Home ຂ່າວພາຍໃນ ອຸດົມໄຊ ສາມາດແກ້ໄຂເມືອງທຸກຍາກໄດ້ແລ້ວ 1 ເມືອງ

ອຸດົມໄຊ ສາມາດແກ້ໄຂເມືອງທຸກຍາກໄດ້ແລ້ວ 1 ເມືອງ

0

ທ່ານ ບຸນຄົງ ຫລ້າຈຽມພອນ, ເຈົ້າແຂວງອຸດົມໄຊ ໃຫ້ຮູ້ໃນໂອກາດໃຫ້ສໍາພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ແຂວງອຸດົມໄຊ ປະກອບມີ 7 ເມືອງ, ມີ 468 ບ້ານ, ປະກອບມີ 12 ຊົນເຜົ່າ, ພົນລະເມືອງ ປະມານ 343.044 ຄົນ, ຍິງ 169.478 ຄົນ. ມາຮອດປັດຈຸບັນ ສາມາດແກ້ໄຂເມືອງທຸກຍາກໄດ້ແລ້ວ 1 ເມືອງ ຄື: ເມືອງໄຊ, ຄາດວ່າຈະປະກາດຢ່າງເປັນທາງການພາຍໃນທ້າຍປີ 2024 ນີ້. ນອກຈາກນີ້, ທົ່ວແຂວງມີບ້ານພົ້ນທຸກ 251 ບ້ານ ກວມ 53,75%, ຄອບຄົວພົ້ນທຸກ ມີ 37.375 ຄອບຄົວ, ກວມ 60,83%; ບ້ານໃຫຍ່ເປັນສີສັນຕົວເມືອງນ້ອຍໃນຊົນນະບົດ ມີ 1 ບ້ານ, ກວມເອົາ 16,66%, ບ້ານພັດທະນາ 103 ບ້ານ ກວມ 22,05% ແລະ ຄອບຄົວພັດທະນາ 28.301 ຄອບຄົວ ກວມ 46,06%.

ສໍາລັບແຂວງອຸດົມໄຊ ມີທ່າເເຮງ ໃນການພັດທະນາຫຼາຍດ້ານ ເປັນຕົ້ນແມ່ນດ້ານທີ່ຕັ້ງ: ມີເສັ້ນທາງລົດໄຟລາວ-ຈີນ ຜ່ານ 3 ເມືອງ, ມີ 3 ສະຖານີ; ມີເສັ້ນທາງເລກທີ 13 ເໜືອ ແລະ ທາງລົດໄຟ ລາວ-ຈີນ ຕັດກັບ ເສັ້ນທາງ 2E, 2W ເຊື່ອມຕໍ່ແຕ່ ພາກຕາເວັນຕົກສ່ຽງໃຕ້ຂອງ ສສ ຫວຽດນາມ ຜ່ານແຂວງຜົ້ງສາລີ ໄປຫາ ພາກເໜືອຂອງແຂວງໄຊຍະບູລີ ແລະ ພາກຕາເວັນອອກສ່ຽງເໜືອ ຂອງຣາຊະອານາຈັກໄທ; ໃນຕໍ່ໜ້າຈະມີເສັ້ນທາງດ່ວນອຸດົມໄຊ ຫາ ບໍເຕ່ນ, ພ້ອມນີ້ ມີແມ່ນໍ້າຂອງໄຫຼຈາກເມືອງຫ້ວຍຊາຍແຂວງບໍ່ແກ້ວ ຜ່ານເມືອງປາກແບງ ໄປຫາ ແຂວງຫຼວງພະບາງ ເມືອງມໍລະດົກໂລກ. ດ້ານຊັບພະຍາກອນທໍາມະຊາດ: ມີແຮ່ທາດຫຼາຍຊະນິດ; ດ້ານກະສິກໍາ: ມີດິນທີ່ອຸດົມສົມບູນ, ພູມອາກາດເໝາະສົມກັບການປູກ-ການລ້ຽງ; ດ້ານການທ່ອງທ່ຽວ: ມີແຫຼ່ງທ່ອງທ່ຽວທາງດ້ານທໍາມະຊາດ ແລະ ວັດທະ ນະທໍາ ເຊັ່ນ: ນໍ້າກັດຢໍລະປ່າ, ຖໍ້າຈອມອອງ ເມືອງໄຊ ແລະ ວັດພະເຈົ້າສິງຄໍາ ເມືອງຫຼາ ແລະ ສະຖານທີ່ແຫຼ່ງທ່ອງທ່ຽວອື່ນໆ.

#ຂ່າວອອນລາຍ#ວສລ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version