Home ຂ່າວໜ້າໜຶ່ງ ຫຼາຍ​ພາກ​ສ່ວນ ມອບເງິນ-ວັດ​ຖຸ ມູນຄ່າ 24,77 ຕື້ກີບ ເພື່ອນໍາໄປຊ່ວຍຜູ້ປະສົບໄພນ້ຳ​ຖ້ວມ

ຫຼາຍ​ພາກ​ສ່ວນ ມອບເງິນ-ວັດ​ຖຸ ມູນຄ່າ 24,77 ຕື້ກີບ ເພື່ອນໍາໄປຊ່ວຍຜູ້ປະສົບໄພນ້ຳ​ຖ້ວມ

0

———–

ໃນວັນທີ 16 ກັນຍາ ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ພິທີມອບ-ຮັບການຊ່ວຍເຫຼືອ ເປັນເງິນ ແລະ ວັດຖຸ ເພື່ອນໍາໄປຊ່ວຍຜູ້ປະສົບໄພນໍ້າຖ້ວມ ໃນຂອບເຂດທົ່ວປະເທດ, ໂດຍ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທັງເປັນຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດຂັ້ນສູນກາງ ໄດ້ຕາງໜ້າລັດຖະບານ ຮັບການຊ່ວຍເຫຼືອຈາກ 24 ພາກສ່ວນ ລວມມູນຄ່າ 23,17 ຕື້ກີບ; ພ້ອມນີ້, ກໍມີບາງບໍລິສັດທີ່ບໍ່ທັນໄດ້ມາມອບທາງການ ແຕ່ກໍໄດ້ໂອນເງິນຊ່ວຍເຫຼືອໃຫ້ແລ້ວ 1,6 ຕື້ກີບ, ລວມມູນຄ່າການຊ່ວຍເຫຼືອຄັ້ງນີ້ 24,77 ຕື້ກີບ.

ພາກສ່ວນທີ່ມອບການຊ່ວຍເຫຼືອຄັ້ງນີ້, ປະກອບມີ: ສູນກາງແນວລາວສ້າງຊາດ ໄດ້ມອບເງິນ 500 ລ້ານກີບ, ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ໄດ້ມອບເງິນຈໍານວນ 300 ລ້ານກີບ, ກຸ່ມບໍລິສັດ ຈະເລີນເຊກອງ ຈໍາກັດ 2 ຕື້ກີບ, ກຸ່ມບໍລິສັດ ພົງຊັບທະວີ ຈໍາກັດ 2 ຕື້ກີບ, ກຸ່ມບໍລິສັດ ພອນສັກ 2 ຕື້ກີບ, ບໍລິສັດ ວັນນິດາ ສຳຫຼວດແຮ່ທາດ ແລະ ລົງທຶນ ຈໍາກັດ 2 ຕື້ກີບ, ບໍລິສັດ PTL-Holding (ປີໂປຣເທຣດ, ທ່າບົກທ່ານາແລ້ງ, VLP ແລະ ຂວັນໃຈການຄ້າ) 2 ຕື້ກີບ (ໃນນີ້ມີເງິນ 1 ຕື້ກີບ; ວັດຖຸ ເປັນເຂົ້າສານ, ອາຫານແຫ້ງ, ເຄື່ອງບັນເທົາທຸກ ແລະ ນໍ້າມັນຊ່ວຍເຫຼືອຄະນະກູ້ໄພ ມູນຄ່າ 1 ຕື້ກີບ), ທະນາຄານຮ່ວມພັດທະນາ (JDB) 1,5 ຕື້ກີບ, ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ 1,57 ຕື້ກີບ (ເງິນ 1 ຕື້ກີບ, ວັດຖຸ 570 ລ້ານກີບ), ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດຜະລິດໄຟຟ້າລາວ ມະຫາຊົນ 1 ຕື້ກີບ, ບໍລິສັດ AIF ແລະ AIDC 1 ຕື້ກີບ, ບໍລິສັດພັດທະນາບໍ່ແຮ່ ໄຊສົມບູນ 1 ຕື້ກີບ.

