Home ຂ່າວຕ່າງປະເທດ ຝຣັ່ງ ກຽມຈັດງານມະຫາກຳກິລາໂອລິທປີກຢ່າງຮອບດ້ານ

ຝຣັ່ງ ກຽມຈັດງານມະຫາກຳກິລາໂອລິທປີກຢ່າງຮອບດ້ານ

0

ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫລວງປາຣີ ປະເທດຝຣັ່ງ ເມື່ອວັນທີ 17 ກໍລະກົດ ທ່ານ ກາເບຣຽນ ອັດຕາລ ຈະສືບຕໍ່ຮັກສາຕໍາແໜ່ງນາຍົກລັດຖະມົນຕີຝຣັ່ງ ຈົນກວ່າງານມະຫາກຳກິລາໂອລິມປິກ ຜ່ານພົ້ນໄປຢ່າງປະສົບຜົນສຳເລັດ. ໂດຍ ປາແລ ເດີເລລີເຊ ຫລື ທຳນຽບປະທານາທິບໍດີຝຣັ່ງ ໄດ້ອອກຖະແຫລງການວ່າ: ທ່ານ ເອັມມານູເອລ ມາຄຣົງ ປະທານາທິ ບໍດີຝຣັ່ງ ຮັບຮອງ ໜັງສື ລາອອກຈາກ ຕຳແໜ່ງຂອງ ທ່ານ ກາເບຣຽນ ອັດຕາລ ນາຍົກລັດຖະມົນຕີຝຣັ່ງ.

ຢ່າງໃດກໍ່ຕາມ ທ່ານ ອັດຕາລ ອາຍຸ 35 ປີ ແລະ ຄະນະລັດຖະມົນຕີຈະຍັງສືບຕໍ່ຢູ່ໃນຕໍາແໜ່ງຮັກສາການເພື່ອດູແລ ກິດຈະການບໍລິຫານ ລາຍວັນ , ໂດຍງານມະຫາກຳກິລາໂອລິມປິກ ຈະຈັດຂຶ້ນໃນວັນທີ 26 ກໍລະກົດນີ້ ຫລື ຈົນກວ່າຈະມີ ການແຕ່ງຕັ້ງນາຍົກລັດຖະມົນຕີ ແລະ ຄະນະລັດຖະມົນຕີຊຸດໃໝ່.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version