Home ຂ່າວພາຍໃນ ຫາລື ວາງແຜນແກ້ໄຂການເຄື່ອນໄຫວອອນລາຍທີ່ຜິດກົດໝາຍ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳ

ຫາລື ວາງແຜນແກ້ໄຂການເຄື່ອນໄຫວອອນລາຍທີ່ຜິດກົດໝາຍ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳ

0

ໃນວັນທີ 26 ສິງຫາ 2024 ນີ້, ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫລ່ຽມຄໍາ ສົມທົບກັບຄະນະຄຸ້ມຄອງເຂດ, ສະພາບໍລິຫານເຂດ, ຄະນະປະສານງານທະຫານເຂດ ເປີດກອງປະຊຸມປຶກສາຫາລື ກຽມຄວາມພ້ອມ ໃນການຈັດຕັ້ງປະຕິບັດ ດໍາເນີນການກວດກາ ແລະ ລົບລ້າງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ( Call Center ) ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍການເປັນປະທານຂອງ ທ່ານ ພົຕ ສາຍໃຈ ກົມມະສິດ ຮອງເຈົ້າແຂວງໆບໍ່ແກ້ວ ໂດຍມີຜູ້ຕາງໜ້າຈາກ ກຳລັງ ປກສ-ປກຊ ແຂວງ, ເມືອງ, ຄະນະປະສານງານກຳມະທິການ ປກຊ ປະຈຳເຂດ-ກອງບັນຊາການ ປກສ ເຂດ, ພ້ອມດ້ວຍຂະແໜງການປິ່ນອ້ອມ ພາຍໃນເຂດເສດຖະກິດພິເສດສາມຫລ່ຽມຄຳ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ພັອ ອານຸສິນ ສັກປະເສີດ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ເຂດເສດຖະກິດພິເສດສາມຫລ່ຽມຄຳ ໄດ້ໃຫ້ຮູ້ວ່າ: ການຈັດກອງປະຊຸມຄັ້ງນີ້, ເພື່ອປຶກສາຫາລື ແລະ ວາງເເຜນການຢ່າງລະອຽດ ເເລະ ຮັດກຸມ ເພື່ອດໍາເນີນການກວດກາ ແລະ ລົບລ້າງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ( Call Center ) ຢູ່ພາຍໃນເຂດເສດຖະກິດພິເສດສາມຫລ່ຽມຄໍາ ກໍຄື ລົງກວດກາ ສະຖານທີ່ເຮັດວຽກ ຢູ່ອາຄານ ເປົ້າໝາຍ ທີ່ສົງໃສວ່າມີການເຄື່ອນໄຫວຕອບແຊັດ ຫລື ການສໍ້ໂກງທາງໂທລະຄົມ ຢູ່ແຕ່ລະຫ້ອງ, ແຕ່ລະຊັ້ນ ຢ່າງລະອຽດ ໃຫ້ມີຜົນສໍາເລັດຕາມລະດັບຄາດຫມາຍທີ່ວາງໄວ້ ເຊິ່ງການຈັດຕັ້ງປະຕິບັດ ໄດ້ແບ່ງກໍາລັງອອກເປັນ 4 ຈຸ ແຕ່ລະຈຸ ໄດ້ປະກອບກໍາລັງຄົບທຸກພາກສ່ວນ ພ້ອມແບ່ງຄວາມຮັບຜີດຊອບໃຫ້ແຕ່ລະພາກສ່ວນຢ່າງລະອຽດ. ໃນນີ້, ເຈົ້າໜ້າທີ່ ກໍາລັງປ້ອງກັນຊາດ ແມ່ນເຂົ້າຮ່ວມຊ່ວຍໜູນການຄວບຄຸມສະຖານທີ່ ແລະ ຮັກສາຄວາມສະຫງົບປອດໄພຂອງສະຖານ ແລະ ແກ້ໄຂບັນຫາສຸກເສີນຕາມແຕ່ລະກໍລະນີ , ເຈົ້າໜ້າທີ່ ປ້ອງກັນຄວາມສະຫງົບ ແມ່ນເຮັດວຽກລົງເລິກການຄວບຄຸມສະຖານທີ່ ແລະ ບຸກຄົນ, ສືບສວນສອບສວນ, ກວດກາສະຖານທີ່, ບຸກຄົນ, ເອກະສານບັດໃບຕ່າງໆ ຂອງບໍລິສັດ ແລະ ບຸກຄົນຂອງຜູ້ບໍລິຫານ ແລະ ແຮງງານ ແລະ ເຄື່ອງອຸປະກອນຕ່າງໆເປັນຫລັກ ຕາມຫລັກການວຽກງານວິຊາສະເພາະຂອງຕົນ, ຖ້າພົບເຫັນບັນຫາເຊິ່ງໜ້າກໍແກ້ໄຂຕາມລະບຽບກົດໝາຍ, ສ່ວນເຈົ້າໜ້າທີ່ດ່ານ ຕໍາຫລວດກວດຄົນເຂົ້າເມືອງ ຫລື ຕມ ສາກົນສາມຫລ່ຽມຄໍາ ເປັນຜູ້ກວດກາ ແລະ ປະສານງານບໍລິສັດ ທີ່ນໍາເອົາແຮງງານຕ່າງປະເທດ ທີ່ເຂົ້າຜ່ານດ່ານສາກົນສາມຫລ່ຽມຄໍາ ທີ່ມີເງິນຄໍ້າປະກັນ ເພື່ອຈັດສົ່ງເຂົາເຈົ້າກັບຄືນປະເທດ ເເລະ ວຽກງານປີ່ນອ້ອມອື່ນໆ.

