Home ຂ່າວໜ້າໜຶ່ງ ກອງປະຊຸມສະພາບໍລິຫານ ຄັ້ງທີ 34 ສະຖາບັນສັນຕິພາບ ແລະ ຄວາມປອງດອງອາຊຽນ

ກອງປະຊຸມສະພາບໍລິຫານ ຄັ້ງທີ 34 ສະຖາບັນສັນຕິພາບ ແລະ ຄວາມປອງດອງອາຊຽນ

0

ໃນຕອນບ່າຍຂອງວັນທີ 18 ສິງຫາ 2024 ທີ່ນະຄອນຫຼວງພະບາງ, ທ່ານ ບໍວອນທັດ ດວງຈັກ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ໃນນາມປະທານສະພາບໍລິຫານ ສະຖາບັນສັນ ຕິພາບ ແລະ ຄວາມປອງ ດອງອາຊຽນ ສໍາລັບປີ 2024 ໄດ້ເປັນປະທານກອງປະຊຸມສະພາບໍລິຫານ ຄັ້ງທີ 34 (34th Meeting of the ASEAN-IPR Governing Council). ຜູ້ແທນ ທີ່ເຂົ້າ ຮ່ວມກອງປະຊຸມດັ່ງກ່າວ ປະກອບມີບັນດາສະມາຊິກສະພາບໍລິຫານ ທີ່ເປັນຜູ້ຕາງ ໜ້າຈາກປະເທດສະມາຊິກອາຊຽນ, ຕີມໍແລັດສະເຕ ໃນນາມຜູ້ສັງເກດການ, ກອງເລ ຂາ ASEAN-IPR ແລະ ກອງເລຂາອາຊຽນ.

ກອງປະຊຸມສະພາບໍລິຫານຄັ້ງທີ 34 ໄດ້ປຶກສາຫາລື ຄວາມຄືບໜ້າການເຄື່ອນ ໄຫວວຽກງານຂອງ ສະຖາ ບັນ ສັນຕິພາບ ແລະ ຄວາມປອງດອງອາຊຽນ ໃນໄລຍະຜ່ານມາ ເຊັ່ນ: ບົດລາຍງານປະຈໍາປີ 2023, ບົດລາຍງານການເງິນ ປະຈໍາປີ 2023, ແຜນວຽກປະຈໍາປີຕັ້ງແຕ່ຕົ້ນປີ 2024 ມາຮອດປັດຈຸບັນ ແລະ ແຜນງົບປະມານປະຈໍາປີ 2025.

ນອກຈາກນີ້, ຍັງມີການລາຍງານ ຜົນການຈັດຕັ້ງປະຕິບັດບັນດາໂຄງ ການ ທັງພາຍໃນສະຖາບັນ ແລະ ໂຄງການຮ່ວມມືກັບບັນດາຄູ່ຮ່ວມມືພາຍນອກອາຊຽນ ແລະ ບົດສະເໜີໂຄງການໃໝ່ໆ ຈໍານວນໜຶ່ງ ເຊັ່ນ: ບົດສະເໜີໂຄງການຂອງສູນປະ ຕິບັດການສັນຕິພາບສາກົນຂອງເຢຍລະມັນ (ZIF) ແລະ ບົດສະເໜີໂຄງການຂອງມູນນິທິອາຊີກ່ຽວກັບການສ້າງຄວາມສາມາດໃນການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຄວາມປອງດອງລະຫວ່າງອັງກິດ-ອາຊຽນ; ເຊິ່ງທັງໝົດນີ້ ແມ່ນຕ້ອງໄດ້ຮັບການພິຈາລະນາ ອະນຸມັດ ຈາກສະພາບໍລິຫານ ກ່ອນດໍາເນີນການຈັດຕັ້ງປະຕິບັດ ຕາມລໍາດັບ.

ປະທານກອງປະຊຸມ ຍັງໄດ້ຖືໂອກາດນີ້ນໍາສະເໜີ ແລະ ຊຸກຍູ້ໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ທີ່ມານະຄອນຫຼວງພະບາງເປັນຄັ້ງທໍາອິດ ຍາດໂອກາດໄປຢ້ຽມຢາມສະຖານທ່ອງທ່ຽວທີ່ສໍາຄັນທາງດ້ານວັດທະນະທໍາ, ທໍາມະຊາດ ແລະ ວິຖີການດໍາລົງຊີວິດຂອງປະຊາຊົນທ້ອງຖິນ ເຊິ່ງເປັນການປະກອບສ່ວນໃນການໂຄສະນາປີທ່ຽວທ່ຽວລາວ 2024 ອີກດ້ວຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version