Home Uncategorized ໂຈນບຸກດ່ຽວປຸ້ນຮ້ານຄຳ ເສຍຫາຍກວ່າ 300 ລ້ານ

ໂຈນບຸກດ່ຽວປຸ້ນຮ້ານຄຳ ເສຍຫາຍກວ່າ 300 ລ້ານ

0

ຕາມການໃຫ້ຂໍ້ມູນຂອງເຈົ້າໜ້າທີ່ ພະແນກສືບສວນ-ສອບສວນ ປກສ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ໃນວັນທີ 28 ກໍລະກົດ 2024 ເວລາປະມານ 12 ໂມງ ໄດ້ມີຄົນຮ້າຍປຸ້ນຊັບ ຢູ່ຮ້ານຂາຍຄໍາ ໃນຕະຫຼາດອຸດສາຫະກຳ ແຂວງຫຼວງນໍ້າທາ ຜູ້ເສຍຫາຍຊື່ ນາງ ຈິດ ອາຍຸ 35 ປີ ອາຊີບຄ້າຂາຍ ປະຈຸບັນຢູ່ ບ້ານດອນສໍາພັນ ເມືອງ ແລະ ແຂວງຫຼວງນໍ້າທາ ຜົນເສຍຫາຍມີວັດຖຸຄ້າຍຄືຄໍາ 12 ບາດ.

ລັກສະນະຂອງຄົນຮ້າຍທີ່ເຂົ້າມາປຸ້ນຊັບ ແມ່ນເປັນຄົນຈ່ອຍສູງ, ນຸ່ງເສື້ອນອກແຂນຍາວສີຂາວ, ໂສ້ງຂາຍາວສີຂາວ, ໃສ່ໝວກ ແລະ ແພອັດປາກ.

ຜູ້ກໍ່ເຫດໄດ້ນຳໃຊ້ຄ້ອນຕີເປັນອາວຸດມາທຸບຕູ້ແກ້ວບ່ອນໃສ່ຄຳ ແລ້ວປຸ້ນເອົາຄຳໄປຈຳນວນ 6 ເສັ້ນ, ເສັ້ນລະ 02 ບາດ ລວມນໍ້າໜັກ 12 ບາດ, ມູນຄ່າເສຍຫາຍປະມານ 370.000.000 ກີບ.

ຕໍ່ກັບເຫດການດັ່ງກ່າວ, ປັດຈຸບັນທາງເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງຫຼວງນ້ຳທາ ໄດ້ແຕ່ງຕັ້ງກຳລັງວິຊາສະເພາະ ອອກເຄື່ອນໄຫວຕິດຕາມຊອກຫາຄົນຮ້າຍ ເພື່ອນຳເອົາຜູ້ກ່ຽວມາດຳເນີນຄະດີຕາມລະບຽບກົດໝາຍ.

ພາບ-ຂ່າວ ປກສ ແຂວງຫຼວງນ້ຳທາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version