ທ່ານ ພົຕ ສາຍໃຈ ກົມມະສິດ ຮອງເຈົ້າເເຂວງໆບໍ່ເເກ້ວ ໄດ້ສະເເດງຄວາມຍ້ອງຍໍຊົມເຊີຍ ຕໍ່ເຈົ້າໜ້າທີ່ໆກ່ຽວຂ້ອງ ທີ່ເອົາໃຈໃສ່ຕິດຕາມກວດກາຊອກຫາກຸ່ມເປົ້າໝາຍ ໃນໄລຍະຜ່ານມາ ກໍຄື ປັດຈຸບັນ ເພື່ອລົບລ້າງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ຫລື Call Center ພາຍໃນເຂດເສດຖະກິດພິເສດສາມຫລ່ຽມຄໍາ ໄດ້ຢ່າງທັນການ ເພື່ອຮັກສາພາບພົດການລົງທຶນລະຫວ່າງປະເທດ ໂດຍສະເພາະ ຢູ່ພາຍໃນເຂດເສດຖະກິດພິເສດສາມຫລ່ຽມຄໍາ ເເນໃສ່ເຮັດໃຫ້ເຂດດັ່ງກ່າວ, ກາຍເປັນເຂດທີ່ມີການພັດທະນາຢ່າງມີຈຸດສຸມ ເເລະ ຕໍ່ເນື່ອງ, ຖືກຕ້ອງຕາມລະບຽບກົດໝາຍ, ມີຄວາມສະຫງົບປອດໄພ, ຫລູຸດຜ່ອນຫາງສຽງດ້ານລົບຈາກພາຍນອກ, ສິ່ງສໍາຄັນເເມ່ນລົບລ້າງ ກຸ່ມເເກ້ງສໍ້ໂກງຊັບທາງໂທລະຄົມ ຫລື Call Center, ບັນຫາອາຊະຍາກໍາ ເເລະ ບັນຫາທີ່ເປັນສີ່ງຫຍໍ້ທໍ້ຕ່າງໆໃຫ້ໝົດໄປຈາກເຂດເສດຖະກິດພິເສດສາມຫລ່ຽມຄໍາຢ່າງສີ້ນເຊີງ. ສ່ວນບາງບໍລິສັດ ທີ່ມາຂື້ນຖະບຽນຖືກຕ້ອງຕາມລະບຽບກົດໝາຍ ເເລະ ຢູ່ພາຍໃຕ້ການຄວບຄຸມຂອງເຈົ້າໜ້າທີ່ກ່ຽວຂ້ອງ ເເມ່ນອະນຸຍາດໃຫ້ດໍາເນີນກິດຈະການຕໍ່ໄປ ເເຕ່ຕ້ອງຢູ່ພາຍໃຕ້ລະບຽບກົດໝາຍຂອງລາວ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ເຈົ້າໜ້າທີ່ ປກສ-ປກຊ ລົງເຄື່ອນໄຫວລົບລາງກຸ່ມແກ້ງສໍ້ໂກງ ທາງໂທລະຄົມຂ້າມຊາດ ຢ່າງເອົາຈິງເອົາຈັງ, ປະຕິບັດໜ້າທີ່ດ້ວຍຄວາມໂປ່ງໃສ່, ຍຸດຕິທຳ, ພ້ອມທັງ ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ບໍລິສັດດອກງິ້ວຄຳ ທີ່ໄດ້ຢືນຢັນວ່າ ຈະໃຫ້ການຮ່ວມມື, ສະໜັບສະໜູນ ຢ່າງເຕັມທີ່ໃນການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ ດໍາເນີນການກວດກາ ແລະ ລົບລ້າງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້.

