Home ຂ່າວຕ່າງປະເທດ ເສດຖະກິດອາເມຣິກາ ຍັງມີຄວາມໝັ້ນຄົງໃນຕົ້ນໄຕມາດທີສາມຂອງປີນີ້

ເສດຖະກິດອາເມຣິກາ ຍັງມີຄວາມໝັ້ນຄົງໃນຕົ້ນໄຕມາດທີສາມຂອງປີນີ້

0

ຂ່າວສານຫວຽດນາມລາຍງານວ່າ: ອີງຕາມຂໍ້ມູນການວັດແທກທີ່ເປີດເຜີຍໂດຍ S&P Global ໃນວັນທີ 24 ກໍລະກົດ ຜ່ານມາ, ກິດຈະກໍາທຸລະກິດຂອງອາເມຣິກາ ໃນເດືອນກໍລະກົດ ເພີ່ມຂຶ້ນໃນລະດັບສູງສຸດໃນຮອບຫຼາຍກວ່າ 2 ປີ, ແຕ່ທຸລະກິດເບິ່ງຄືວ່າມີຄວາມຫຍຸ້ງຍາກໃນການຮັກສາລາຄາສິນຄ້າ ແລະ ການບໍລິການທີ່ສູງ, ທ່າມກາງຄວາມກັງວົນຂອງຜູ້ບໍລິໂພກຍ້ອນຄວາມຢ້ານກົວຂອງອັດຕາເງິນເຟີ້ທີ່ເພີ່ມຂຶ້ນ.

ຂ່າວລະບຸວ່າ: ດັດຊະນີຜູ້ຈັດການຝ່າຍຈັດຊື້ (PMI) ຊຶ່ງຕິດຕາມຂະແໜງການຜະລິດ ແລະ ການບໍລິການຂອງ ອາເມຣິກາ, ເພີ່ມຂຶ້ນ 0,2 ຈຸດ ຂຶ້ນເປັນ 55,0 ໃນເດືອນກໍລະກົດ ຊຶ່ງເປັນລະດັບສູງສຸດນັບຕັ້ງແຕ່ເດືອນເມສາ 2022, ຫຼັງຈາກທີ່ໄດ້ບັນລຸລະດັບ 54,8 ໃນເດືອນມິຖຸນາປີນີ້.

ການຟື້ນຕົວໃນຂະແໜງການບໍລິການຊົດເຊີຍການຫຼຸດລົງຂອງການຜະລິດ. ດັດຊະນີ PMI ການບໍລິການໃນເດືອນກໍລະກົດ ເພີ່ມຂຶ້ນ 0,7 ຈຸດ, ເປັນ 56,0 ຊຶ່ງເປັນລະດັບສູງສຸດນັບຕັ້ງແຕ່ເດືອນມີນາ 2022, ຈາກລະດັບ 55,3 ໃນເດືອນກ່ອນ. ໃນຂະນະດຽວກັນ, ດັດຊະນີ PMI ການຜະລິດໃນເດືອນກໍລະກົດນີ້ ຫຼຸດລົງ 2,1 ຈຸດ, ເປັນຈຸດຕໍ່າສຸດໃນຮອບ 7 ເດືອນແມ່ນ 49,5 ຈາກ 51,6 ໃນເດືອນກ່ອນ ໜ້ານີ້.

ການເພີ່ມຂຶ້ນຂອງ PMI ຄົງທີ່ຊີ້ໃຫ້ເຫັນວ່າກິດຈະກໍາທາງເສດຖະກິດຂອງ ອາເມຣິກາ ຍັງແຂງແຮງຢູ່ໃນຈຸດເລີ່ມຕົ້ນຂອງໄຕມາດທີສາມນີ້.

ຜູ້ຊ່ຽວຊານດ້ານເສດຖະກິດຄາດຄະເນວ່າການເຕີບໂຕຂອງ GDP ຂອງ ອາເມຣິກາ ຈະຢູ່ທີ່ປະມານ 2,0% ໃນໄຕມາດທີສອງ, ເພີ່ມຂຶ້ນຈາກການເຕີບໂຕຂອງ 1,4% ໃນໄຕມາດທໍາອິດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version