Home ຂ່າວໜ້າໜຶ່ງ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

0

ຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພຣາໂບໂວ ສຸບຽນໂຕ ວ່າທີ່ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ຄົນໃໝ່ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກ ເພື່ອແນະນໍາຕົວກ່ອນການເຂົ້າຮ່ວມພິທີສາບານຕົນເປັນ ປະທານາທິບໍດີ ແຫ່ງ ສ ອິນໂດເນເຊຍ ຢ່າງເປັນທາງການ ໃນເດືອນຕຸລາ 2024 ທີ່ຈະມາເຖິງນີ້, ທັງຍັງເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ອິນໂດເນເຊຍ ທີ່ມີມາແຕ່ດົນນານຫລາຍກວ່າ 6 ທົດສະວັດ, ລວມທັງການຮ່ວມມືເພື່ອການພັດທະນາໃນຂອບການຮ່ວມມືອາຊຽນ ກໍຄື ໃນພາກພື້ນ ແລະ ສາກົນ.

ທ່ານ ພຣາໂບໂວ ສຸບຽນໂຕ ພ້ອມດ້ວຍຄະນະ ເດີນທາງມາເຖິງສະພາແຫ່ງຊາດ, ຖືກຕ້ອນຮັບໂດຍ ທ່ານ ນາງ ເຂັມມະນີ ພົນເສນາ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ນໍາພາຍ່າງຜ່ານແຖວກອງກຽດຕິຍົດໄປຍັງຫ້ອງຢ້ຽມຂໍ່ານັບ.

ໃນການຕ້ອນຮັບການເຂົ້າຢ້ຽມຂໍ່ານັບ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງ ທ່ານ ພຣາໂບໂວ ສຸບຽນໂຕ ໃນຄັ້ງນີ້ ຈະເປັນການປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ເສີມຂະຫຍາຍການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ອິນໂດເນເຊຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງ ທ່ານ ພຣາໂບໂວ ສຸບຽນໂຕ ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ ປະທານາທິບໍດີ ແຫ່ງ ສ ອິນໂດເນເຊຍ ໃນເດືອນກຸມພາ 2024 ຜ່ານມາ ເຊິ່ງຈະຮັບຕໍາແໜ່ງເປັນປະທານາທິບໍດີ ອິນໂດເນເຊຍ ຄົນທີ 8 ໃນເດືອນຕຸລາ 2024 ນີ້, ທັງຍັງໄດ້ຖືໂອກາດນີ້ ຕາງໜ້າໃຫ້ແກ່ປະຊາຊົນລາວທຸກຖ້ວນໜ້າ ສະແດງຄວາມຊົມເຊີຍ ວັນຊາດອິນໂດເນເຊຍ ຄົບຮອບ 79 ປິ (ໃນວັນທີ 17 ສິງຫາ 2024) ແລະ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວໄປຍັງທ່ານ ປະທານາທິບໍດີ ໂຈໂກ ວິໂດໂດ.

ພ້ອມກັນນີ້, ສອງຝ່າຍ ໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບການພົວພັນຮ່ວມມືຂອງສອງປະເທດ ແລະ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ອິນໂດເນເຊຍ ຕະຫລອດໄລຍະ 6 ທົດສະວັດ ທີ່ຜ່ານມາ. ນັບແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 30 ສິງຫາ 1957, ການພົວພັນຮ່ວມມື ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພັດທະນາຂຶ້ນເປັນກ້າວໆ ເຊິ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ, ລວມທັງການສະໜັບສະໜູນ ເເລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ກໍຄື ໃນຄອບຄົວອາຊຽນ; ສອງຝ່າຍ ມີກົນໄກການຮ່ວມມືນຳກັນ ໂດຍສະເພາະການຈັດກອງປະຊຸມຄະນະກຳມາທິການຮ່ວມມືສອງຝ່າຍ ລາວ-ອິນໂດເນເຊຍ (JCBC). ການຮ່ວມມືທາງດ້ານການຄ້າ ມີທ່ວງທ່າຂະຫຍາຍຕົວໃນຊຸມປີຜ່ານມາ ນັບແຕ່ປີ 2019 – 6 ເດືອນຕົ້ນປີ 2024 ການຄ້າສອງຝ່າຍ ມີມູນຄ່າຫລາຍກວ່າ 188,4 ລ້ານ ໂດລາສະຫະລັດ; ສອງຝ່າຍກໍໄດ້ແລກປ່ຽນຄໍາຄິດເຫັນກັນ ເພື່ອຊຸກຍູ້ການຮ່ວມມືໃນຂະແໜງການ ທີ່ມີທ່າແຮງບົ່ມຊ້ອນຂອງສອງຝ່າຍ ທີ່ຈະສາມາດຮ່ວມມືກັນບົນພື້ນຖານການຕອບສະໜອງເຊິ່ງກັນ ແລະ ກັນ ໃນອະນາຄົດ ເປັນຕົ້ນ ດ້ານກະສິກຳ, ການທ່ອງທ່ຽວ, ອຸດສາຫະກຳບໍ່ແຮ່, ການບໍລິການ ແລະ ອື່ນໆ, ເຊິ່ງຝ່າຍລາວ ກໍໄດ້ເຊື້ອເຊີນນັກລົງທຶນຈາກອິນໂດເນເຊຍ ເຂົ້າມາລົງທຶນຢູ່ ສປປ ລາວ ໃນຂະແໜ່ງຕ່າງໆ ໃຫ້ຫລາຍຂຶ້ນຕື່ມອີກ. ນອກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ສະພາບການພົ້ນເດັ່ນທີ່ເກີດຂຶ້ນໃນພາກພື້ນ ແລະ ສາກົນ ຈໍານວນໜຶ່ງ.

