Saturday, July 13, 2024
Homeຂ່າວການເມືອງການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໄດ້ກຳນົດຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”

ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໄດ້ກຳນົດຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”

ໃນປີ 2024, ພາກພື້ນອາຊຽນ ກໍຄື ພາກພື້ນອື່ນຂອງໂລກ ຍັງສືບຕໍ່ປະເຊີນກັບບັນດາສິ່ງທ້າທາຍຫຼາຍຢ່າງ, ໃນນີ້ລວມມີຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ເຖິງແມ່ນວ່າ ເສດຖະກິດພາກພື້ນກໍາລັງມີການຟື້ນຕົວຂຶ້ນເທື່ອລະກ້າວຈາກຜົນກະທົບນາໆປະການ, ແຕ່ການຟື້ນຕົວດັ່ງກ່າວກໍຍັງມີຄວາມບອບບາງ. ນອກຈາກນັ້ນ, ກໍຍັງມີບັນຫາການປ່ຽນແປງສະພາບດິນຟ້າອາກາດ, ໄພພິບັດທາງທຳມະຊາດ, ບັນຫາຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່ ແລະ ບັນຫາອື່ນໆ ຍັງສືບຕໍ່ເປັນສິ່ງທ້າທາຍ. ຕໍ່ກັບສະພາບການດັ່ງກ່າວ, ການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ຈຶ່ງມີຄວາມສຳຄັນຢ່າງຍິ່ງ ເພື່ອຮັບປະກັນໃຫ້ແກ່ຄວາມພະຍາຍາມລວມຂອງອາຊຽນ ໃນການຮັດແໜ້ນປະຊາຄົມອາຊຽນໃນຕໍ່ໜ້າ ແລະ ເພື່ອໃຫ້ສາມາດນໍາໃຊ້ກາລະໂອກາດ ແລະ ຮັບມືກັບສິ່ງທ້າທາຍຕ່າງໆໃນປັດຈຸບັນ ແລະ ໃນອະນາຄົດ ໄດ້ຢ່າງມີປະສິດທິຜົນ.

ດັ່ງນັ້ນ, ອາຊຽນຈຶ່ງມີຄວາມຈໍາເປັນທີ່ຈະຕ້ອງເພີ່ມທະວີການຮ່ວມມື ດ້ານການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງອາຊຽນ ໂດຍຜ່ານການສົ່ງເສີມການຮ່ວມມື ພາຍໃຕ້ 3 ເສົາຄ້ຳປະຊາຄົມອາຊຽນ; ເພີ່ມທະວີການເຊື່ອມຈອດດ້ານພື້ນຖານໂຄງລ່າງ, ການຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ, ການເຊື່ອມໂຍງທາງດ້ານເສດຖະກິດ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນໃຫ້ຫຼາຍຂຶ້ນ; ແລະ ການເສີມຂະຫຍາຍການພົວພັນຮ່ວມມືອາຊຽນ ກັບຄູ່ຮ່ວມມືພາຍນອກ ຄຽງຄູ່ກັບການຮັກສາບົດບາດສໍາຄັນ ແລະ ຄວາມເປັນແກນກາງຂອງອາຊຽນ ໃນໂຄງສ້າງການຮ່ວມມືພາກພື້ນທີ່ພວມຜັນປ່ຽນ, ແລະ ອື່ນໆ.

ເພືຶ່ອບັນລຸເປົ້າໝາຍດັ່ງກ່າວ, ສປປ ລາວ ຈຶ່ງໄດ້ກໍານົດເອົາຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.

ບັນດາບູລິມະສິດ ພາຍໃຕ້ຄຳຂວັນດັ່ງກ່າວ ສາມາດສັງລວມໄດ້ດັ່ງນີ້:

I. ເພີ່ມທະວີການເຊື່ອມຈອດ

ການເຊື່ອມຈອດ ມີບົດບາດສຳຄັນຢ່າງຍິ່ງໃນການສະໜັບສະໜູນຂະບວນການສ້າງປະຊາຄົມອາຊຽນທີ່ມີການເຊື່ອມໂຍງ, ຊຶ່ງປະກອບດ້ວຍເສົາຄ້ຳການເມືອງ-ຄວາມໝັ້ນຄົງ, ເສົາຄ້ຳເສດຖະກິດ ແລະ ເສົາຄ້ຳວັດທະນະທຳ-ສັງຄົມ, ໂດຍສະເພາະແມ່ນການສົ່ງເສີມ ການເຊື່ອມໂຍງເສດຖະກິດພາກພື້ນ, ຄວາມສາມາດໃນການແຂ່ງຂັນຂອງອາຊຽນ ແລະ ການຟື້ນຟູຈາກຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ກໍຄື ການສ້າງຄວາມເຂັ້ມແຂງ ເພື່ອຮັບມືກັບສິ່ງທ້າທາຍທີ່ເພີ່ມຂຶ້ນ.

