Home ຂ່າວຕ່າງປະເທດ ທາງລົດໄຟຈີນ-ລາວ ຮອງຮັບຜູ້ໂດຍສານຫລາຍກວ່າ 38 ລ້ານເທື່ອຄົນ

ທາງລົດໄຟຈີນ-ລາວ ຮອງຮັບຜູ້ໂດຍສານຫລາຍກວ່າ 38 ລ້ານເທື່ອຄົນ

0

ວິທະຍຸສາກົນແຫ່ງ ສປ ຈີນ ກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງ ແຈ້ງໃຫ້ຮູ້ວ່າ: ນັບແຕ່ເສັ້ນທາງລົດໄຟຈີນ-ລາວ ເປີດໃຫ້ບໍລິການຢ່າງເປັນທາງການ ຈົນມາຮອດ ວັນທີ 19 ສິງຫານີ້, ທາງລົດໄຟຈີນ-ລາວ ໄດ້ເປີດແລ່ນຂະບວນລົດໄຟ ໂດຍສານ ທັງໝົດ 56.000 ຂະບວນ, ໄດ້ຂົນສົ່ງຜູ້ໂດຍສານຫລາຍກວ່າ 38 ລ້ານເທື່ອຄົນ, ໄດ້ດຶງດູດຜູ້ໂດຍສານ 252.000 ຄົນ ທີ່ມາຈາກ 100 ປະເທດ ແລະ ເຂດແຄວ້ນໃນໂລກຂີ່ລົດໄຟໂດຍສານສາກົນເດີນທາງຂ້າມຊາຍແດນ ເຊິ່ງໄດ້ສ້າງພະລັງຊີວິດ ອັນແຂງແຮງໃຫ້ແກ່ການຊຸກຍູູ້ຄວາມຈະເລີນຮຸ່ງເຮືອງ ຂອງເສດຖະກິດດ່ານ, ການທ່ອງທ່ຽວ ຂ້າມຊາຍແດນ ແລະ ການລົງເລິກ ການແລກປ່ຽນ ດ້ານວັດທະນະທຳ. ນັບແຕ່ເລີ່ມປີນີ້ ເປັນຕົ້ນມາ ທາງລົດໄຟຈີນ-ລາວ ໄດ້ຮອງຮັບຜູ້ໂດຍສານທັງໝົດ 12,73 ລ້ານເທື່ອຄົນ, ເພີ່ມຂຶ້ນ 1,35 ລ້ານເທື່ອຄົນ ກວມເອົາ 11,9% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີຜ່ານມາ ຊຶ່ງໄດ້ສະແດງໃຫ້ເຫັນເຖິງທ່ວງທ່າ ການພັດທະນາອັນແຂງແຮງ ແລະ ອະນາຄົດການພັດທະນາອັນກວ້າງຂວາງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version