນລ້າງມືດ້ວຍສະບູເປັນປະຈຳ ເພື່ອປ້ອງກັນພະຍາດຕ່າງໆ. ການຮັບປະກັນໃຫ້ເດັກນ້ອຍສາມາດເຂົ້າເຖິງນ້ຳສະອາດ ແລະ ສະພາບແວດລ້ອມທີ່ປອດໄພ ແມ່ນກຸນແຈຫຼັກ ໃນການປົກປ້ອງສຸຂະພາບຂອງພວກເຂົາ ໃນຂະນະທີ່ຊຸມຊົນທີ່ໄດ້ຮັບຜົນກະທົບຄ່ອຍໆຟື້ນຕົວຈາກໄພນ້ຳຖ້ວມ.

ອົງການຢູນິເຊັບ ແລະ ຄູ່ຮ່ວມພັດທະນາ ຈະຍັງຄົງສືບຕໍ່ເຮັດວຽກຢ່າງໃກ້ຊິດກັບ ລັດຖະບານ ແຫ່ງ ສປປ ລາວ ເພື່ອຮັບປະກັນວ່າທຸກໆຊຸມຊົນທີ່ໄດ້ຮັບຜົນກະທົບຈາກເຫດການສຸກເສີນນີ້ ຈະສາມາດເຂົ້າເຖິງການບໍລິການດ້ານ ນໍ້າ, ສຸຂາພິບານ ແລະ ສຸຂະອານາໄມ ໄດ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version