ພາຍໃຕ້ “ການເພີ່ມທະວີການເຊື່ອມຈອດ”, ສປປ ລາວ ຈະສຸມໃສ່ການຮ່ວມມືໃນຂົງເຂດບູລິມະສິດ ດັ່ງລຸ່ມນີ້:

1. ການເຊື່ອມໂຍງ ແລະ ການເຊື່ອມຈອດດ້ານເສດຖະກິດ: ຂົງເຂດບູລິມະສິດນີ້ ຈະສຸມໃສ່ລົງເລິກການເຊື່ອມຈອດໃນຂົງເຂດຕ່າງໆ ເຊັ່ນ: ການກໍານົດລະບຽບຫຼັກການໃຫ້ສອດຄ່ອງກັນ, ການຍົກເລີກສິ່ງກີດຂວາງທາງດ້ານການຄ້າ ແລະ ການລົງທຶນ, ແລະ ເພີ່ມທະວີການເຊື່ອມຈອດທາງດ້ານຕ່ອງໂສ້ການສະໜອງພາຍໃນອາຊຽນ ຊຶ່ງຈະເປັນການເຮັດໃຫ້ອາຊຽນ ມີກໍາລັງແຮງ ແລະ ເຂັ້ມແຂງຍິ່ງຂຶ້ນ ເມື່ອເສດຖະກິດພາກພື້ນມີການເຊື່ອມຈອດກັນຫຼາຍຂຶ້ນ. ບັນດາໜ້າວຽກບູລິມະສິດທາງດ້ານເສດຖະກິດ ພາຍໃຕ້ບູລິມະສິດນີ້ ແມ່ນປິ່ນອ້ອມການເຊື່ອມໂຍງທາງດ້ານເສດຖະກິດ. ນີ້ຈະເປັນການສົ່ງເສີມການເຊື່ອມຈອດດ້ານເສດຖະກິດລະຫວ່າງ ອາຊຽນ ແລະ ກັບບັນດາຄູ່ຮ່ວມມືຂອງອາຊຽນໃຫ້ເຂັ້ມແຂງຂຶ້ນ. ການເຊື່ອມຈອດທີ່ເຂັ້ມແຂງ, ໂດຍສະເພາະ ດ້ານການຄ້າ ແລະ ການລົງທືນ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ ລະຫວ່າງປະເທດສະມາຊິກອາຊຽນ, ການສ້າງຄວາມເຂັ້ມແຂງ ໂດຍຜ່ານການຈະເລີນເຕີບໂຕ ແລະ ສະຖຽນລະພາບທາງດ້ານເສດຖະກິດ. ບັນດາໜ້າວຽກບູລິມະສິດເພື່ອສະໜັບສະໜູນການເຊື່ອມໂຍງ ແລະ ການເຊື່ອມຈອດທາງດ້ານເສດຖະກິດ ປະກອບມີ: ຖະແຫຼງການອາຊຽນ ວ່າດ້ວຍ ການເພີ່ມທະວີການເຊື່ອມຈອດຕ່ອງໂສ້ການສະໜອງ; ໃຫ້ສໍາເລັດການທົບທວນ ເພື່ອຍົກລະດັບສັນຍາຂອບການຮ່ວມມືດ້ານຊັບສິນທາງປັນຍາອາຊຽນ; ໃຫ້ສໍາເລັດການເຈລະຈາຍົກລະດັບສັນຍາການຄ້າເສລີອາຊຽນ-ຈີນ ສະບັບທີ 3 ຢ່າງມີເນື້ອໃນ; ເຮັດໃຫ້ອານຸສັນຍາ ສະບັບທີສອງ ຂອງສັນຍາວ່າດ້ວຍການສ້າງເຂດການຄ້າເສລີ ອາຊຽນ-ອົດສຕຣາລີ-ນິວຊີແລນ ມີຜົນບັງຄັບໃຊ້; ແລະ ປັບປຸງຄືນຍຸດທະສາດການຮັດແຄບຄວາມແຕກໂຕນດ້ານການພັດທະນາ ແລະ ສົ່ງເສີມການຈະເລີນເຕີບໂຕດ້ານເສດຖະກິດແບບຍືນຍົງ ແລະ ມີສ່ວນຮ່ວມຢ່າງທົ່ວເຖິງໃນພາກພື້ນອາຊຽນ.

