Home ຂ່າວພາຍໃນ ກອງປະຊຸມປະຈໍາປີວຽກງານເຝົ້າລະວັງໄຂ້ຫວັດ ແລະ ໝວດອາການອັກເສບລະບົບຫາຍໃຈ

ກອງປະຊຸມປະຈໍາປີວຽກງານເຝົ້າລະວັງໄຂ້ຫວັດ ແລະ ໝວດອາການອັກເສບລະບົບຫາຍໃຈ

0

ກອງປະຊຸມປະຈໍາປີວຽກງານເຝົ້າລະວັງໄຂ້ຫວັດ ແລະ ໝວດອາການອັກເສບລະບົບຫາຍໃຈກອງປະຊຸມປະຈໍາປີວຽກງານເຝົ້າລະວັງໄຂ້ຫວັດ ແລະ ໝວດອາການອັກເສບລະບົບຫາຍໃຈ, ໄດ້ຈັດຂຶ້ນໃນວັນທີ 12 ກັນຍາ 2024 ຜ່ານມາ, ໂດຍການເປັນປະທານຂອງ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ປອ. ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ທ່ານ ດຣ. ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງຈໍາປາສັກ ແລະ ທ່ານ Dr. Bill Davis ຫົວໜ້າແຜນງານກັນ ແລະ ຄວບຄຸມພະຍາດໄຂ້ຫັວດ, ຫ້ອງການສູນຄວບຄຸມ ແລະປ້ອງກັນພະຍາດຕິດຕໍ່ແຫ່ງສະຫະລັດອາເມລິກາ (US CDC) ປະຈໍາພາກພື້ນອາຊີຕາເວັນອອກສຽງໃຕ້, ປະເທດໄທ , ມີຜູ້ແທນເຂົ້້າຮ່ວມມາຈາກ ຈາກໂຮງໝໍເຄືອຂ່າຍການເຝົ້າລະວັງ 08 ແຫ່ງ (ນະຄອນຫຼວງວຽງຈັນ (ໂຮງໝໍເສດຖາທິລາດ, ໂຮງໝໍມິດຕະພາບ ແລະ ໂຮງໝໍມະໂຫສົດ), ຫລວງພະບາງ (ໂຮງໝໍແຂວງ ແລະ ໂຮງໝໍທະຫານ 107), ໄຊຍະບູລີ, ສະຫັວນນະເຂດ, ຈໍາປາສັກ, ສາລະວັນ ເຊີ່ງປະກອບມີ ທ່ານ ຫົວໜ້າ/ຄະນະອໍານວຍການໂຮງໝໍແຂວງ, ທີມງານທີ່ຮັບຜິດ ຊອບການເຝົ້າລະວັງພະຍາດໄຂ້ຫັວດ ແລະ ຊືມເຊື້ອລະບົບຫາຍໃຈຮຸນແຮງກະທັນຫັນ, ຕາງໜ້າວິຊາການໜ່ວຍງານລະບາດວິທະຍາ ແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ ໄດ້ມີການນຳສະເໜີສະພາບລວມການເຝົ້າລະວັງພະຍາດໄຂ້ຫວັດໃຫຍ່, ໄຂ້ຫວັດສັດປີກ ແລະ ສະພາບການ COVID-19 ໃນໂລກ, ພາກພື້ນ ແລະ ໃນ ສປປ ລາວ ແລະ ເພື່ອເປັນການທົບທວນຄືນການເຝົ້າລະວັງ ໄຂ້ຫວັດໃຫຍ່ (ILI/SARI) ແລະ COVID-19 ຢູ່ໃນໂຮງໝໍເຄືອຂ່າຍເຝົ້າລະວັງ, ເພື່ອສະເໜີແນວທາງການເຝົ້າລະວັງໄຂ້ຫວັດ ແບບຍືນຍົງໃນອະນາຄົດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version