Home ຂ່າວຕ່າງປະເທດ ກອງປະຊຸມລັດຖະມົນຕີ ກຸ່ມ G20 ຮັບຮອງຍັດຕິ ການສ້າງຕັ້ງສະຫະພັນຕ້ານໄພອຶດຫິວ

ກອງປະຊຸມລັດຖະມົນຕີ ກຸ່ມ G20 ຮັບຮອງຍັດຕິ ການສ້າງຕັ້ງສະຫະພັນຕ້ານໄພອຶດຫິວ

0

ຂ່າວສານຊີອາໄອລາຍງານ ໃນວັນທີ 25 ກໍລະກົດ ຜ່ານມາ ວ່າ: ໃນວັນທີ 24 ກໍລະກົດ 2024 ຢູ່ນະຄອນຣີໂອເດີຈາເນໂຣ ຂອງເບຣຊິນ, ກອງປະຊຸມລະດັບລັດຖະມົນຕີໜ່ວຍງານການເຄື່ອນໄຫວຂອງກຸ່ມ G20 ໄດ້ເປັນເອກະພາບກັນຮັບຮອງຍັດຕິກ່ຽວກັບການສ້າງຕັ້ງສະຫະພັນຕ້ານໄພອຶດຫິວ ແລະ ຄວາມທຸກຍາກໂລກ ທີ່ສະເໜີຕໍ່ກອງປະຊຸມສຸດຍອດກຸ່ມ G20 ຄັ້ງນີ້. ທ່ານ ລູອິສ ອິນາຊີໂອ ລູລາ ດາ ຊິນວາ ປະທານາທິບໍດີເບຣຊິນ ທີ່ເປັນປະເທດເຈົ້າພາບຈັດກອງປະຊຸມສຸດຍອດກຸ່ມ G20 ຄັ້ງນີ້ໄດ້ເຂົ້າຮ່ວມພິທີກຽມຄວາມພ້ອມເພື່ອເປີດສະຫະພັນຕ້ານໄພອຶດຫິວ ແລະ ຄວາມທຸກຍາກໂລກ ທີ່ຈັດຂຶ້ນໃນມື້ດຽວກັນ ແລະ ພ້ອມທັງກ່າວຄໍາປາໄສ.

ອີງຕາມການສະເໜີຂອງ ທ່ານ ລູລາ ດາ ຊິນວາ, ການລຶບລ້າງໄພອຶດຫິວ ແລະ ຄວາມທຸກຍາກເປັນໜຶ່ງໃນສາມໜ້າທີ່ໃຈກາງຂອງເບຣຊິນ ໃນໄລຍະຮັບໜ້າທີ່ເປັນປະເທດປະທານໝູນວຽນຂອງກຸ່ມ G20. ສ່ວນອີກສອງໜ້າທີ່ໃຈກາງນັ້ນແມ່ນການປຸກລະດົມໃຫ້ທົ່ວໂລກຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການປະຕິຮູບການບໍລິຫານໂລກ. ໃນມື້ດຽວກັນ, ອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ ຫຼື FAO ໄດ້ເຜີຍແຜ່ “ບົດລາຍງານສະພາບຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການໂລກ 2024” ກ່ອນຈັດກອງປະຊຸມລະດັບລັດຖະມົນຕີຄັ້ງນີ້ ຊຶ່ງເປັນເທື່ອທໍາອິດທີ່ອົງການ FAO ເຜີຍແຜ່ບົດລາຍງານສະບັບດັ່ງກ່າວຢູ່ນອກນະຄອນຫຼວງໂຣມ ແລະ ນະຄອນນິວຢອກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version