ພ້ອມດຽວກັນນີ້, ກໍມີ ບໍລິສັດ ໄຊຊະນະພະລັງງານ ແລະ ບໍລິສັດ ເມືອງໂຂງ ກລີນເອເນຈີ ຈໍາກັດ 1 ຕື້ກີບ, ບໍລິສັດ ດອນສະໂຮງ ຈໍາກັດ 1 ຕື້ກີບ, POWER CHINA ມອບ 1 ຕື້ກີບ, ບໍລິສັດ ສີທັນດອນພັດທະນາ ຈໍາກັດ 800 ລ້ານກີບ, ບໍລິສັດ ເພັດ ສີສະເກດ ແລະ ບໍລິສັດ ລາວ-ຈີນ ພັດທະນາ ແຮ່ຫາຍາກ ພາກເໜືອ (2) ຈໍາກັດ ມອບ 600 ລ້ານກີບ, ບໍລິສັດ ຄູນຄໍາ 500 ລ້ານກີບ, ບໍລິສັດ ດວງຈະເລີນ 500 ລ້ານກີບ, ກຸ່ມບໍລິສັດ ຄໍາພູວົງ 300 ລ້ານກີບ ແລະ ບໍລິສັດ ວຽງພັດທະນາ ຈໍາກັດ 100 ລ້ານກີບ, ບໍລິສັດ ລືໄຊການຄ້າ 500 ລ້ານກີບ, ກະຊວງເຕັກໂນໂລຊີ ແລະ ການສື່ສານ 500 ລ້ານກີບ.

ນອກນີ້, ກໍມີ ບາງບໍລິສັດ ທີ່ບໍ່ທັນໄດ້ມາມອບທາງການ ແຕ່ກໍໄດ້ໂອນເງິນຊ່ວຍເຫຼືອໃຫ້ແລ້ວເປັນຕົ້ນ ບໍລິສັດ ຍອດງື່ມພາວເວີ້ ຈໍາກັດ ຈໍານວນ 1 ຕື້ກີບ, ບໍລິສັດ ວິໄຈ ແລະ ພັດທະນາ ມາກເກີ ປີໂຕລຽມ ຂາເຂົ້າ-ຂາອອກ ຈໍາກັດ 600 ລ້ານກີບ ເພື່ອຮ່ວມຊ່ວຍເຫຼືອຜູ້ປະຊົບໄພນໍ້າຖ້ວມໃນຄັ້ງນີ້.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ພາກສ່ວນຕ່າງໆຂ້າງເທິງນັ້ນ ທີ່ເຫັນໄດ້ຄວາມສຳຄັນ ໃນການເປັນກຳລັງແຮງດ້ານເງິນ ແລະ ວັດຖຸ ຊ່ວຍລັດຖະບານໃນການສຸມກຳລັງຊ່ວຍປະຊາຊົນລາວບັນດາເຜົ່າ ຜູ້ທີ່ຕົກຢູ່ໃນວິກິດ ໄດ້ຮັບຜົນກະທົບ ຈາກໄພທຳມະຊາດ ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນວຽກງານແກ້ໄຂ ແລະ ຕ້ານໄພພິບັດ ຢູ່ ສປປ ລາວ. ພ້ອມນີ້, ທ່ານ ນາຍົກລັດຖະມົນຕີຍັງໄດ້ກ່າວຢືນຢັນວ່າ ຈະນຳເອົາເງິນ ທີ່ໄດ້ຮັບການ​ຊ່ວຍ​ເຫຼືອໃນຄັ້ງນີ້ ນຳໃຊ້ເຂົ້າໃນວຽກງານແກ້ໄຂ ແລະ ຕ້ານໄພພິບັດ ກໍຄື ນຳໄປຊ່ວຍເຫຼືອ ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ຢູ່ບັນດາແຂວງ ໃນຂອບເຂດ ທົ່ວປະເທດຢ່າງທົ່ວເຖິງ.

(ຂ່າວ-ພາບ: ສຸກສະຫວັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version