Home ຂ່າວໜ້າໜຶ່ງ ເປີດໂຄງການພັດທະນາລະບົບອອກອະນຸຍາດດຳເນີນທຸລະກິດການທ່ອງທ່ຽວ ເອເລັກໂຕຣນິກ

ເປີດໂຄງການພັດທະນາລະບົບອອກອະນຸຍາດດຳເນີນທຸລະກິດການທ່ອງທ່ຽວ ເອເລັກໂຕຣນິກ

0

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເປີດໂຄງການພັດທະນາລະບົບການອອກອະນຸຍາດດຳເນີນທຸລະກິດການທ່ອງທ່ຽວເອເລັກໂຕຣນິກ ໃນວັນທີ 15 ສິງຫາ 2024 ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງເຈົ້າຄອງນະຄອນຫລວງວຽງຈັນ, ມີບັນດາການນຳຂັ້ນສູນກາງ, ນະຄອນຫລວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ຖວທ ໄດ້ໃຫ້ຮູ້ວ່າ: ການພັດທະນາລະບົບ ການອອກອະນຸຍາດດໍາເນີນທຸລະກິດການທ່ອງທ່ຽວ ເອເລັກໂຕຣນິກ ແລະ ການປັບປຸງກົດ ໝາຍ, ນິຕິກຳລຸ່ມກົດໝາຍ ແມ່ນການປັບປຸງກົນໄກ, ເງື່ອນໄຂ ແລະ ສະພາບແວດລ້ອມ ທີ່ເອື້ອອຳ ນວຍຄວາມສະດວກໃຫ້ແກ່ການລົງທຶນ ແລະ ການດໍາເນີນທຸລະກິດດ້ານການທ່ອງທ່ຽວ ຢູ່ ສປປ ລາວ ເພື່ອຍົກສູງຄຸນນະພາບ, ມາດຕະຖານ ແລະ ການບໍລິການຂອງພາກລັດ ໃຫ້ມີຄວາມທັນສະໄໝ, ສະ ດວກວ່ອງໄວ ແລະ ໂປ່ງໃສ ຍິ່ງຂຶ້ນ ຕາມແນວທາງຂອງພັກ ແລະ ນະໂຍບາຍຂອງລັດ.

ລະບົບການອອກອະນຸຍາດດຳເນີນທຸລະກິດການທ່ອງທ່ຽວ ເອເລັກໂຕຣນິກ, ລະບົບເກັບກຳສະຖິຕິຂໍ້ມູນ ແລະ ລະບົບຖານຂໍ້ມູນທຸລະກິດການທ່ອງທ່ຽວ ຈະເປັນລະບົບໜຶ່ງທີ່ມີຜົນປະໂຫຍດຍາວນານ ແລະ ສ້າງໂອກາດທີ່ດີໃນການປັບປຸງສະພາບແວດລ້ອມ ການດໍາເນີນທຸລະກິດ ແລະ ສ້າງ ສາຍພົວພັນທີ່ດີ ລະຫວ່າງພາກລັດ ແລະ ພາກທຸລະກິດ ໃຫ້ມີການຕິດຕໍ່ພົວພັນຊື້-ຂາຍ ຮ່ວມກັນ ຢ່າງບໍ່ມີພົມແດນ. ສະເພາະຢູ່ ສປປ ລາວ ກໍມີຄວາມຈຳເປັນຕ້ອງໄດ້ມີການປັບຕົວ ແລະ ດຶງດູດທ່າແຮງດັ່ງກ່າວ ມາໝູນໃຊ້ໃຫ້ແທດເໝາະກັບທ່າແຮງບົ່ມຊ້ອນ ທີ່ມີຢູ່ຂອງຕົນ ເພື່ອເຮັດໃຫ້ເສດຖະກິດຂອງປະເທດເຮົາ ທີ່ຍັງມີຄວາມຫຍຸ້ງຍາກໃນປັດຈຸບັນ ໄດ້ມີທ່າແຮງອັນໃໝ່ທີ່ດີກວ່າເກົ່າ ເຖິງວ່າ ສປປ ລາວ ຈະເປັນປະເທດນ້ອຍ ແລະ ມີພົນລະເມືອງໜ້ອຍ ເມື່ອທຽບໃສ່ຫລາຍປະເທດອ້ອມຂ້າງ ແຕ່ຍ້ອນຂໍ້ໄດ້ປຽບທາງດ້ານທີ່ຕັ້ງພູມສັນຖານ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈຶ່ງເຮັດໃຫ້ ສປປ ລາວ ມີທ່າແຮງທາງດ້ານພະລັງງານ, ກະສິກຳ, ການທ່ອງທ່ຽວ ແລະ ການຄົມມະນາຄົມຂົນສົ່ງທາງບົກ ແລະ ປັດໄຈອື່ນໆ ເຊິ່ງສິ່ງດັ່ງກ່າວ, ສາມາດສ້າງຜົນປະໂຫຍດທາງດ້ານເສດຖະກິດ ແລະ ຄວາມສາ ມາດແຂ່ງຂັນໃນພາກພື້ນ ແລະ ສາກົນ. ສະນັ້ນ, ລັດຖະບານ ຈຶ່ງເຫັນວ່າມີຄວາມຈຳເປັນຕ້ອງໄດ້ສົ່ງ ເສີມການນຳໃຊ້ເຕັກໂນໂລຊີ ດີຈິຕອນ ເຂົ້າໃນຂະແໜງການຕ່າງໆຂອງພາກລັດ ແລະ ພາກທຸລະກິດ ເພື່ອຊຸກຍູ້ໃຫ້ເສດຖະກິດດີຈິຕອນ ຂອງປະເທດເຮົາມີການຂະຫຍາຍຕົວ ແນໃສ່ສ້າງສິ່ງອຳນວຍຄວາມສະດວກຮອບດ້ານ ບົນພື້ນຖານແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ເພື່ອດຶງດູດການລົງທຶນ, ການຄ້າ, ການບໍລິການ ແລະ ການທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ຊຸກຍູ້ສົ່ງ ເສີມການຜະລິດສິນຄ້າພາຍໃນ, ສົ່ງອອກສິນຄ້າ, ການສ້າງວຽກເຮັດງານທຳ, ການກະຈາຍລາຍໄດ້ສູ່ສັງ ຄົມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີການຂະຫຍາຍຕົວ ຕາມທິດສີຂຽວ ແລະ ຍືນຍົງ.

ພາບ: ຍຸພິນທອງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version