Home ຂ່າວໜ້າໜຶ່ງ ສະພາແຫ່ງຊາດ ຈັດພິທີເອົາທຸງລົງເຄິ່ງເສົາ ໄວ້ອາໄລອະດີດເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ

ສະພາແຫ່ງຊາດ ຈັດພິທີເອົາທຸງລົງເຄິ່ງເສົາ ໄວ້ອາໄລອະດີດເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ

0

ໃນຕອນເຊົ້າຂອງວັນທີ 25 ກໍລະກົດ 2024, ສະພາແຫ່ງຊາດ ໄດ້ມີພິທີເອົາທຸງລົງເຄິ່ງເສົາ ເພື່ອໄວ້ອາໄລ ໃຫ້ແກ່ ສະຫາຍ ຫງວຽນ ຝູ໋ ຈ້ອງ ອະດີດເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ນໍາພາໂດຍ ທ່ານ ນາງ ອໍາໄພວັນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ, ພ້ອມດ້ວຍບັນດາພະນັກງານສະພາແຫ່ງຊາດເຂົ້າຮ່ວມ.

ໂອກາດນີ້, ຕາງໜ້າຄະນະຈັດຕັ້ງພິທີ ໄດ້ອ່ານໂທລະເລກເສົ້າສະຫລົດໃຈ ຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ເຊິ່ງມີເນື້ອໃນວ່າ: ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສູນກາງແນວລາວສ້າງຊາດ, ປະຊາຊົນລາວ ບັນດາເຜົ່າທຸກຖ້ວນໜ້າ ຂໍສະແດງຄວາມເສົ້າສະຫລົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ເມື່ອໄດ້ຮັບຂ່າວວ່າ ສະຫາຍ ຫງວຽນຝູ໋ຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 19 ກໍລະກົດ 2024.

ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ ເປັນການສູນເສຍຜູ້ນໍາປະຕິວັດ ທີ່ອົງອາດກ້າ ແກ່ນຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ເຊິ່ງໃນຕະຫລອດຊີວິດ ແຫ່ງການເຄື່ອນ ໄຫວປະຕິວັດ ສະຫາຍ ໄດ້ອຸທິດຊີວິດ, ເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນວຽກງານ, ພາລະກິດປົດປ່ອຍຊາດ, ພາລະກິດທ້ອນໂຮມ ປະເທດຊາດເປັນເອກະພາບ ແລະ ພາລະກິດປ່ຽນແປງໃໝ່ຂອງ ພັກກອມມູນິດຫວຽດນາມ ໂດຍສະເພາະ ແມ່ນວຽກງານປັບປຸງກໍ່ສ້າງພັກ ໃຫ້ເຂັ້ມແຂງ, ປອດໃສ ກໍຄືວຽກງານການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ອັນໄດ້ເຮັດໃຫ້ປະເທດຊາດຫວຽດນາມ ມີການພັດທະນາຢ່າງບໍ່ຢຸດຢັ້ງ, ຖານະບົດບາດຂອງ ສສ ຫວຽດນາມ ໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງໃນເວທີພາກພື້ນ ແລະ ສາກົນ. ສະຫາຍໄດ້ກາຍເປັນວິລະບຸລຸດຜູ້ທີ່ໂດດເດັ່ນໃນຍຸກໃໝ່. ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ ເປັນການສູນເສຍ ເພື່ອນສະຫາຍທີ່ໃກ້ຊິດສະໜິດສະໜົມ ທີ່ສຸດຂອງ ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າພວກຂ້າພະເຈົ້າ; ສະຫາຍ ຫງວຽນ ຝູ໋ ຈ້ອງ ເປັນຜູ້ນໍາ ປະຕິວັດໃນຍຸກສະໄໝໃໝ່, ເປັນຜູ້ສືບທອດພາລະກິດຂອງປະທານ ໂຮ່ຈີ່ມິນ ທີ່ໄດ້ປະກອບສ່ວນອັນໃຫຍ່ຫລວງ, ລ້ຳຄ່າ ແລະ ສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ມາໂດຍຕະຫລອດ. ໃນເວລາອັນໂສກເສົ້າເສຍດາຍນີ້, ພວກຂ້າພະເຈົ້າ ຂໍຝາກຄວາມເສົ້າສະຫລົດໃຈອັນສຸດຊຶ້ງ, ອາໄລອາ ວອນ ແລະ ຂໍແບ່ງປັນຄວາມທຸກໂສກມາຍັງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາ ແຫ່ງຊາດ ສສ ຫວຽດນາມ, ປະທານປະເທດ ສສ ຫວຽດນາມ, ລັດຖະບານ ສສ ຫວຽດນາມ, ຄະນະກຳມະ ການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ປະຊາຊົນຊາຊົນ ຫວຽດນາມ ອ້າຍນ້ອງ ພ້ອມດ້ວຍ ຄອບຄົວ ສະຫາຍ ຫງວຽນຟູຈ້ອງ ມານະໂອກາດນີ້ດ້ວຍ.

ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ຈະຫັນເອົາຄວາມທຸກ ໂສກເສຍດາຍນີ້ ໃຫ້ກາຍເປັນເຫງົ້າພະລັງແຫ່ງຄວາມສາມັກຄີ ຂອງປວງຊົນທັງຊາດ ເພື່ອສືບຕໍ່ກ້າວຂຶ້ນຢ່າງໜັກແໜ້ນ, ສ້າງປະເທດຫວຽດນາມ ເປັນປະເທດອຸດສາຫະກຳຕາມທິດທັນສະໄໝ ແລະ ບັນລຸເປົ້າໝາຍ ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version