ນອກຈາກນັ້ນ, ທ່ານ ທອງລຸນ ສີສຸລິດ ຍັງໄດ້ແຈ້ງໃຫ້ຊາບເຖິງການເປັນປະທານອາຊຽນ ຂອງ ສປປ ລາວ ໂດຍໄດ້ກຳນົດຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ແລະ ໄດ້ກໍານົດ 9 ບຸລິມະສິດ ເພື່ອຜັນຂະຫຍາຍຄໍາຂວັນດັ່ງກ່າວ ແນໃສ່ສ້າງປະຊາຄົມອາຊຽນ ໃຫ້ສາມາດຮັບມືໄດ້ກັບສິ່ງທ້າທາຍຕ່າງໆ ແລະ ພ້ອມທັງກຳໄດ້ກາລະໂອກາດ ໃນທ່າມກາງສະພາບການປ່ຽນແປງຂອງພູມສາດ-ການເມືອງ ແລະ ພູມສາດ-ເສດຖະກິດ ໂດຍສືບຕໍ່ເສີມຂະຫຍາຍທ່ວງທ່າ ແລະ ຄວາມຄືບໜ້າຂອງການສ້າງປະຊາຄົມອາຊຽນ ພາຍໃຕ້ການເປັນປະທານອາຊຽນຂອງ ອິນໂດເນເຊຍ ໃນປີ 2023 ທີ່ຜ່ານມາ. ພ້ອມນັ້ນ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານອິນໂດເນເຊຍ ທີ່ໄດ້ສືບຕໍ່ໃຫ້ການຊ່ວຍເຫລືອ ສປປ ລາວ ໃນການພັດທະນາຊັບພະຍາກອນມະນຸດ ໂດຍການສະໜອງທຶນການສຶກສາລະດັບປະລິນຍາຕີ ແລະ ໂທ, ທັງການຝຶກອົບຮົມໄລຍະສັ້ນ ແລະ ໄລຍະຍາວ ຫລາຍກ່ວາ 130 ທຶນ ໃນໄລຍະຜ່ານມາ ລວມເຖິງໃນແຕ່ລະປີສະຖານທູດກໍໄດ້ເປີດຈັດຊຸດຝຶກອົບຮົມພາສາ Bahasa, ພິເສດກໍແມ່ນການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອໃນການເປັນປະທານອາຊຽນຂອງ ສປປ ລາວ ຜ່ານມາ, ລວມທັງການເປັນປະທານອາຊຽນ ໃນປີ 2024 ໂດຍສະເພາະການສະໜັບສະໜູນຊ່ວຍເຫລືອ ສຳລັບການຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ໃນມູນຄ່າ 1 ລ້ານ ໂດລາສະຫະລັດ.

ໃນໂອກາດດຽວກັນນີ້, ທ່ານ ພຣາໂບໂວ ສຸບຽນໂຕ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຄໍາເວົ້າອັນຈົບງາມຂອງທ່ານ ທອງລຸນ ສີສຸລິດ, ທັງຍັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແມ່ນເພື່ອແນະນໍາຕົວກ່ອນການເຂົ້າຮ່ວມພິທີສາບານຕົນເປັນ ປະທານາ ທິບໍດີ ແຫ່ງ ສ ອິນໂດເນເຊຍ ຢ່າງເປັນທາງການ ໃນວັນທີ 20 ຕຸລາ 2024 ທີ່ຈະມາເຖິງນີ້ ແລະ ເພື່ອເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສ ອິນໂດເນເຊຍ ແລະ ສປປ ລາວ ໃຫ້ແໜ້ນແຟ້ນ ແລະ ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

ພາບ: ອ່າຍຄຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version