ດັ່ງທີ່ໄດ້ຟັງໄດ້ຍິນນໍາກັນວາລີທີ່ເປັນເລື່ອງໜ້າຕື່ນເຕັ້ນວ່າ “ຜົ້ງສາລີ ປຽບຄືດັ່ງສະຫວັນສັ່ງວິມານດ່ານແດນພູດອຍ ເປັນດິນແດນວິລະຊົນຮັກຄອນພົງພັນ ເຊື້ອງາມເຫລືອຫລາຍພູຟ້າທະເລໝອກໃຫຍ່ ເຊີນຊີມຊາພູຟ້າ ດື່ມເຫລົ້າຂຽວເອ່ວສະຖານທີ່ເບິ່ງຮີດຄອງປະເພນີເອກະລັກຫລາຍເຜົ່າເຊື້ອ ເປັນຂອງຕ້ອນທ່ານຜູ້ຊົມ” ແມ່ນຄໍາຂວັນຂອງ ແຂວງຜົ້ງສາລີ. ແຂວງດ່ັງກ່າວຕ້ັງຢູ່“ເໜືອສຸດ ໃນປະເທດລາວ” ມີຊາຍແດນຕິດ ກັບ ປະເທດຈີນ ແລະ ຫວຽດນາມ ເຮັດໃຫ້ກາຍເປັນພື້ນທີ່ຍຸດທະສາດ ປັດຈຸບັນເມືອງຜົ້ງສາລີ ເປັນເມືອງເອກຂອງແຂວງ ຕົວເມືອງຕັ້ງຢູ່ເທິງພູເຂົາສູງ 1.400 ແມັດ ໃນເຂດພູຟ້າເຮັດໃຫ້ອາກາດເຢັນ ສະບາຍຕະຫລອດປີ ແລະ ເຕັມໄປດ້ວຍຊັບພະຍາກອນທໍາມະຊາດອັນອຸດົມສົມບູນ ຊຶ່ງມີປ່າໄມ້ປົກຫຸ້ມກວມເຖິງ 41% ຂອງເນື້ອທີ່ທັງໝົດ, ມີພົນລະເມືອງທັງໝົດປະມານ 2 ແສນຄົນ ແລະ ປະກອບມີຫລາຍຊົນເຜົ່າຄື: ລາວ, ລື້, ຫໍ້, ກໍ່, ຢ້າວ, ກໍາພູຊາງ, ຜູ່ນ້ອຍ, ມົ້ງລາຍ, ກຶມມຸ, ກໍມູຈີ, ກໍມູຊາງ, ຮາຍີ ແລະ ເຜົ່າອື່ນໆ. ແຂວງຜົ້ງສາລີ ມີ 7 ເມືອງຄື: ເມືອງ ຜົ້ງສາລີ, ເມືອງໃໝ່, ເມືອງຂວາ, ເມືອງສໍາພັນ, ເມືອງບຸນເໜືອ, ເມືອງ ບຸນໃຕ້ ແລະ ເມືອງຍອດອູ. ນະດິນແດນອັນມີຕໍານານຊຶ່ງຖືກເລົ່າຂານ ເມືອງແຫ່ງທະເລໝອກ ແລະ ຮ່ອງຮອຍຂອງຍຸກອານານິຄົມ ແມ່ນເຕັມໄປດ້ວຍຮອຍຍິ້ມຂອງຊາວເມືອງ ທີ່ພ້ອມຈະຕ້ອນຮັບບັນດາທ່ານຜ່ານສຳນຽງລາວ “ພູນ້ອຍ” ທີ່ແສນອິ່ນອ້ອຍປະທັບໃຈ.
ຖ້າທ່ານໄດ້ເດີນທາງໄປແຂວງ ຜົ້ງສາລີ ທ່ານຕ້ອງໄດ້ຊີມຊາພັນປີ ແລະ ເຫລົ້າຂຽວ ຊຶ່ງເປັນເອກະລັກສະເພາະທີ່ຂຶ້ນຊື່ຂອງແຂວງພ້ອມທັງຟັງຂັບລໍາອັນຫລາກຫລາຍ ເຊ່ັນ: ຂັບລື້, ຂັບພູຊາງ, ຂັບມົ້ງ ແລະ ຂັບເຕີມ. ນອກນີ້, ແຂວງຜົ້ງສາລີຍັງມີ ບຸນປະເພນີທີ່ສໍາຄັນ ແລະ ໜ້າສົນໃຈເປັນຕົ້ນແມ່ນບຸນປີໃໝ່ ແລະ ບຸນສະເຫລີມສະຫລອງໝາກຜົນທີ່ໄດ້ ຮັບຈາກການກະສິກໍາ ນັ້ນກໍຄືບຸນສະຫລອງການປູກເຂົ້າ ແລະ ບຸນກູ້ເຜືອກ-ມັນເປັນຕົ້ນ.ປະຊາຊົນແຂວງຜົ້ງສາລີ ແມ່ນມີມູນເຊ້ືອດຸໝ່ັນຂະຫຍັນພຽນໃນການອອກແຮງງານ ໂດຍສະເພາະແມ່ນການປູກ ແລະ ປຸງແຕ່ງຊາມາແຕ່ດົນນານແລ້ວຈົນມີຊ່ືສຽງຊາລື ໂດຍສະເພາະແມ່ນຊາ 400 ປີ ຫລື ຊາລຸງຈິງຖືໄດ້ວ່າເປັນເອກະລັກສະເພາະຂອງແຂວງຜົ້ງສາລີ; ຊາຊະນິດນີ້ ແມ່ນມີຫລາຍຢູ່ບ້ານລຸງຈິງ ເມືອງ ຜົ້ງສາລີ ຊຶ່ງມີເນື້ອທີ່ຊາ 400 ປ ທັງໝົດ 70 ເຮັກຕາ, ປີໜຶ່ງສາມາດເກັບກູ້ຊາໄດ້ ປະມານ 70 ໂຕນ.