2. ການສ້າງອະນາຄົດແບບມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ: ບູລິມະສິດນີ້ ຮັບຮູ້ເຖິງຄວາມສຳຄັນຂອງການພັດທະນາແບບຍືນຍົງຂອງອາຊຽນ, ເຊື່ອມໂຍງເປົ້າໝາຍດ້ານສິ່ງແວດລ້ອມ ແລະ ສັງຄົມ ເຂົ້າກັບການສ້າງພາກພື້ນອາຊຽນ ໃຫ້ເຂັ້ມແຂງກວ່າເກົ່າ. ໜ້າວຽກບູລິມະສິດ ພາຍໃຕ້ບູລິມະສິດນີ້ ຈະສຸມໃສ່ການຮ່ວມມືໃນຂົງເຂດການພັດທະນາແບບຍືນຍົງ. ພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ, ຫນ້າວຽກບູລິມະສິດນີ້ ແນໃສ່ສະໜັບສະ ໜູນກະສິກຳແບບຍືນຍົງ; ໃຫ້ມີມາດຕະຖານໃໝ່ກ່ຽວກັບການທ່ອງທ່ຽວແບບອະນຸລັກ; ຍຸດທະສາດ ສໍາລັບການຫຼຸດຜ່ອນການເຜົາໄໝ້ສິ່ງເສດເຫຼືອຈາກຜົນຜະລິດພືດ ແລະ ແນວທາງໃໝ່ເພື່ອສ້າງພື້ນຖານໂຄງລ່າງດ້ານພະລັງງານ ແລະ ການຄ້າດ້ານພະລັງງານໃນອາຊຽນ. ການສົ່ງເສີມການມີສ່ວນຮ່ວມຢ່າງທົ່ວເຖິງຈະຮັດແໜ້ນການເຊື່ອມຈອດລະຫວ່າງພາກສ່ວນຕ່າງໆພາຍໃນອາຊຽນ, ລວມທັງຊຸມຊົນທີ່ດ້ອຍໂອກາດ ແລະ ພາກທຸລະກິດ, ແລະ ຈະຮັບປະກັນໃຫ້ທຸກຄົນໄດ້ຮັບຜົນປະໂຫຍດຈາກການເຊື່ອມໂຍງເສດຖະກິດອາຊຽນ. ພາຍໃຕ້ການເປັນປະທານຂອງ ສປປ ລາວ, ໜ້າວຽກບູລິມະສິດທາງດ້ານເສດຖະກິດ ຈະສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ເປັນກະດູກສັນຫຼັງຂອງເສດຖະກິດໃນທົ່ວອາຊຽນ ດ້ວຍການຊອກຫາຊ່ອງທາງໃຫມ່ເພື່ອໃຫ້ສາມາດເຂົ້າເຖິງແຫຼ່ງທຶນຂອງພາກທຸລະກິດແບບມີສ່ວນຮ່ວມຢ່າງທົ່ວເຖິງ. ບັນດາໜ້າວຽກທີ່ ສະໜັບສະໜູນບູລິມະສິດນີ້ ລວມມີ: ການສ້າງແຜນຍຸດທະສາດ/ລະບຽບການ ສຳລັບການຫຼຸດຜ່ອນການເຜົາໄໝ້ສິ່ງເສດເຫຼືອຈາກຜົນຜະລິດພືດ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດ ຍຸດທະສາດການຫຼຸດຜ່ອນອາຍກາກໂບນິກໃນອາຊຽນ; ການສ້າງແຜນປະຕິບັດງານອາຊຽນ ວ່າດ້ວຍ ກະສິກໍາແບບຍືນຍົງ; ໃຫ້ມີຄວາມຄືບໜ້າທາງດ້ານເນື້ອໃນ ໃນການສ້າງຂໍ້ຕົກລົງສະບັບໃໝ່ ວ່າດ້ວຍ ການສ້າງສາຍສົ່ງພະລັງງານໄຟຟ້າອາຊຽນ ແລະ ການຄ້າດ້ານພະລັງງານແບບຫຼາຍຝ່າຍໃນພາກພື້ນ; ສ້າງມາດຕະຖານການທ່ອງທ່ຽວແບບອະນຸລັກອາຊຽນ ແລະ ແກ້ໄຂຊ່ອງຫວ່າງທາງດ້ານການເງິນສໍາລັບຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ.

