Home ຂ່າວພາຍໃນ VietJet ນຳ​ເອົາ​ເທດສະການງານ “Joyful Elephant” ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນມອບ​ໃຫ້​ຜູ້​ໂດຍ​ສານ​ຢູ່​ໃນນະ​ຄອນ​ຫຼວງ​ວຽງ​ຈັນ ແລະ ນະ​ຄອນ​ໂຮ່​ຈິີມິນPHOTO RELEASE:

VietJet ນຳ​ເອົາ​ເທດສະການງານ “Joyful Elephant” ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນມອບ​ໃຫ້​ຜູ້​ໂດຍ​ສານ​ຢູ່​ໃນນະ​ຄອນ​ຫຼວງ​ວຽງ​ຈັນ ແລະ ນະ​ຄອນ​ໂຮ່​ຈິີມິນPHOTO RELEASE:

0

(ນະຄອນຫຼວງວຽງຈັນ, ວັນທີ 14 ສິງຫາ 2024) – VietJet ໄດ້ສືບຕໍ່ຍົກລະດັບປະສົບການຂອງລູກຄ້າຢ່າງຕໍ່ເນື່ອງດ້ວຍການເປີດຕົວໄກ້ນໍາທ່ຽວສະເໝືອນຈິງ “Joyful Elephant” (ຊ້າງທີ່ມີຄວາມສຸກ) ເພື່ອເປັນການສະແດງຕ້ອນຮັບຜູ້ໂດຍສານໃນຖ້ຽວບິນຂອງຕົນ ເຊິ່ງກົງກັບພິທີສະເຫຼີມສະຫຼອງ 200 ລ້ານຜູ້ໂດຍສານຂອງຕົນ.

ຜູ້​ໂດຍ​ສານ​ໃນ​ຖ້ຽວ​ບິນ VietJet ນະຄອນຫຼວງ​ວຽງ​ຈັນ​ໄປ​ນະຄອນ​ໂຮ່ຈິີມິນ​ໄດ້​ຊື່ນຊົມ​ການ​ສະ​ແດງ​ທີ່​ມີ​ຊີວິດ​ຊີວາ ແລະ ຄວາມເບີກບານ.


​ໃນ​ທ້າຍ​ອາທິດ​ຜ່ານ​ມາ​ຂອງ​ຖ້ຽວ​ບິນ​ຈາກ​ນະຄອນຫຼວງ​ວຽງ​ຈັນ, ເມືອງຫຼວງ​ແຫ່ງ “​ແຜ່ນດິນ​ລ້ານ​ຊ້າງ” ​ໄປ​ນະຄອນ​ໂຮ່ຈິີມິນ. ບໍລິສັດ Vietjet ​ໄດ້​ສ້າງສັນ​ບັນຍາກາດ​ຄວາມມ່ວນຊື່ນ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ຊ້າງ​ໂລກ (12 ສິງຫາ) ວັນຊ້າງໂລກແມ່ນເປັນການເຕືອນໃຈຄົນທົ່ວໂລກກ່ຽວກັບຄວາມສໍາຄັນຂອງການປົກປັກຮັກສາ ແລະ ອະນຸລັກຊ້າງ ຖ້ຽວບິນຂອງ Vietjet ໄດ້ເຮັດໃຫ້ວັນສຳຄັນນີ້ກາຍເປັນປະສົບການທີ່ມີຄວາມມ່ວນຊື່ນ ແລະ ມີຄວາມໝາຍສຳຄັນສຳລັບຜູ້ໂດຍສານ ໂດຍມອບການສະແດງທີ່ໜ້າຕື່ນເຕັ້ນ, ການວາງພວງດອກໄມ້ ແລະ ຂອງຂວັນສຸດພິເສດ ທີ່ຈະເຮັດໃຫ້ທຸກຄົນຮູ້ສຶກວ່າເປັນສ່ວນໜຶ່ງຂອງງານທີ່ແທ້ຈິງ.

ຫ້ອງໂດຍສານຂອງເຮືອບິນໄດ້ຖືກຕົບແຕ່ງຢ່າງເປັນເອກະລັກດ້ວຍຮູບແບບຂອງ “Joyful Elephant” ຢູ່ທົ່ວທຸກແຫ່ງຕັ້ງແຕ່ເຄື່ອງໃຊ້ໃນຫ້ອງອາຫານຈົນເຖິງບ່ອນນັ່ງ ການສໍາພັດທີ່ໃສ່ໃຈເຫຼົ່ານີ້ໄດ້ເພີ່ມບັນຍາກາດໃຫ້ເບີກບານມ່ວນຊື່ນ ແລະ ເປັນກັນເອງ ເຮັດໃຫ້ການເດີນທາງໄດ້ປະສົບການທີ່ມີຄວາມສຸກ.
ຄວາມຕື່ນເຕັ້ນກັບການບິນທີ່ເຕັມໄປດ້ວຍຄວາມມ່ວນຊື່ນໃນການຕົກແຕ່ງດ້ວຍ “Joyful Elephant”

ຜູ້ໂດຍສານໄວໜຸ່ມບາງຄົນຮູ້ສຶກດີໃຈທີ່ໄດ້ຮັບຕຸກກະຕາຊ້າງ ແລະ ສະແດງຄວາມຕື່ນເຕັ້ນຕໍ່ກັບເຄື່ອງຂອງຕົກແຕ່ງເປັນຮູບແບບຊ້າງຢູ່ໃນຖ້ຽວບິນ. ປະສົບການນີ້ຍັງໄດ້ກະຕຸ້ນຄວາມສົນໃຈຂອງເຂົາເຈົ້າໃນການຮຽນຮູ້ເພີ່ມເຕີມກ່ຽວກັບສັດເຫຼົ່ານີ້ ແລະ ຄວາມປາຖະໜາທີ່ຈະຊ່ວຍປົກປ້ອງພວກມັນໃນອະນາຄົດ.

