Home ຂ່າວການເມືອງ ກອງປະຊຸມແລກປ່ຽນບົດຮຽນວຽກງານຄຸມຂັງ ລາວ-ກຳປູເຈຍ

ກອງປະຊຸມແລກປ່ຽນບົດຮຽນວຽກງານຄຸມຂັງ ລາວ-ກຳປູເຈຍ

0

ກອງປະຊຸມແລກປ່ຽນບົດຮຽນວຽກງານຄຸມຂັງ ລະຫວ່າງ ກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກົມໃຫຍ່ຄຸມຂັງ-ດັດສ້າງ ກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ໄດ້ຈັດຂຶ້ນໃນວັນທີ 14 ສິງຫາ 2024 ທີ່ໂຮງແຮມວຽງຈັນພຣາຊາ ນະຄອນຫຼວງວຽງຈັນ, ຝ່າຍລາວ ນຳໂດຍ ທ່ານ ພົນຈັດຕະວາ ລັດສະໝີ ໄຊຍະຄຳ ຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບລາວ, ຝ່າຍກຳປູເຈຍນຳໂດຍທ່ານ ພົນໂທ ຊ້ອນ ຊານາດ ຫົວໜ້າກົມໃຫຍ່ຄຸມຂັງ-ດັດສ້າງ ກະຊວງພາຍໃນກໍາປູເຈຍ ໂດຍມີຄະນະທັງສອງຝ່າຍ ເຂົ້າຮ່ວມ.

ໃນກອງປະຊຸມ, ທັງສອງຝ່າຍໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດວຽກງານຄຸມຂັງໃນໄລຍະຜ່ານມາ ແລະ ໄດ້ພ້ອມກັນປຶກສາຫາລືແລກປ່ຽນບົດຮຽນວຽກງານວິຊາສະເພາະ ຕີລາຄາຄືນກ່ຽວກັບສະພາບການຮ່ວມມື ລະຫວ່າງ ສອງກົມໃນໄລຍະຜ່ານມາ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍຄູ່ຮ່ວມມືຍຸດທະສາດ ແລະ ໝັ້ນຄົງຍາວນານ ເພື່ອການພັດທະນາຢ່າງຍືນຍົງ ລະຫວ່າງ ກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບລາວ ແລະ ກົມໃຫຍ່ຄຸມຂັງ-ດັດສ້າງ ກະຊວງພາຍໃນກຳປູເຈຍ ໃຫ້ຈະເລີນງອກງາມຕາມກະຊວງປ້ອງກັນຄວາມສະຫງົບຂອງສອງປະເທດຊີ້ນໍາສອງກົມຄຸມຂັງລາວ-ກຳປູເຈຍ, ປະສານສົມທົບຊ່ວຍເຫຼືອເຊິ່ງກັນແລະກັນ, ພ້ອມກັນແກ້ໄຂບັນຫາອາຊະຍາກຳ ແລະ ບັນຫາຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຂອງສອງປະເທດຕາມກົດໝາຍ ແລະ ລະບຽບຫຼັກການທີ່ສອງລັດຖະບານຕົກລົງກັນ, ໄລຍະຜ່ານມາກົມຕຳຫຼວດຄຸມຂັງສອງປະເທດລາວ-ກຳປູເຈຍ ກໍໄດ້ຢ້ຽມຢາມແລກປ່ຽນບົດຮຽນຕາມຮອບວຽນຢ່າງເປັນປົກກະຕິ. ຄຽງຄູ່ກັນນັ້ນ, ກໍໄດ້ປະສານສົມທົບຮ່ວມກັບພາກສ່ວນກ່ຽວຂ້ອງປຶກສາຫາລື ແລະ ໂອນຕົວນັກໂທດ ລາວ-ກຳປູເຈຍ ຄັ້ງທີ 1 ສໍາເລັດດ້ວຍດີ ອັນເປັນການປະກອບສ່ວນ ເພື່ອຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ພ້ອມກັນແກ້ໄຂບັນຫາຕ່າງໆດ້ວຍຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ, ປະກອບສ່ວນສໍາຄັນເຂົ້າໃນການເສີມສ້າງສາຍພົວພັນແບບບ້ານໃກ້ເຮືອນຄຽງ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງຊາດລາວ-ກຳປູເຈຍ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ ແລະ ໃຫ້ມີຄວາມເລິກເຊິ່ງຫຼາຍຂຶ້ນກວ່າເກົ່າ.

ຈາກນັ້ນ, ໃນກອງປະຊຸມ, ທັງສອງຝ່າຍໄດ້ແລກປ່ຽນບົດຮຽນເຊິ່ງກັນແລະກັນ ໃນຂົງເຂດວຽກງານຄຸ້ມຄອງນັກໂທດ ໂດຍສະເພາະນັກໂທດຍິງ, ນັກໂທດທີ່ເປັນເດັກກະທຳຜິດ ແລະ ນັກໂທດຄະດີຢາເສບຕິດ, ແລກປ່ຽນຂໍ້ມູນນັກໂທດສັນຊາດລາວທີ່ພວມປະຕິບັດໂທດຢູ່ກຳປູເຈຍ ໃນປັດຈຸບັນ, ພ້ອມທັງສະເໜີຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງ ເພື່ອຂໍຄໍາຕັດສິນຂອງນັກໂທດສັນຊາດລາວ ທີ່ຖືກຕັດສິນລົງໂທດຢູ່ກຳປູເຈຍ, ແລກປ່ຽນບົດຮຽນວຽກງານສຶກສາອົບຮົມ ແລະ ຝຶກວິຊາຊີບທຳການຜະລິດແກ້ໄຂຊີວິດການເປັນຢູ່ໃຫ້ແກ່ນັກໂທດ, ແລກປ່ຽນບົດຮຽນກ່ຽວກັບການປະຕິບັດກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງທີ່ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຄຸມຂັງ-ດັດສ້າງ ແລະວຽກງານອື່ນໆທີ່ກ່ຽວຂ້ອງ.

ພາບ-ຂ່າວ: ແກ້ວ ອຸເພັດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version