3. ການຫັນປ່ຽນເພື່ອກ້າວໄປສູ່ດິຈິຕອນໃນອະນາຄົດ: ບູລິມະສິດນີ້ ແມ່ນເພື່ອສົ່ງເສີມໃຫ້ອາຊຽນ ເປັນເຂດເສດຖະກິດດິຈິຕອນທີ່ນຳໜ້າ, ດ້ວຍການສ້າງໃຫ້ອາຊຽນມີການເຊື່ອມຈອດກັນພາຍໃນ ແລະ ເຊື່ອມຈອດກັບທົ່ວໂລກ ໂດຍການນໍາໃຊ້ເຄື່ອງມືທີ່ທັນສະໄໝ, ຊຶ່ງເຄື່ອງມືທັນສະໄໝດັ່ງກາວຈະສ້າງກາລະໂອກາດອັນໃໝ່ ແລະ ສ້າງຄວາມເຂັ້ມແຂງ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆຈາກເສດຖະກິດໂລກທີ່ທັນສະໄຫມ. ການຫັນເປັນດີຈີຕອນ ສາມາດເພີ່ມທະວີການເຊື່ອມຈອດໃນອາຊຽນ ເພາະຈະເປັນວິທີທາງໃໝ່ສຳລັບການຕິດຕໍ່ສື່ສານ, ການຮ່ວມມື ແລະ ການແລກປ່ຽນຂໍ້ມູນຂ່າວສານ. ດ້ວຍການນຳໃຊ້ເຕັກໂນໂລຊີດິຈີຕອນ, ວິທີການ ແລະ ກົນໄກການຊຳລະຜ່ານລະບົບເອເລັກໂຕຣນິກ, ອາຊຽນຈະສາມາດແກ້ໄຂບັນຫາສິ່ງທີ່ເປັນອຸປະສັກກີດຂວາງ ແລະ ສາມາດສື່ສານໄດ້ທັນເວລາ, ເສີມສ້າງການພັດທະນາປະຊາຄົມ ໃຫ້ມີການເຊື່ອມຈອດ ແລະ ເຊື່ອມໂຍງຫຼາຍຂຶ້ນ. ການຫັນເປັນດີຈີຕອນ ຍັງສາມາດສ້າງຄວາມເຂັ້ມແຂງຂອງອາຊຽນ ໂດຍການຍົກລະດັບຂີດຄວາມສາມາດໃນການປັບຕົວຕໍ່ການປ່ຽນແປງ ແລະ ບັນຫາຕ່າງໆ. ພາຍໃຕ້ການເປັນປະທານຂອງ ສປປ ລາວ, ຫນ້າວຽກ ບູລິມະສິດຈະສຸມໃສ່ການຫຼຸດຜ່ອນສະພາວະຊັກຊ້າໃນລະບົບການຄ້າ ຊຶ່ງເປັນການປູທາງ ໄປສູ່ ລະບົບຜ່ານປະຕູດຽວອາຊຽນໃນຮູບແບບໃໝ່ ແລະ ສ້າງແຜນງານເພື່ອກ້າວໄປສູ່ມາດຕະຖານການຄ້າດ້ານດິຈິຕອນແບບໃໝ່ ທີ່ສອດຄ່ອງກັບມາດຕະຖານຂອງສາກົນ. ສປປ ລາວ ຈະຊຸກຍູ້ສົ່ງເສີມໜ້າວຽກບູລິມະສິດ ເພື່ອສ້າງກາລະໂອກາດອັນໃໝ່ໃນຂະແໜງການດີຈິຕອນສໍາລັບບຸກຄົນ ໂດຍການເປີດນໍາໃຊ້ເວທີການສຶກສາຜ່ານລະບົບອອນລາຍ ໃນຍຸກອຸດສາຫະກຳ 4.0 ແລະ ສໍາລັບທຸລະກິດ ໂດຍຜ່ານແຜນດຳເນີນງານການສ້າງຕັ້ງລະບົບຕົວເລກຂຶ້ນທະບຽນວິສາຫະກິດອາຊຽນ. ຫນ້າວຽກ ບູລິມະສິດເພື່ອຜັນຂະຫຍາຍບູລິມະສິດນີ້ ປະກອບມີ: ສຳເລັດການສຶກສາດ້ານເຕັກນິກກ່ຽວກັບ ບະລົບພາສີຜ່ານປະຕູດຽວອາຊຽນໃນຮູບແບບໃໝ່, ໃນນີ້ຈະມີການຮັບຮອງເອົາແຜນງານວ່າດ້ວຍມາດຕະຖານການຄ້າດີຈີຕອນໃນອາຊຽນ, ເວທີການສຶກສາຜ່ານລະບົບອອນລາຍ ໃນຍຸກອຸດສາຫະກຳ 4.0 ແລະ ຮັບຮອງເອົາແຜນງານ ເພື່ອສ້າງຕັ້ງລະບົບຕົວເລກຂຶ້ນທະບຽນວິສາຫະກິດໃນອາຊຽນ.

