Home ຂ່າວພາຍໃນ ກົດໝາຍປົກຄອງ ເປັນເຄື່ອງມືສໍາຄັນ ໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ທັງສູນກາງ-ທ້ອງຖິ່ນ

ກົດໝາຍປົກຄອງ ເປັນເຄື່ອງມືສໍາຄັນ ໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ທັງສູນກາງ-ທ້ອງຖິ່ນ

0

ກົດໝາຍປົກຄອງ ເປັນສ່ວນໜຶ່ງຂອງກົດໝາຍມະຫາຊົນ, ແມ່ນບັນດາກົດໝາຍໃນຂົງເຂດບໍລິຫານລັດ ເຊັ່ນ: ກົດໝາຍວ່າດ້ວຍລັດຖະບານ, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການກໍ່ສ້າງ, ກົດໝາຍວ່າດ້ວຍການທ່ອງທ່ຽວ, ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍພາສີ ແລະ ກົດໝາຍອື່ນໆ ເຊິ່ງເປັນເຄື່ອງມື ໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ຂອງອົງການບໍລິຫານ ຫລື ອົງການປົກຄອງສູນກາງ ແລະ ທ້ອງຖິ່ນ ເປັນຜູ້ຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ ຕາມພາລະບົດບາດ ແລະ ຂອບເຂດຄວາມຮັບຜິດຊອບຂອງຕົນ.

ທ່ານ ຄໍາເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ໄດ້ໃຫ້ສໍາພາດເມືອບໍ່ດົນນີ້ວ່າ: ສປປ ລາວ ເປັນລັດທີ່ປົກຄອງດ້ວຍກົດໝາຍຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ເຊິ່ງການປະຕິບັດກົດໝາຍປົກຄອງ ແມ່ນພຶດຕິກຳທີ່ສອດຄ່ອງກັບກົດໝາຍ ເຊິ່ງເຮັດໃຫ້ສາຍພົວພັນທາງດ້ານກົດໝາຍ ລະຫວ່າງ ອົງການປົກຄອງກັບປະຊາຊົນ (ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ) ເກີດຂຶ້ນ, ປ່ຽນແປງ ຫລື ສິ້ນສຸດລົງ. ສຳລັບຮູບການປະຕິບັດກົດໝາຍປົກຄອງ ສະແດງອອກໃນການບໍລິການປະຊາຊົນ, ການຄຸ້ມຄອງ, ການຕິດຕາມກວດກາ ແລະ ການສ້າງພື້ນຖານໂຄງລ່າງທີ່ຈຳເປັນ ໃຫ້ແກ່ການປະຕິບັດໜ້າທີ່ຂອງຕົນ ຕາມກົດໝາຍ. ເວົ້າລວມແລ້ວ ການປະຕິບັດກົດໝາຍຂອງອົງການປົກຄອງ ໂດຍພື້ນຖານແລ້ວ ແມ່ນການບໍລິການຮັບໃຊ້ປະຊາຊົນ, ແມ່ນການປະຕິບັດພັນທະຂອງລັດຕໍ່ປະຊາຊົນ ເພື່ອໃຫ້ປະຊາຊົນ ປະຕິບັດພັນທະຂອງຕົນ ຕໍ່ລັດຢ່າງຄົບຖ້ວນຕາມກົດໝາຍ.

ທ່ານ ຄໍາເພັດ ສົມວໍລະຈິດ ຍັງໃຫ້ຮູ້ອີກວ່າ: ອຳນາດລັດຂອງປະເທດເຮົາ ເປັນຂອງປະຊາຊົນ ໂດຍປະຊາ ຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ໂດຍບໍ່ສາມາດຕັດແຍກກັນໄດ້. ສະນັ້ນ, ອຳນາດລັດ ຢູ່ປະເທດເຮົາ ເປັນຕົ້ນ ອຳນາດນິຕິບັນຍັດ, ອຳນາດບໍລິຫານ ແລະ ອຳນາດຕຸລາການ ໄດ້ຈັດຕັ້ງປະຕິບັດຕາມຫລັກການແບ່ງງານ, ແບ່ງປັນຄວາມຮັບຜິດຊອບ ລະຫວ່າງ ອົງການອຳນາດລັດ ຄື: ອົງການນິຕິບັນຍັດ, ອົງການບໍລິຫານ ແລະ ອົງການຕຸລາການ. ສຳລັບ ທິດທາງວຽກງານຈຸດສຸມ ເພື່ອປະຕິບັດກົດໝາຍປົກຄອງ ໃຫ້ຖືກຕ້ອງ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ຈະຕ້ອງເພີ່ມທະວີການຈັດຕັ້ງປະຕິບັດກົດໝາຍ ຂອງອົງການຈັດຕັ້ງລັດ ຢ່າງເປັນລະບົບ ແລະ ມີປະສິດທິຜົນ; ເອົາໃຈໃສ່ປະຕິບັດກົດໝາຍ ໃຫ້ຖືກຕ້ອງ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ; ເພີ່ມທະວີຄວາມຮັບຜິດຊອບ ແລະ ເປັນແບບຢ່າງນໍາໜ້າຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ໃນການປະຕິບັດກົດໝາຍ; ປັບປຸງການຈັດຕັ້ງຂອງອົງການຈັດຕັ້ງລັດ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ; ສ້າງກົນໄກປະສານງານ ລະຫວ່າງ ອົງການຈັດຕັ້ງລັດດ້ວຍກັນ; ເພີ່ມທະວີການຕິດຕາມກວດກາຂອງອົງການໄອຍະການປະຊາຊົນ.

ສັງລວມແລ້ວ, ການປະຕິບັດກົດໝາຍ ມີຄວາມຈໍາເປັນ ເພື່ອໃຫ້ກົດໝາຍ ມີຄວາມສັກສິດ ຈຶ່ງເລັ່ງທວງອົງການອຳນາດລັດ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທົ່ວສັງຄົມ ເພີ່ມທະວີຄວາມຮັບຜິດຊອບຂອງຕົນ ໃນການປະຕິບັດກົດໝາຍ ຖືກຕ້ອງ ແລະ ເປັນເອກະພາບ, ຍົກສູງບົດບາດການປົກຄອງດ້ວຍກົດໝາຍ, ບໍລິການຮັບໃຊ້ປະຊາຊົນ ດ້ວຍຄວາມຊື່ສັດ ບໍລິສຸດ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ, ເພີ່ມທະວີນິຕິທໍາ, ປະກອບສ່ວນເຮັດໃຫ້ຫາງສຽງຕ່າງໆ ຕໍ່ການປະຕິບັດໜ້າທີ່ວຽກງານຂອງການຈັດຕັ້ງຂອງລັດເຮົາ ຫລຸດລົງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດຂອງຊາດ ໄດ້ຮັບການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ຕາມທິດສັງຄົມນິຍົມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version