Home ຂ່າວພາຍໃນ ຮອງປະທານ ສນຊ ເຄື່ອນໄຫວພົບປະຄະນະກຳມະການແນວລາວສ້າງແຂວງຫົວພັນ

ຮອງປະທານ ສນຊ ເຄື່ອນໄຫວພົບປະຄະນະກຳມະການແນວລາວສ້າງແຂວງຫົວພັນ

0

ທ່ານນາງ ອິນລາວັນ ແກ້ວບຸນພັນ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມຄະນະໄດ້ ເຄື່ອນໄຫວພົບປະຢ້ຽມຢາມ ແລະ ເຮັດວຽກກັບຄະນະກຳມະການສູນກາງແນວລາວສ້າງຊາດປະຈຳຢູ່ແຂວງ ແລະ ຄະນະກຳມະການແນວລາວສ້າງຊາດແຂວງຫົວພັນ ໂດຍການເຂົ້າຮ່ວມຂອງທ່ານ ວີເຕັ່ງ ຈື່ໄມເຕັ່ງວ່າການປະທານແນວລາວສ້າງຊາດແຂວງຫົວພັນ ພ້ອມຄະນະເຂົ້າຮ່ວມໃນວັນທີ 16 ກໍລະກົດຜ່ານມາ.

ທ່ານ ວີເຕັ່ງ ຈື່ໄມເຕັ່ງ ໄດ້ລາຍງານສະພາບລວມ ແລະ ຜົນງານທີ່ພົ້ນເດັ່ນໃນການເຄື່ອນໄຫວເຮັດວຽກຂອງຄະນະກຳມະການແນວລາວສ້າງຊາດແຕ່ລະຂັ້ນຢູ່ແຂວງຫົວພັນໃນໄລຍະຜ່ານມາ ແລະ ແຜນວຽກ ຈຸດສຸມໃນຕໍ່ໜ້າໂດຍຫຍໍ້ໃຫ້ທ່ານຮອງປະທານ ສນຊ ຮັບຊາບ ແຂວງຫົວພັນປະກອບມີ 10 ເມືອງ, 728 ບ້ານ, 9 ຊົນເຜົ່າ. ໃນໄລຍະຜ່ານມາ ຄະນະກຳມະການແນວລາວສ້າງຊາດແຕ່ລະຂັ້ນ ໄດ້ເອົາໃຈໃສ່ເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດໃຫ້ປະຊາຊົນລາວບັນດາເຜົ່າໃນທົ່ວແຂວງໄດ້ຮັບຮູ້ແລະ ເຂົ້າໃຈໄດ້ຢ່າງເລິກເຊິ່ງ, ເອົາໃຈໃສ່ຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ ເປັນຕົ້ນເຕົ້າໂຮມຄວາມສາມັກຄີປອງດອງເປັນປຶກແຜ່ນແໜ້ນໜາຂອງປະຊາຊົນລາວບັນດາເຜົ່າ ຊຶ່ງເຮັດໃຫ້ໄລຍະຜ່ານມາບັນດາເມືອງພາຍໃນແຂວງຫົວພັນ ສາມາດປະກາດເປັນເມືອງຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງທັງໝົດທຸກເມືອງ. ນອກນັ້ນຍັງໄດ້ເກັບກຳຫາງສຽງ, ຄຳຮ້ອງ, ຄຳສະເໜີ ແລະ ເຂົ້າຮ່ວມການແກ້ໄຂບັນຫາຂໍ້ຂັດແຍ່ງທີ່ເກີດຂຶ້ນຕາມພາລະບົດບາດ ຂອງຕົນ. ພ້ອມກັນນີ້, ຍັງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາຕື່ມອີກ.

ໂອກາດນີ້, ທ່ານຮອງປະທານ ສນຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພົ້ນເດັ່ນໃນໄລຍະຜ່ານມາຂອງແນວລາວສ້າງຊາດແຂວງ ແລະ ເຜີຍແຜ່ບາງເນື້ອໃນທີ່ສຳຄັນຂອງກອງປະຊຸມຄະນະປະຈຳສູນກາງແນວລາວສ້າງຊາດຄັ້ງທີ 3 ສະໄໝທີ XI ທີ່ຫາກໍ່ສຳເລັດໃນມໍ່ໆນີ້. ພ້ອມທັງຮຽກຮ້ອງໃຫ້ແນວລາວສ້າງຊາດແຕ່ລະຂັ້ນ ສືບຕໍ່ກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງຕົນ, ປະສານສົມທົບກັບອົງການຈັດຕັ້ງມະຫາຊົນແລະ ພາກສ່ວນທີ່ກ່ຽວຂ້ອງ ຮ່ວມກັນສຶກສາອົບຮົມໃຫ້ປະຊາຊົນປົກປັກຮັກສາຮີດຄອງປະເພນີອັນດີງາມທີ່ເປັນເອກະລັກຂອງບັນດາຊົນເຜົ່າ, ຮັກສາມູນເຊື້ອຄວາມສາມັກຄີປອງດອງຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ສຶກສາອົບ ຮົມໃຫ້ປະຊາຊົນມີຄວາມເປັນເຈົ້າການສ້າງຄວາມເຂັ້ມແຂງທາງເສດຖະກິດຄອບຄົວ ເປັນຕົ້ນວຽກງານການປູກ-ການລ້ຽງເພື່ອກຸ້ມຕົນເອງ ແລະ ກາຍເປັນສິນຄ້າ, ປຸກລະດົມໃຫ້ປະຊາຊົນລາວບັນດາເຜົ່າເຂົ້າຮ່ວມຂະບວນການຕ່າງຂອງພັກ-ລັດໃຫ້ເປັນຂະບວນຟົດຟື້ນ ເປັນຕົ້ນສອງວາລະແຫ່ງຊາດ, ສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ສືບຕໍ່ພ້ອມກັນສະກັດກັ້ນຕ້ານປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມໃຫ້ນັບມື້ຫຼຸດໜ້ອຍຖອຍລົງ.

ໂອກາດນີ້, ທ່ານຮອງປະທານ ສນຊ ໄດ້ມອບໃບຍ້ອງຍໍ ແລະ ຂໍ້ຕົກລົງຂອງຄະນະປະຈຳ ສນຊ ວ່າດ້ວຍການຍ້ອງຍໍສັນລະເສີນແຂວງທີ່ສຳເລັດການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຕື່ມອີກ. ຂ່າວ-ພາບ: ຢຢ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version