Home ຂ່າວໜ້າໜຶ່ງ ກອງປະຊຸມສະພາເຂດການລົງທຶນອາຊຽນ ຄັ້ງທີ 27

ກອງປະຊຸມສະພາເຂດການລົງທຶນອາຊຽນ ຄັ້ງທີ 27

0

………..

ກອງປະຊຸມສະພາເຂດການລົງທຶນອາຊຽນ ຄັ້ງທີ 27 ໄດ້ຈັດຂຶ້ນໃນວັນທີ 16 ກັນຍາ ນີ້ ທີ່ນະຄອນຫຼວງວຽງຈັນ ສປປ ລາວ. ໂດຍການເປັນປະທານ ຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແຫ່ງ ສປປ ລາວ, ທ່ານ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ, ມີບັນດາທ່ານລັດຖະມົນຕີສະພາເຂດການລົງທຶນອາຊຽນ, ທ່ານລັດຖະມົນຕີການຄ້າ ແລະ ອຸດສາຫະກໍາ ຕິມໍແລັດສະເຕ, ທ່ານຫົວໜ້າຄະນະຜູ້ແທນຂອງປະເທດສະມາຊິກອາຊຽນ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ສະແດງເຖິງຄວາມ ໝາຍໝັ້ນຮ່ວມກັນຂອງສະມາຊິກອາຊຽນ ທີ່ຈະສືບຕໍ່ເພີ່ມທະວີການເຊື່ອມໂຍງທາງດ້ານເສດຖະກິດ, ສ້າງສະພາບແວດລ້ອມທີ່ເອື້ອຍອໍານວຍ, ເປີດກວ້າງ ແລະ ໂປ່ງໃສ ເພື່ອດຶງດູດ ແລະ ສົ່ງເສີມການລົງທຶນທີ່ມີຄຸນນະພາບໃນພາກພື້ນໃຫ້ນັນມື້ນັບຫຼາຍຂຶ້ນ.

ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວວ່າ: ກອງປະຊຸມ ໄດ້ດໍາເນີນໃນທ່າມກາງທີ່ສະພາບການຂອງໂລກ ແລະ ພາກພື້ນ ກໍາລັງຜັນແປໄປຢ່າງສັບຊ້ອນ, ສະພາບເສດຖະກິດ ແລະ ການເງິນ ຍັງສືບຕໍ່ປະເຊີນກັບຄວາມທ້າທາຍ ຊຶ່ງຮຽກຮ້ອງໃຫ້ພວກເຮົາຕ້ອງຮ່ວມມືກັນ, ແລກປ່ຽນບົດຮຽນ ແລະ ຄໍາຄິດເຫັນເພື່ອຄົ້ນຄວ້າມາດຕະການແກ້ໄຂບັນດາສິ່ງທ້າທາຍເຫຼົ່ານີ້ໃຫ້ມີປະສິດທິພາບ-ປະສິດທິຜົນທີ່ສຸດ. ຄຽງຄູ່ກັນນັ້ນ, ການປ່ຽນແປງຂອງສະພາບດິນຟ້າອາກາດ ຍັງສືບຕໍ່ເປັນສິ່ງທ້າທາຍຕໍ່ການພັດທະນາແບບຍືນຍົງ ຊຶ່ງຮຽກຮ້ອງໃຫ້ອາຊຽນຕ້ອງໄດ້ທົບທວນນະໂຍບາຍ ແລະ ເພີ່ມທະວີການອໍານວຍຄວາມສະດວກດ້ານການລົງທຶນໃນພາກພື້ນໃຫ້ຫຼາຍຂຶ້ນ ເພື່ອຫຼຸດຜ່ອນຜົນກະທົບຈາກສິ່ງທ້າທາຍເຫຼົ່ານັ້ນ. ເຖິງແມ່ນວ່າ ພາກພື້ນຂອງພວກເຮົາຈະປະເຊີນກັບສິ່ງທ້າທາຍຫຼາຍອັນ, ແຕ່ໂດຍລວມ ພວກເຮົາຍັງສືບຕໍ່ຮັກສາໄດ້ສະຖຽນລະພາບດ້ານການລົງທຶນທີ່ໝັ້ນທ່ຽງ ຊຶ່ງສະແດງອອກໃນໂຕເລກມູນຄ່າການລົງທຶນໂດຍກົງຈາກຕ່າງປະເທດ ເພີ່ມຂຶ້ນ 0,3% ຈາກ 229 ຕື້ໂດລາ ໃນປີ 2022 ມາເປັນ 230 ຕື້ໂດລາ ໃນປີ 2023.

ທ່ານ ລມຕ ອຄ ກ່າວຕື່ມອີກວ່າ: ເພື່ອສືບຕໍ່ຮັກສາສະຖຽນລະພາບ ແລະ ສົ່ງເສີມການລົງທຶນໃນອາຊຽນ ໃຫ້ນັບມື້ນັບຫຼາຍຂຶ້ນ, ກອງປະຊຸມຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປຶກສາຫາລືຫຼາຍປະເດັນ, ເປັນຕົ້ນ ຈະໄດ້ລົງເລິກປຶກສາຫາລືກ່ຽວກັບການປະເມີນສະພາບການລົງທຶນໃນອາຊຽນ ສໍາລັບ ປີ 2024 ພ້ອມທັງການເພີ່ມທະວີການດຶງດູດການລົງທຶນໃນຕໍ່ໜ້າ. ນອກຈາກນັ້ນ, ກອງປະຊຸມຈະໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງຄະນະເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນກ່ຽວກັບການຮ່ວມມືດ້ານການລົງທຶນໃນອາຊຽນ

ແລະ ບົດຄົ້ນຄວ້າສະພາບການລົງທຶນໃນອາຊຽນ ຂອງບັນດາຊ່ຽວຊານຕ່າງປະເທດ; ເພື່ອຮັບປະກັນຜົນສໍາເລັດຂອງກອງປະຊຸມໃນຄັ້ງນີ້, ຮຽກຮ້ອງມາຍັງບັນດາຜູ້ແທນທີ່ເຂົ້າຮ່ວມ ໃຫ້ການສະໜັບສະໜູນ ແລະ ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ສ້າງສັນ ເພື່ອສ້າງອາຊຽນໃຫ້ກາຍເປັນສູນກາງດ້ານການລົງທຶນຂອງ ພາກພື້ນ ແລະ ສາກົນ, ນໍາເອົາຜົນປະໂຫຍດ ມາສູ່ປະຊາຊົນອາຊຽນໃຫ້ຫຼາຍຂຶ້ນ.

(ຂ່າວ: ຍຸພິນທອງ-ພາບ: ແສງຈັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version