Home ຂ່າວໜ້າໜຶ່ງ ການເຂົ້າຮ່ວມງານສັບປະດາສື່ມວນຊົນອາຊຽນ-ຈີນ ຄັ້ງທີ 6 ຂອງຄະນະຜູ້ແທນກະຊວງ ຖວທ ທີ່ນະຄອນໜານໜິງ, ສປ ຈີນ ໃນລະຫວ່າງວັນທີ 10-12 ກັນຍາ 2024.

ການເຂົ້າຮ່ວມງານສັບປະດາສື່ມວນຊົນອາຊຽນ-ຈີນ ຄັ້ງທີ 6 ຂອງຄະນະຜູ້ແທນກະຊວງ ຖວທ ທີ່ນະຄອນໜານໜິງ, ສປ ຈີນ ໃນລະຫວ່າງວັນທີ 10-12 ກັນຍາ 2024.

0


ປະຕິບັດຕາມການເຊື້ອເຊີນຂອງກົມໂທລະພາບ ແລະ ວິທະຍຸແຫ່ງຊາດເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ສປ ຈີນ, ທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົນຕີກະຊວງ ຖວທ ໄດ້ນໍາພາຄະນະ ເຂົ້າຮ່ວມງານສັບປະດາສື່ມວນຊົນອາຊຽນ-ຈີນ ຄັ້ງທີ 6 (the 6th ASEAN-China Media Week) ທີ່ນະຄອນໜານໜິງ ໃນລະຫວ່າງວັນທີ 10-12 ກັນຍາ 2024. ງານຄັ້ງນີ້ຈັດຂື້ນພາຍໃຕ້ການເປັນເຈົ້າພາບຮ່ວມລະຫວ່າງໂທລະພາບ ແລະ ວິທະຍຸແຫ່ງຊາດ ສປ ຈີນ (NRTA) ແລະ ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຂອງ ສສ ຫວຽດນາມ (MIC) ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ Yang Guorui (ຢາງ ໂກຣຸຍ) ຮອງລັດຖະມົນຕີປະຈໍາ NRTA, ມີທ່ານ ນ. Lu Xinning, ຄະນະປະຈໍາພັກເຂດປົກຄອງຈ້ວງກວາງຊີ, ຮອງເຈົ້າແຂວງ, ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີຈາກປະເທດອາຊຽນທີ່ເຂົ້າຮ່ວມແບບເຊິ່ງໜ້າ ແລະ ທາງໄກຈໍານວນໜຶ່ງ, ບັນດາຫົວໜ້າກົງສຸນໃຫຍ່ຂອງປະເທດອາຊຽນປະຈໍານະຄອນໜານໜິງ, ບັນດາຜູ້ແທນຈາກອົງການສື່ມວນຊົນຂອງອາຊຽນ ແລະ ສປ ຈີນ ທັງພາກລັດ ແລະ ເອກະຊົນເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.

ງານສັບປະດາສື່ມວນຊົນອາຊຽນ-ຈີນ ປີນີ້ ຈັດຂື້ນພາຍໃຕ້ຫົວຂໍ້: “ເສີມສ້າງການແລກປ່ຽນໄປມາຫາສູ່ລະຫວ່າງປະຊາຊົນໃຫ້ຫຼາຍຂື້ນ, ພ້ອມກັນສ້າງອະນາຄົດເພື່ອການຮ່ວມມືດ້ານພາບ ແລະ ສຽງທີ່ດີຂື້ນ” ຖືເປັນກິດຈະກໍາໜຶ່ງທີ່ສໍາຄັນ ແລະ ມີຄວາມໝາຍໃນການຍົກລະດັບການຮ່ວມມືຍຸດທະສາດຮອບດ້ານລະຫວ່າງອາຊຽນ-ຈີນ ເວົ້າລວມ, ເວົ້າສະເພາະແມ່ນໃນຂົງເຂດສື່ມວນຊົນ ເຊິ່ງກົງກັບປີດຽວກັນ ທີ່ອາຊຽນ ແລະ ສປ ຈີນ ພວມຈັດຕັ້ງປະຕິບັດ ປີແຫ່ງການແລກປ່ຽນການໄປມາຫາສູ່ຂອງປະຊາຊົນ ຂອງສອງຝ່າຍອາຊຽນ-ຈີນ 2024 ໃຫ້ມີບັນຍາກາດຟົດຟື້ນຍິ່ງຂື້ນ ແນໃສ່ເຜີຍແຜ່ໂຄສະນາວັດທະນະທໍາອັນຫຼາກຫຼາຍ ແລະ ເປັນເອກະລັກຂອງສອງຝ່າຍໃຫ້ນັບມື້ນັບກວ້າງຂວາງ ທັງສ້າງຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນໃຫ້ຫຼາຍຂື້ນ. ງານສັບປະດາສື່ມວນຊົນອາຊຽນ-ຈີນ ຄັ້ງນີ້ ປະກອບດ້ວຍຫຼາກຫຼາຍກິດຈະກໍາທີ່ໜ້າສົນໃຈ ເປັນຕົ້ນແມ່ນພິທີເປີດທາງການທີ່ມີທັງການສະແດງສິລະປະຮ່ວມກັນ, ພິທີມອບລາງວັນຜູ້ທີ່ດີເດັ່ນໃນການສ້າງເນື້ອໃນໂຄສະນາສົ່ງເສີມການຮ່ວມມືດ້ານສື່ລະຫວ່າງອາຊຽນ ແລະ ສປ ຈີນ, ການວາງສະແດງຂອງຂະແໜງພາບ ແລະ ສຽງ ທີ່ກວມເອົາສື່ມວນທຸກຮູບແບບຂອງຍຸກສະໄໝ, ກອງປະຊຸມວິຊາການຂອງບັນດາສື່ມວນຊົນ ແລະ ນັກລົງທຶນໃນຂະແໜງອຸດສາຫະກໍາພາບ ແລະ ສຽງອາຊຽນ-ຈີນ, ພິທີລົງນາມການຮ່ວມມືລົງທຶນລະຫວ່າງອາຊຽນ ແລະ ສປ ຈີນ, ແລະ ອື່ນໆ ອັນສ້າງເງື່ອນໄຂໃຫ້ຜູ້ເຂົ້າຮ່ວມສາມາດພົບປະແລກປ່ຽນຄໍາຄິດຄໍາເຫັນ ແລະ ຄວາມເປັນໄປໄດ້ໃນການລົງທຶນຮ່ວມກັນໃນວຽກງານດັ່ງກ່າວ. ໃນໂອກາດດຽວກັນນີ້, ຄະນະຜູ້ແທນຍັງໄດ້ຢ້ຽມຢາມຫໍພິພິທະພັນ ແລະ ສະຖານີໂທລະພາບ ແລະ ວິທະຍຸຂອງແຂວງກວາງຊີອີກດ້ວຍ.

ງານຄັ້ງນີ້ຈັດຂື້ນພາຍໃຕ້ການເປັນເຈົ້າພາບຮ່ວມລະຫວ່າງອົງການໂທລະພາບ ແລະ ວິທະຍຸແຫ່ງຊາດ ສປ ຈີນ (NRTA), ກະຊວງຖະແຫຼງຂ່າວ ແລະ ການສ ື່ສານ ຂອງ ສສ ຫວຽດນາມ (MIC) ແລະ ສະຖານີໂທລະພາບ ແລະ ວິທະຍຸແຂວງກວາງຊີ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version