4. ວັດທະນະທໍາ ແລະ ສິລະປະ: ສົ່ງເສີມບົດບາດວັດທະນະທໍາ ແລະ ສິລະປະໃນອາຊຽນ ແບບມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ: ບູລິມະສິດນີ້ແມ່ນແນໃສ່ ສົ່ງເສີມບົດບາດວຽກງານວັດທະນະທໍາ ແລະ ສິລະປະໃນພາກພື້ນອາຊຽນ ເພື່ອສ້າງຄວາມອາດສາມາດຂອງຊັບພະຍາກອນມະນຸດ ແລະ ເພີ່ມຈໍານວນກິດຈະກຳ ແລະ ໂຄງການ ທາງດ້ານວັດທະນະທຳ ແລະ ສິລະປະ ໃນການພັດທະນາ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງດ້ານວັດທະນະທໍາ ຄຽງຄູ່ກັບການຈະເລີນເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ. ບັນດາໜ້າວຽກ ທີ່ຈະສະໜັບສະໜູນ ບູລິມະສິດດັ່ງກ່າວມີ: ຖະແຫຼງການອາຊຽນ ວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງກ່ຽວກັບວັດທະນະທໍາ ຄຽງຄູ່ກັບການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ; ໂຄງການສະແດງສີລະປະອາຊຽນ ທີ່ນະຄອນຫຼວງວຽງຈັນ; ສັບປະດາຮູບເງົາອາຊຽນ ທີ່ ນະຄອນຫຼວງວຽງຈັນ; ການສະແດງສິລະປະທີ່ດີເດັ່ນ 2024: “ອາຊຽນເປັນເວທີໜຶ່ງດຽວ”; ໂຄງການແລກປ່ຽນຊາວໜຸ່ມ ອາຊຽນ-ຍີ່ປຸ່ນ ກ່ຽວກັບຜະລິດຕະພັນ ທາງດ້ານສິນລະປະທີ່ມີຫົວຄິດປະດິດສ້າງ; ເທດສະການດົນຕີອາຊຽນ-ສ.ເກົາຫຼີ 2024; ໂຄງການແລກປ່ຽນນັກສຶກ ສາສິລະປະດົນຕີອາຊຽນ; ຈັດສໍາມະນາກ່ຽວກັບເຈ້ຍປໍສາ ເພື່ອເຮັດໃຫ້ອາຊຽນປາສະຈາກພາດສະຕິກ; ຈັດຂະບວນ ລົດໄຟເຜີຍແຜ່ມໍລະດົກວັດທະນະທຳຕາມແລວເສັ້ນທາງລົດໄຟ – ເພີ່ມທະວີການເຊື່ອມຈອດ ໃນທ່າມກາງຄວາມຫຼາກຫຼາຍທາງດ້ານວັດທະນະທຳ.

