Home ຂ່າວໜ້າໜຶ່ງ ທ່ານນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງ

ທ່ານນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງ

0

——–

ໃນຕອນເຊົ້າວັນທີ 5 ສິງຫາ ນີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເດີນທາງດ້ວຍລົດໄຟ ລາວ-ຈີນ ຈາກສະຖານີນະຄອນຫຼວງວຽງຈັນ ໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຫຼວງພະບາງ ຊຶ່ງໃນເວລາເດີນທາງດ້ວຍລົດໄຟທ່ານ ນາຍົກລັດຖະມົນຕີ ໄດ້ພົບປະໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ຄະນະອຳນວຍການບໍລິສັດ ລົດໄຟ ລາວ-ຈີນ ຊຶ່ງກ່ອນອື່ນ ໄດ້ຮັບຟັງການລາຍງານ ກ່ຽວກັບສະພາບການດຳເນີນທຸລະກິດ ໂດຍສະເພາະ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແຜນການພັດທະນາ ໃນຕໍ່ໜ້າ ຈາກຄະນະອຳນວຍການບໍລິສັດດັ່ງກ່າວ. ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ມີຄຳເຫັນເຈາະຈີ້ມ ແລະ ຊີ້ນຳໃຫ້ບໍລິສັດ ລົດໄຟ ລາວ-ຈີນ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ປັບປຸງລະບົບການບໍລິການຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າ ໃຫ້ມີຄວາມສະດວກສະບາຍ ແລະ ວ່ອງໄວກວ່າເກົ່າ; ລົງເລິກປັບປຸງຂອດການຄ່ຽນຖ່າຍສິນຄ້າ ຢູ່ສະຖານີວຽງຈັນໃຕ້ ໃຫ້ສາມາດເຄື່ອນໄຫວໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ; ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ສຳຫຼວດເນື້ອທີ່ດິນ ທີ່ຈະລົງທຶນພັດທະນາກິດຈະການປິ່ນອ້ອມກັບໂຄງການລົດໄຟ ລາວ-ຈີນ; ຄົ້ນຄວ້າເຊື່ອມຈອດເສັ້ນທາງລົດໄຟ ລາວ-ຈີນ ໄປບັນດາປະເທດໃກ້ຄຽງ ແລະ ອື່ນໆ.

ເມື່ອຄະນະຂອງທ່ານ ນາຍົກລັດຖະມົນຕີ ເດີນທາງເຖິງສະຖານີລົດໄຟຫຼວງພະບາງ ຖືກຕ້ອນຮັບໂດຍທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ.ໃນໂອກາດນີ້, ຄະນະຂອງທ່ານ ນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມ ແລະ ພົບປະໂອ້ລົມ ຕໍ່ປະຊາຊົນບ້ານບວມອໍ້, ເມືອງຊຽງເງິນ ໂດຍໄດ້ຮັບຟັງການລາຍງານ ກ່ຽວກັບສະພາບການພັດທະນາບ້ານ ຈາກທ່ານ ສົມພົງ ສົມພອນທາ ນາຍບ້ານໆບວມອໍ້ ເຫັນວ່າ: ບ້ານດັ່ງກ່າວ ເປັນບ້ານໜຶ່ງ ທີ່ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟ ລາວ-ຈີນ ແລະ ໄດ້ຍ້າຍອອກຈາກພື້ນທີ່ໂຄງການ ມາຢູ່ບ້ານຈັດສັນໃໝ່ ໂດຍບໍລິສັດທາງລົດໄຟ ລາວ-ຈີນ ໄດ້ສ້າງພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ເປັນຕົ້ນ ຖະໜົນຫົນທາງ ປູດ້ວຍເບຕົງ, ບ້ານ-ເຮືອນ, ສະໂມສອນບ້ານ, ໂຮງຮຽນ, ສຸກສາລາ, ລະບົບນ້ຳລິນ, ລະບົບໄຟຟ້າ ແລະ ອື່ນໆ ເຊິ່ງເຮັດໃຫ້ຊິວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າຢ່າງຕໍ່ເນື່ອງ. ປັດຈຸບັນ ມີ 106 ຄອບຄົວ, ພົນລະເມືອງ 488 ຄົນ ຍິງ 248 ຄົນ.

ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດພົບປະໂອ້ລົມ ໂດຍໄດ້ຖາມເຖິງສະພາບຊີວິດການດໍາລົງຊິວິດຂອງຕໍ່ປະຊາຊົນພາຍໃນບ້ານດັ່ງກ່າວ ໂດຍສະເພາະ ຂໍ້ສະດວກ ແລະ ທ່າແຮງການພັດທະນາ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ, ພ້ອມທັງ ແຈ້ງໃຫ້ຊາບກ່ຽວກັບສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ທີ່ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ພາໃຫ້ເກີດບັນຫາເຄັ່ງຮ້ອນຕ່າງໆ ເປັນຕົ້ນ ບັນຫາລາຄາສິນຄ້າ, ບັນຫາຄ່າຄອງຊີບ, ອັດຕາແລກປ່ຽນ ແລະ ອື່ນໆ. ອັນສຳຄັນ, ທ່ານ ໄດ້ເນັ້ນໜັກໃຫ້ຂະແໜງການກ່ຽວຂ້ອງຂອງແຂວງ ແລະ ເມືອງ ສືບຕໍ່ລົງຊ່ວຍເຫຼືອປະຊາຊົນ ທາງດ້ານເຕັກນິກວິຊາການ ເປັນຕົ້ນ ການປູກ-ການລ້ຽງ, ການຝຶກວິຊາຊີບ ແລະ ສີມືແຮງງານ, ການຈັດສັນທີ່ດິນ ແລະ ອາຊີບຄົງທີ່, ການປັບປຸງກົງຈັກບໍລິຫານບ້ານ, ການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ; ໃຫ້ອົງການປົກຄອງບ້ານ ແລະ ປະຊາຊົນ ເອົາໃຈໃສ່ ສ້າງສະພາບແວດລ້ອມພາຍໃນບ້ານ ໃຫ້ມີຄວາມສະອາດຈົບງາມ ແລະ ເປັນລະບຽບຮຽບຮ້ອຍ ໂດຍສະເພາະ ການປູກຕົ້ນໄມ້ປະດັບ, ການປູກຕົ້ນໄມ້ໃຫ້ໝາກ, ການປູກຕົ້ນໄມ້ ເພື່ອປ້ອງກັນຕາຝັ່ງເຈື່ອນ; ສືບຕໍ່ເຕົ້າໂຮມຄວາມສາມັກຄີ ເພື່ອພ້ອມກັນສ້າງສາພັດທະນາບ້ານ ແລະ ປັບປຸງຊີວິດການເປັນຢູ່ ໃຫ້ນັບມື້ດີຂຶ້ນເປັນກ້າວໆ.

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ຕໍ່ປະຊາຊົນບ້ານບວມອໍ້ຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ແລະ ຄະນະ ຍັງໄດ້ຕິດຕາມເບິ່ງສະພາບໂຄງລ່າງພື້ນຖານຂອງບ້ານ ແລະ ມອບເງິນຈຳນວນໜຶ່ງ ເພື່ອເປັນກອງທຶນພັດທະນາບ້ານດັ່ງກ່າວ ຕື່ມອີກ.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version