Home ຂ່າວຕ່າງປະເທດ ທ່ານ ສີຈິ້ນຜິງ ພົບປະກັບ ທ່ານ ໂດນັນ ທຣໍາ ຢູ່ນະຄອນບູຊານ ຂອງ ສ ເກົາຫລີ

ທ່ານ ສີຈິ້ນຜິງ ພົບປະກັບ ທ່ານ ໂດນັນ ທຣໍາ ຢູ່ນະຄອນບູຊານ ຂອງ ສ ເກົາຫລີ

0

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ວັນທີ 30 ຕຸລານີ້, ຢູ່ນະຄອນບູຊານ ຂອງ ສ ເກົາຫລີ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບ ທ່ານ ໂດນັນ ທຣໍາ ປະທານາທິບໍດີອາເມຣິກາ.

ໂອກາດດັ່ງກ່າວ, ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກວ່າ: ຈີນ ແລະ ອາເມຣິກາ ມີສະພາບຕົວຈິງຂອງປະເທດຕົນທີ່ແຕກຕ່າງກັນ ເຊິ່ງປາສະຈາກບໍ່ໄດ້ທີ່ຈະມີຂໍ້ຂັດແຍ້ງກັນຈໍານວນໜຶ່ງ. ແຕ່ການພັດທະນາໃຫ້ຈະເລີນຮຸ່ງເຮືອງຂອງຈີນ ກັບເປົ້າໝາຍ “ເຮັດໃຫ້ອາເມຣິກາ ກັບມາຍິ່ງໃຫຍ່ອີກຄັ້ງ” ທີ່ທ່ານປະທານາທິບໍດີ ທຣໍາ ຢາກບັນລຸເປັນຈິງນັ້ນແມ່ນໄດ້ດໍາເນີນໄປຢ່າງພ້ອມພຽງກັນ ແລະ ບໍ່ຂັດແຍ້ງກັນ, ຈີນ ແລະ ອາເມຣິກາ ສາມາດຊ່ວຍຊູຍູ້ໜູນກັນ ແລະ ບັນລຸຄວາມຈະເລີນຮຸ່ງເຮືອງຮ່ວມກັນ. ຈີນ ແລະ ອາເມຣິກາ ຄວນເປັນຄູ່ຮ່ວມມື ແລະ ເປັນໝູ່ເພື່ອນ, ນີ້ເປັນບົດຮຽນປະຫວັດສາດ, ທັງເປັນຄວາມຕ້ອງການຕົວຈິງ. ຂ້າພະເຈົ້າ ຍິນດີສືບຕໍ່ສຸມຄວາມພະຍາຍາມຮ່ວມກັບ ທ່ານປະທານາທິບໍດີ ທຣໍາ, ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພົວພັນ ລະຫວ່າງ ຈີນ-ອາເມຣິກາ, ພ້ອມທັງສ້າງສະພາບແວດລ້ອມທີ່ດີໃຫ້ແກ່ການພັດທະນາຂອງປະເທດໃຜລາວ.

ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ປັດຈຸບັນ, ໂລກຜະເຊີນໜ້າກັບຄວາມຫຍຸ້ງຍາກຫລາຍຢ່າງ, ຈີນ ແລະ ອາເມຣິກາ ສາມາດຮ່ວມກັນສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງປະເທດໃຫຍ່, ຮ່ວມມືກັນເຮັດວຽກສໍາຄັນ, ວຽກງານຕົວຈິງ ແລະ ວຽກງານທີ່ດີຕໍ່ສອງປະເທດ ກໍຄື ຕໍ່ໂລກໃຫ້ຫລາຍຂຶ້ນກວ່າເກົ່າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version