Home ຂ່າວຕ່າງປະເທດ ຊັອຟແວ AI ແປພາສາ DeepL ປະກາດຮອງຮັບໂຕອັກສອນພາສາຈີນ

ຊັອຟແວ AI ແປພາສາ DeepL ປະກາດຮອງຮັບໂຕອັກສອນພາສາຈີນ

0

ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ກໍລະກົດ ຜ່ານມາວ່າ: DeepL ສະຕາດອັບຊັອຟແວປັນຍາປະດິດ(AI) ສຳລັບແປພາສາ ໄດ້ປະກາດຮອງຮັບໂຕອັກສອນພາສາຈີນເຕັມຮູບແບບແລ້ວ ເພື່ອໃຫ້ສາມາດເຈາະຕະຫຼາດອາຊີໄດ້ຫຼາຍຂຶ້ນ, ໂດຍ DeepL ເປັນສະຕາດອັບຈາກເຢຍລະມັນ ແລະ ເປັນບໍລິສັດ AI ອັນດັບຕົ້ນໆຂອງເອີຣົບ ຊຶ່ງມີມູນຄ່າເຖິງ 2 ຕື້ໂດລາ.

ຂ່າວລາຍງານວ່າ: DeepL ຖືກເບິ່ງວ່າເປັນຄູ່ແຂ່ງຂອງ Google Translate ແຕ່ຕ່າງກັນບ່ອນວ່າ DeepL ເນັ້ນຂາຍໃຫ້ລູກຄ້າຂະແໜງທຸລະກິດ, ອົງການ ຫຼາຍກວ່າລູກຄ້າທົ່ວໄປ, ໂດຍໂຕອັກສອນພາສາຈີນນັ້ນ ໃຊ້ໃນໄຕ້ຫວັນ ແລະ ຮົງກົງ ຊຶ່ງລ້ວນເປັນສູນກາງທຸລະກິດທີ່ສຳຄັນດ້ານເຕັກໂນໂລຊີ ແລະ ການເງິນ, ດຶງດູດໃຫ້ DeepL ຮັບຮອງໂຕອັກສອນຈີນ ເພື່ອເຈາະຕະຫຼາດເຫຼົ່ານີ້ ຫຼັງຈາກທີ່ແນະນຳຊັອຟແວ AIແປພາສາຍີ່ປຸ່ນ ແລະ ສ ເກົາຫຼີ ໄປແລ້ວ.

ທ່ານ ຍາໂຣສລາຟ ຄູຕິລອບສະກີ ຊີອີໂອຂອງ DeepL ເປີດເຜີຍວ່າ: ໄຕ້ຫວັນ ແລະ ຮົງກົງ ເປັນຕະຫຼາດເຕັກໂນໂລຊີທີ່ແຂງແກ່ງທີ່ເນັ້ນການສົ່ງອອກ ໂດຍສະເພາະຢ່າງຍິ່ງໄຕ້ຫວັນ ຊຶ່ງເປັນທີ່ຕັ້ງຂອງຜູ້ຜະລິດຊິບລາຍໃຫຍ່ທີ່ສຸດຂອງໂລກ ເຊັ່ນ: TSMC. ນອກຈາກນີ້, ໄຕ້ຫວັນ ຍັງມີຄວາມຄ້າຍຄືກັບຍີ່ປຸ່ນ ແລະ ສ ເກົາຫຼີ ຊຶ່ງເປັນຕະຫຼາດທີ່ DeepL ປະສົບຄວາມສຳເລັດເປັນຢ່າງດີດ້ວຍ.

ທັງນີ້, DeepL ຫາກໍແນະນຳໂມເດລພາສາຂະໜາດໃຫຍ່ (LLM) ລຸ້ນໃໝ່ລ່າສຸດເມື່ອອາທິດຜ່ານມາ ຊຶ່ງບໍລິສັດກ່າວວ່າມີປະສິດທິພາບຫຼາຍກວ່າ ChatGPT, Google ແລະMicrosoft ໃນແງ່ຂອງຄຸນນະພາບການແປ ໂດຍ LLM ຄືໂມເດລ AI ທີ່ໄດ້ຮັບການຝຶກຝົນດ້ວຍຂໍ້ມູນຈຳນວນມະຫາສານຊຶ່ງເປັນຂຸມພະລັງທີ່ຢູ່ເບື້ອງຫຼັງຊັອຟແວແປພາສາຂອງ DeepL.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version