Home ຂ່າວຕ່າງປະເທດ ທ່ານ ສີ ຈິ້ນຜິງ ໃຫ້ຄຳຊີ້ນຳທີ່ສຳຄັນຕໍ່ໄພພິບັດຈາກພາຍຸໄຕ້ຝຸ່ນຢາກິ

ທ່ານ ສີ ຈິ້ນຜິງ ໃຫ້ຄຳຊີ້ນຳທີ່ສຳຄັນຕໍ່ໄພພິບັດຈາກພາຍຸໄຕ້ຝຸ່ນຢາກິ

0

ວິທະຍຸສາກົນ ແຫ່ງ ສປ ຈີນ ວັນທີ 7 ກັນຍານີ້ ພາຍຸໄຕ້ຝຸ່ນຢາກິ ໄດ້ເຮັດໃຫ້ປະຊາຊົນ 1,22 ລ້ານຄົນ ໃນແຂວງໄຫຫລຳ, ແຂວງກວາງຕຸ້ງ ແລະ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ ປະສົບໄພຢ່າງໜັກເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ແລະ ໄດ້ຮັບບາດເຈັບອີກ 95 ຄົນ.

ພາຍຫລັງໄພພິບັດດັ່ງກ່າວເກີດຂຶ້ນແລ້ວ, ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກກອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການ ການທະຫານສູນກາງຈີນ ໄດ້ເອົາໃຈໃສ່ເປັນຢ່າງສູງ ແລະ ໃຫ້ຄຳຊີ້ນຳທີ່ສຳຄັນໂດຍຮຽກຮ້ອງໃຫ້ເລັ່ງກວດກາສະພາບຂອງໄພພິບັດຢ່າງລະອຽດ, ຈັດຕັ້ງກຳລັງພາກສ່ວນຕ່າງໆ ກູ້ໄພ, ຈັດສັນປະຊາຊົນຜູ້ປະສົບໄພໃຫ້ດີເພື່ອປ້ອງກັນບໍ່ໃຫ້ໄພເກີດຂຶ້ນຕາມມາອີກ ແລະ ພະຍາຍາມຈົນສຸດຄວາມສາມາດເພື່ອຫລຸດຈຳນວນຜູ້ເສຍຊີວິດ ແລະ ບາດເຈັບ.

ພ້ອມທັງຕ້ອງຟື້ນຟູສິ່ງກໍ່ສ້າງພື້ນຖານໂຄງລ່າງຕ່າງໆ ເຊັ່ນ: ຄົມມະນາຄົມ, ພະລັງໄຟຟ້າ ແລະ ໂທລະຄົມ, ຕັ້ງໜ້າດຳເນີນການສ້າງສາຄືນໃໝ່ຫລັງໄພພິບັດ, ຟື້ນຟູຄວາມເປັນລະບຽບຮຽບຮ້ອຍດ້ານການຜະລິດ ແລະ ຊີວິດ ການເປັນຢູ່ຂອງປະຊາຊົນເປັນປົກກະຕິໂດຍໄວ ຮັບປະກັນຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນຢ່າງແທ້ຈິງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version