Home ແຈ້ງການສໍາຄັນ ແຈ້ງເຕືອນພາຍຸໝູນເຂດຮ້ອນຢາກິ (YAGI)

ແຈ້ງເຕືອນພາຍຸໝູນເຂດຮ້ອນຢາກິ (YAGI)

0

ພາຍຸໝູນເຂດຮ້ອນຢາກິ (YAGI) ຫົວທີ 11 ປະຈໍາປີ 2024, ໄດ້ອ່ອນກໍາລັງ ລົງຕາມລໍາດັບກາຍເປັນພາຍຸດີເປຣຊັນ ແລະ ຄາດວ່າໃນຕອນເຊົ້າຂອງ ວັນທີ 08 ກັນຍາ 2024, ຈະເຄື່ອນທີ່ເຂົ້າພາກເໜືອ ຂອງປະເທດລາວ, ພ້ອມດຽວກັນ ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະພັດປົກຄຸມ ເປັນສ່ວນໃຫຍ່ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບ ຄ່ອຍ ຫາ ປານກາງ ແລະ ຕົກໜັກ ຫາ ໜັກຫຼາຍ ພ້ອມຈະມີລົມພັດ ແຮງຢູ່ບາງທ້ອງຖິ່ນເຊັ່ນ: ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດໃນໄລຍະວັນທີ 08 ຫາ 09 ກັນຍາ 2024 ນີ້.

ຕໍ່ກັບພາຍຸດັ່ງກ່າວ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງ ທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນແຕ່ລະພາກ ລວມທັງ ນະຄອນຫຼວງວຽງຈັນ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືຕໍ່ ສະພາບຝົນຕົກໜັກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມຊຸ, ນໍ້າຖ້ວມຍື່ງ ແລະ ນໍ້າຖ້ວມອັ່ງໃນຕົວເມືອງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version