Home ຂ່າວໜ້າໜຶ່ງ ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີຕ່າງປະເທດ ອິນເດຍ

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີຕ່າງປະເທດ ອິນເດຍ

0

ໃນວັນທີ 27 ກໍລະກົດ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ດຣ ສຸບຣາມານຢໍາ ໃຈຊັງເກີ (Dr. Subrahmanyam Jaishankar) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນເດຍ, ໃນໂອກາດມາເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57, ທີ່ ນະຄອນຫລວງວຽງຈັນ.

ໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ດຣ ສຸບຣາມານຢໍາ ໃຈຊັງເກີ ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳ ແໜ່ງເປັນລັດຖະມົນຕີຕ່າງປະເທດ ແຫ່ງ ສ ອິນເດຍ ອີກໜຶ່ງສະໄໝ ເຊິ່ງສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຈາກການນຳຂັ້ນສູງຂອງປະເທດ ແລະ ໄດ້ຖືໂອກາດນີ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດໄປເຖິງ ທ່ານ ນາເລັນດາ ໂມດີ ນາຍົກລັດຖະມົນຕີ ແຫ່ງ ສ ອິນເດຍ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ອິນເດຍ ຕະ ຫລອດໄລຍະ 68 ປີ (2 ກຸມພາ 1956-2024) ເຊິ່ງສອງປະເທດ ໄດ້ມີການພົບປະແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ, ສະໜັບສະໜູນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ທັງໃນຂອບການຮ່ວມມືສອງຝ່າຍ, ຫລາຍຝ່າຍ ໃນຂົງເຂດພາກພື້ນ ແລະ ສາກົນ.

ພ້ອມກັນນີ້, ກໍໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ລັດຖະບານ ແລະ ປະຊາຊົນ ອິນເດຍ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະໃນຂົງເຂດກະສິກຳ, ຊົນລະປະທານ, ພະລັງງານ ແລະ ພື້ນຖານໂຄງລ່າງຂອງ ສປປ ລາວ, ສະໜອງທຶນຝຶກອົບຮົມໄລ ຍະສັ້ນ ແລະ ໄລຍະຍາວ ໃຫ້ແກ່ ສປປ ລາວ ເຊັ່ນ: ໂຄງການຮ່ວມມືດ້ານວິຊາການ ແລະ ເສດຖະກິດອິນເດຍ, ການສຶກສາ, ວັດທະນະທຳ, ການບໍລິການ, ການພົວພັນສາກົນ, ວຽກງານປ້ອງກັນຊາດ ແລະ ອື່ນໆ. ພ້ອມນັ້ນ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ບົດບາດສຳຄັນຂອງ ສ ອິນເດຍ ໃນເວ ທີພາກພື້ນ ແລະ ສາກົນ ເປັນຕົ້ນ ສປຊ, ອາຊຽນ-ອິນເດຍ ກໍຄື ການຮ່ວມມືໃນຂອບແມ່ນ້ຳຂອງ-ແມ່ນ້ຳຄົງຄາ ເພື່ອຜົນປະໂຫຍດຂອງການພັດທະນາສຳລັບປະຊາຊົນໃນພາກພື້ນ ແລະ ສະແດງຄວາມຢືນຢັນວ່າ ສປປ ລາວ ຈະສືບຕໍ່ໃຫ້ການສະໜັບສະໜູນການເຄື່ອນໄຫວຢ່າງຕັ້ງໜ້າຂອງ ສ ອິນເດຍ ຢູ່ເວທີສາກົນ, ປະກອບສ່ວນເຂົ້າໃນການສ້າງປະຊາຊຄົມອາຊຽນ ກໍຄື ປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ.

ທ່ານລັດຖະມົນຕີ ສຸບຣາມານຢໍາ ໃຈຊັງເກີ ກໍໄດ້ສະແດງຄວາມຂອບໃຈຕໍ່ຄຳເວົ້າອັນຈົບງາມຂອງ ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ, ພ້ອມທັງ ສະແດງຄວາມຢືນຢັນ ຈະສືບຕໍ່ຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ຮ່ວມກັນຈັດຕັ້ງປະຕິບັດບັນດາໂຄງການ ທີ່ການນຳຂັ້ນສູງຂອງປະເທດ ໄດ້ລົງນາມກັນແລ້ວນັ້ນ ໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທິຜົນສູງສຸດ ໂດຍສະເພາະ ຊຸກຍູ້ການພົວພັນຮ່ວມມືດ້ານ ເສດຖະກິດ-ການຄ້າ, ການລົງທຶນ, ກະສິກຳ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ວັດທະນະທຳ, ການທ່ອງທ່ຽວ ແລະ ຂະແໜງການອື່ນໆ ທີ່ມີທ່າແຮງຮ່ວມກັນ, ເພີ່ມທະວີການຮ່ວມມືໃນຂອບຫລາຍຝ່າຍ ເປັນຕົ້ນ ສປຊ, ອາຊຽນ ແລະ ອື່ນໆ. ພ້ອມນີ້, ທ່ານຍັງໄດ້ ອວຍພອນໃຫ້ສາຍພົວພັນສອງປະເທດ ຈົ່ງໝັ້ນຄົງຂະນົງແກ່ນ ແລະ ນັບມື້ໄດ້ຮັບການພັດທະນາຂຶ້ນສູ່ບາດກ້າວອັນໃໝ່ໃນຕໍ່ໜ້າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version