Home ຂ່າວພາຍໃນ ທຳລາຍລະເບີດໃຫຍ່ MK82 500lb

ທຳລາຍລະເບີດໃຫຍ່ MK82 500lb

0

ໂຄງການເກັບກູ້ລະເບີດແຫ່ງຊາດ ລາຍານວ່າ: ວັນທີ 15 ສິງຫາ 2024, ທີມງານໂຄງການເກັບກູ້ລະເບີດ ປະຈໍາ ແຂວງ ຈໍາປາສັກ ໄດ້ສໍາເລັດການທໍາລາຍລະເບີດໃຫຍ່ (ບົມໃຫຍ່) ປະເພດ MK82 500lb ຈໍານວນ 1 ໜ່ວຍ ທີ່ພົບເຫັນຢູ່ ບ້ານຫຽງ ເມືອງສຸຂຸມາ ແຂວງ ຈໍາປາສັກ.

ຈຸດທີ່ພົບລະເບີດແມ່ນເປັນພື້ນທີ່ທໍາການຜະລິດຂອງປະຊາຊົນ ເຊິ່ງຢູ່ໃກ້ເສັ້ນ ທາງທີ່ເຊື່ອມໂຍງໄປຫາຊາຍແດນປະເທດໄທ (ດ່ານປະເພນີ ຊ່ອງຕະອູ) ແລະ ຢູ່ຫ່າງ ຈາກຊາຍແດນຂອງປະເທດໄທ ພຽງແຕ່ 2 ກິໂລແມັດ ແລະ ການທໍາລາຍລະເບີດແມ່ນໄດ້ສໍາເລັດລຸລ່ວງໄປດ້ວຍດີ.

ທີ່ມາ: UXOLAO

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version