ຜູ້ໂດຍສານໄດ້ຮັບຂອງຂວັນ ແລະ ຕຸກກະຕາຊ້າງທີ່ໜ້າຮັກໃນຖ້ຽວບິນພິເສດ
Vietjet ຂະຫຍາຍການສະເຫຼີມສະຫຼອງຖ້ຽວບິນ ເຊິ່ງໄດ້ສ້າງຄວາມຍິນດີໃຫ້ແກ່ຜູ້ໂດຍສານ ທີ່ຢູ່ໃນສະໜາມບິນTON SON NHAT (ນະຄອນໂຮ່ຈີມິນ) ແລະ ສະໜາມບິນນະຄອນຫຼວງວຽງຈັນ (ປະເທດລາວ) ດ້ວຍລະຫັດ AR ທີ່ຮ່ວມລາຍການ. ສິ່ງເຫຼົ່ານີ້ເຮັດໃຫ້ຜູ້ໂດຍສານສາມາດຖ່າຍຮູບກັບ “Joyful Elephant” ເປັນການສ້າງຊ່ວງເວລາທີ່ສະໜຸກສະໜານ ແລະ ກະຕຸ້ນໃຫ້ທຸກຄົນ “CHECK-IN.” ແມ່ນແຕ່ຜູ້ໂດຍສານສູງອາຍຸກໍ່ຍັງເພີດເພີນກັບການໄດ້ຫຼິ້ນຕຸກກະຕາຂອງ Joyful Elephant ເປັນຄັ້ງທໍາອິດ.


ເນື່ອງໃນໂອກາດວັນຊ້າງໂລກ, Vietjet ຂໍເປັນສ່ວນໜຶ່ງຂອງການສະເຫຼີມສະຫຼອງໃນລະດູຮ້ອນເພື່ອປົກປັກຮັກສາສັດປ່າ, ເຫດການໃນວັນຊ້າງໂລກໄດ້ນຳມາເຊິ່ງຄວາມເບີກບານມ່ວນຊື່ນ ແລະ ສ້າງຄວາມຜູກພັນໃຫ້ແກ່ຜູ້ໂດຍສານຂອງ Vietjet. ກິດຈະກຳດັ່ງກ່າວຈັດຂຶ້ນຕໍ່ເນື່ອງຈາກກິດຈະກຳຂອງຫົວຂໍ້ທີ່ຜ່ານມາທີ່ມີນົກຍູງໃນປະເທດອິນເດຍ ແລະ Panda ໃນປະເທດຈີນ, ການສະຫຼອງໃນຄັ້ງນີ້ຍັງສືບຕໍ່ຄໍາໝັ້ນສັນຍາຂອງສາຍການບິນເພື່ອປູກຈິດສໍານຶກໃນການອະນຸລັກສັດປ່າ. ​ໂດຍ​ການ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ, ຜູ້​ໂດຍສານ VietJet ສາມາດ​ໄດ້​ສຳພັດປະສົບ​ການ​ສຸດພິເສດ ​ພ້ອມທັງມີສ່ວນຮ່ວມ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ແລະ ພັດທະນາ​ແບບ​ຍືນ​ຍົງ, ເພື່ອເປັນການສະໜັບສະໜູນຊ່ວຍໃຫ້​ເປົ້າ​ໝາຍ​ຂອງ​ສາຍ​ການບິນ​ບັນລຸ​ການ​ຫຼຸດຜ່ອນການປ່ອຍ​ອາຍມົນລະ​ພິດ​ສຸດ​ທິ​ ຮອດ​ປີ 2050 ​ເພື່ອ​ອານາຄົດ​ທີ່​ດີກ​ວ່າ​ເກົ່າ.
ສາຍ​ການ​ບິນ​ດັ່ງ​ກ່າວ​ແມ່ນ​ມີຖ້ຽວບິນຈາກ​ນະ​ຄອນ​ຫຼວງ​ວຽງ​ຈັນ ​ຫາ​ ນະ​ຄອນ​ໂຮ່​ຈິີມິນ, ໂດຍ​ມີ 4 ຖ້ຽວ​ບິນ​ໄປກັບ​ໃນ​ວັນ​ຈັນ, ວັນ​ພຸດ, ວັນ​ສຸກ ແລະ ​ວັນ​ອາ​ທິດ ເຊິ່ງໃຊ້ເວລາບິນແມ່ນພຽງແຕ່ 1 ຊົ່ວໂມງ 45 ນາທີ. ນອກຈາກນັ້ນ, ນັກ​ທ່ອງ​ທ່ຽວ​ຍັງ​ສາ​ມາດ​ໄປ​ເຖິງ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ອື່ນໆ​ໃນ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ໄດ້​ຢ່າງ​ງ່າຍ​ດາຍ​ໂດຍ​ຜ່ານ​ຈຸດເຊື່ອມຕໍ່ຢູ່​ນະ​ຄອນ​ໂຮ່​ຈິີມິນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version