II. ເພີ່ມທະວີຄວາມເຂັ້ມແຂງ

ການເປັນປະທານອາຊຽນ ຂອງ ສປປ ລາວ ແມ່ນດໍາເນີນໃນປີ ທີ່ ສະພາບ ພູມສາດການເມືອງ ແລະ ພູມສາດເສດຖະກິດ ມີການປ່ຽນແປງຢ່າງສະຫຼັບສັບຊ້ອນ ແລະ ມີສິ່ງທ້າທາຍຫຼາຍດ້ານ. ການເພີ່ມທະວີຄວາມເຂັ້ມແຂງ ຈຶ່ງມີຄວາມສຳຄັນເປັນຢ່າງຍິ່ງ ເພື່ອເຮັດໃຫ້ອາຊຽນ ສາມາດຜ່ານຜ່າ ແລະ ຮັບມືກັບສິ່ງທ້າທາຍ ຢ່າງມີປະສິດທິພາບ ແລະ ຍືນຍົງ ເພື່ອພາລະກິດຍລວມແຫ່ງ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອພັດທະນາ.

ບັນດາກິດຈະກໍາ ແລະ ຂົງເຂດລຸ່ມນີ້ ແມ່ນແນໃສ່ສະໜັບສະໜູນການ “ເພີມທະວີຄວາມເຂັ້ມແຂງ”:

1. ສ້າງແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045:

ປີ 2024 ເປັນປີສໍາຄັນ ເພາະ ອາຊຽນ ກ້າວສູ່ໄລຍະສຸດທ້າຍຂອງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025. ການທົບທວນ ແລະ ການປະເມີນການຈັດຕັ້ງປະຕິບັດ ແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ຈະເລີ່ມຕົ້ນໃນປີ 2024 ແລະ ໃຫ້ສໍາເລັດໃນປີ 2025.

ວິໄສທັດປະຊາຄົມອາຊຽນ 2045 ໄດ້ຖືກຮັບຊາບໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 43. ໃນປີ 2024 ຈະເລີ່ມສ້າງແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດນີ້ ເພື່ອໃຫ້ຜູ້ນໍາອາຊຽນຮັບຮອງເອົາໃນປີ 2025. ຄາດຄະເນວ່າຈະມີການອອກຖະແຫຼງການຮ່ວມຜູ້ນໍາອາຊຽນ ກ່ຽວກັບການສ້າງແຜນຍຸດທະສາດເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045.

2. ຮັດແໜ້ນຄວາມເປັນແກນກາງຂອງອາຊຽນ: ຈະສຸມໃສ່ຂົງເຂດລຸ່ມນີ້:

ສປປ ລາວ ຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັບພາຍນອກ ເພື່ອປະກອບສ່ວນເຂົ້າໃນຄວາມພະຍາຍາມໃນການສ້າງປະຊາຄົມອາຊຽນ ກໍຄື ການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບ ແລະ ການສົ່ງເສີມການພັດທະນາແບບຍືນຍົງ ແລະ ຄວາມສົມບູນພູນສຸກ ໂດຍຜ່ານບັນດາກົນໄກທີ່ອາຊຽນ ເປັນຜູ້ນໍາພາ ຄຽງຄູ່ກັບການຮັກສາຄວາມເປັນແກນກາງຂອງອາຊຽນ ໃນໂຄງສ້າງການຮ່ວມມືພາກພື້ນທີ່ພວມຜັນແປ. ສປປ ລາວ ຈະສືບຕໍ່ຮັດແໜ້ນການພົວພັນຮ່ວມມືອາຊຽນ ກັບ ບັນດາຄູ່ເຈລະຈາ, ຄູ່ຮ່ວມຂະແໜງການ ແລະ ຄຸ່ຮ່ວມພັດທະນາ ໂດຍຜ່ານບັນດາຂອບການຮ່ວມມື, ແຜນປະຕິບັດງານ, ແນວຄວາມຄິດອາຊຽນ ວ່າດ້ວຍ ອິນໂດ-ປາຊີຟິກ, ຂົງເຂດການຮ່ວມມື ແລະ ໂຄງການຮ່ວມມືເພື່ອການພັດທະນາ ບົນພື້ນຖານຜົນປະໂຫຍດຮ່ວມກັນ. ໃນຖານະເປັນປະທານອາຊຽນ ແລະ ປະເທດປະສານງານການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ, ສປປ ລາວ ຈະສຸມໃສ່ເພື່ອຮັບປະກັນຜົນສໍາເລັດຂອງກອງປະຊຸມສຸດຍອດສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ.