ໃນໂອກາດດຽວກັນ, ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫລ່ຽມຄໍາ ຍັງໄດ້ ຈັດກອງປະຊຸມ ເພື່ອເເນະນໍາເຈົ້າໜ້າທີ່ ກ່ອນການລົງເຄື່ອນໄຫວວຽກງານຕົວຈິງ, ພ້ອມທັງຜ່ານຂໍ້ຕົກລົງເເຕ່ງຕັ້ງອະນຸກໍາມະການຮັບຜິດຊອບດ້ານວຽກງານຕ່າງໆທີ່ປີ່ນອ້ອມ ເພື່ອເປັນບ່ອນອີງ ເເລະ ອໍານວຍຄວາມສະດວກ ໃນການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ ປກສ-ປກຊ ຈົນກວ່າຈະປາບປາມກຸ້ມແກ້ງສໍ້ໂກງຊັບທາງໂທລະຄົມ ຫລື Call Center ໃຫ້ໝົດໄປຈາກເຂດເສດຖະກິດພິເສດສາມຫລ່ຽມຄໍາ.

ໃນຕອນບ່າຍວັນດຽວກັນ, ກອງບັນຊາປ້ອງກັນຄວາມສະຫງົບເຂດເສດຖະກິດພິເສດສາມຫລ່ຽມຄໍາ ໄດ້ນໍາໃຊ້ກໍາລັງເຈົ້າໜ້າທີ່ ປ້ອງກັນຄວາມສະຫງົບເຂດ, ສະພາບໍລິຫານເຂດ, ຄະນະປະສານງານທະຫານເຂດ, ຄະນະຄຸ້ມຄອງເຂດ ແລະ ບໍລິສັດຈັດການໄຊເບີລາວ ຈໍາກັດ ທັງໝົດ 250 ຄົນ ລົງເຄື່ອນໄຫວ ດໍາເນີນການກວດກາ ແລະ ລົບລ້າງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ( Call Center ) ຕົວຈິງ ເພື່ອມ້າງເພກຸ່ມເປົ້າໝາຍທີ່ເຄື່ອນໄຫວບໍ່ຖືກຕ້ອງຢູ່ 4 ຈຸດ ມີທັງໝົດ 16 ບໍລິສັດ ທີ່ນອນໃນເຂດເສດຖະກິດພິເສດສາມຫລ່ຽມຄໍາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version