ເພື່ອສະໜັບສະໜູນ ການກະກຽມເຂົ້າເປັນສະມາຊິກສົມບູນອາຊຽນຂອງ ຕີມໍແລັດສະເຕ, ອາຊຽນ ຈະສືບຕໍ່ຈັດຕັ້ງປະຕິບັດແຜນດໍາເນີນງານ ແລະ ສືບຕໍ່ເຮັດວຽກເພື່ອໃຫ້ ຕີມໍແລັດສະເຕ ເຂົ້າເປັນພາຄີ ສົນທິສັນຍາວ່າດ້ວຍ ເຂດປອດອາວຸນິວເຄລຍ ຢູ່ອາຊີຕາເວັນອອກສຽງໃຕ້.

ສປປ ລາວ ຈະຍຶດໝັ້ນຄວາມໝາຍໝັ້ນຂອງອາຊຽນ ເພື່ອຊ່ວຍ ມຽນມາ ໃນການຊອກຫາວິທີການແກ້ໄຂບັນຫາວິກິດການປະຈຸບັນໃນມຽນມາ ໂດຍສັນຕິວິທີ, ຖາວອນ ແລະ ແບບຮອບດ້ານ ໂດຍ ມຽນມາ ເປັນເຈົ້າການ ແລະ ເປັນຜູ້ນຳພາ ເພາະມຽນມາຍັງເປັນສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກອາຊຽນ ໂດຍຜ່ານການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ, ການທົບທວນ ແລະ ຄໍາຕົກລົງຂອງຜູ້ນໍາອາຊຽນ ໃນການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ ທີ່ຮັບຮອງໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ທີ່ ພະນົມເປັນ (2022) ແລະ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ທີ່ ຈາກາກຕາ (2023).

3. ການສົ່ງເສີມການຮ່ວມມືດ້ານສິ່ງແວດລ້ອມ: ຄວາມເຂັ້ມແຂງຕໍ່ການປ່ຽນແປງສະພາບດິນຟ້າອາກາດ – ຈະສຸມໃສ່ຂົງເຂດບູລິມະສິດ ຊຶ່ງລວມມີວຽກງານການອະນຸລັກຊີວະນາໆພັນ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດ ໃຫ້ຍືນຍົງ; ການສົ່ງເສີມການພັດທະນາຕົວເມືອງທີ່ມີຄວາມຍືນຍົງດ້ານສິ່ງແວດລ້ອມ; ການແກ້ໄຂັບັນຫາການປ່ຽນແປງສະພາບດິນຟ້າອາກາດ ດ້ວຍການຫຼຸດຜ່ອນ ແລະ ປັບຕົວ; ແລະ ການບໍລິໂພກ ແລະ ການຜະລິດແບບຍືນຍົງ. ອາຊຽນ ຈະຕ້ອງໄດ້ຍົກລະດັບທາງດ້ານນະໂຍບາຍ ແລະ ການດຳເນີນການຂອງຕົນ ລວມທັງ ການສ້າງນະໂຍບາຍພາກພື້ນ ແລະ ການຮ່ວມມືກັບສາກົນ ເພື່ອສະໜັບສະໜູນການອະນຸລັກ ແລະ ການພັດທະນາສິ່ງແວດລ້ອມແບບຍືນຍົງ. ພ້ອມນີ້, ກໍເຖິງເວລາ ທີ່ປະຊາຄົມອາຊຽນ ຈະລົງເລິກການຮ່ວມມືໃນການຟື້ນຟູເສດຖະກິດ ໂດຍຄຳນຶງເຖິງຄວາມຈຳເປັນອັນຮີບດ່ວນ ເພື່ອໃຫ້ມີບັນດາຂໍ້ລິເລີ່ມດ້ານການພັດທະນາສີຂຽວ ແລະ ສະອາດ, ສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນຢູ່ທ້ອງຖິ່ນ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຈັດຕັ້ງປະຕິບັດວຽກງານຮັບມືການປ່ຽນແປງສະພາບດິນຟ້າອາກາດຢ່າງມີປະສິດທິຜົນ. ບັນດາກິດຈະກຳ ແລະ ເອກະສານຕ່າງໆ ທີ່ຈະສະໜັບສະໜູນບູລິມະສິດດັ່ງກ່າວມີ: ຖະແຫຼງການຮ່ວມອາຊຽນ ວ່າດ້ວຍ ການປ່ຽນແປງສະພາບດິນຟ້າອາກາດ ຕໍ່ ກອງປະຊຸມລັດພາຄີ ສົນທິສັນຍາວ່າດ້ວຍການປ່ຽນແປງສະພາບດິນຟ້າອາກາດ ຄັ້ງທີ 29; ການສ້າງແຜນງານ ກ່ຽວກັບ ການຈັດຕັ້ງປະຕິບັດແຜນແມ່ບົດດ້ານບັນຫາມົນລະພິດໝອກຄວັນຂ້າມຊາຍແດນ; ຂອບແຜນງານອາຊຽນ ວ່າດ້ວຍ ເສດຖະກິດທີ່ນໍາໃຊ້ຊັບພະຍາກອນໜ້ອຍ ແລະ ປາສະຈາກມົນລະພິດ ພາດສະຕິກ; ແລະ ແຜນງານການສ້າງຂີດຄວາມສາມາດ ສຳລັບ ປະເທດສະມາຊິກອາຊຽນ ເພື່ອການເຂົ້າເຖິງກອງທຶນສໍາລັບ ການພັດທະນາສີຂຽວ.

4. ແມ່ຍິງ ແລະ ເດັກນ້ອຍ: ສົ່ງເສີມບົດບາດຂອງແມ່ຍິງ ແລະ ເດັກນ້ອຍ ເພື່ອກ້າວໄປສູ່ການຫັນເປັນວິທີການຢ່າງເປັນລະບົບ. ບຸລິມະສິດນີ້ຈະສຸມໃສ່ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການຍົກສູງບົດບາດຂອງ ແມ່ຍິງ ແລະ ເດັກຍິງ ໂດຍຜ່ານການຮັບຮູ້ກ່ຽວກັບການເບິ່ງແຍງດູແລ ແລະ ການເຮັດວຽກທີ່ບໍ່ໄດ້ຮັບຄ່າຈ້າງ/ຄ່າຕອບແທນ, ຊຶ່ງເປັນບັນຫາສໍາຄັນໃນຫຼາຍປະເທດໃນອາຊີ ລວມທັງປະເທດສະມາຊິກອາຊຽນ. ໂດຍທົ່ວໄປແລ້ວ, ການໃຊ້ເວລາໃນການເຮັດວຽກທີ່ບໍ່ໄດ້ຮັບຄ່າຈ້າງ/ຄ່າຕອບແທນ ຂອງແມ່ຍິງ ແລະ ເດັກຍິງ ແມ່ນບໍ່ດຸ່ນດ່ຽງກັນ ຖ້າທຽບໃສ່ຜູ້ຊາຍ ແລະ ເດັກຊາຍ, ຊຶ່ງກໍ່ໃຫ້ເກີດຂໍ້ຈໍາກັດຕໍ່ໂອກາດໃນດ້ານການສຶກສາ, ການເຮັດວຽກ/ການປະກອບອາຊີບ ແລະ ການມີສ່ວນຮ່ວມໃນສັງຄົມ. ບັນດາກິດຈະກຳ ແລະ ເອກະສານທີ່ຈະສະໜັບສະໜູນ ບູລິມະສິດດັ່ງກ່າວມີ: ກອງປະຊຸມສຸດຍອດການນໍາແມ່ຍິງອາຊຽນ ຄັ້ງທີ 3 ພາຍໃຕ້ຫົວຂໍ້: ເສີມຂະຫຍາຍເສດຖະກິດ ແລະ ຄວາມເຂັ້ມແຂງ ການດູແລແມ່ຍິງ ເພື່ອກ້າວໄປສູ່ປະຊາຄົມອາຊຽນ ຫຼັງປີ 2025, ແລະ ຖະແຫຼງການອາຊຽນ ວ່າດ້ວຍ ການເສີມຂະຫຍາຍເສດຖະກິດ ແລະ ຄວາມເຂັ້ມແຂງ ກ່ຽວກັບການດູແລແມ່ຍິງ ເພື່ອກ້າວໄປສູ່ປະຊາຄົມອາຊຽນ ຫຼັງປີ 2025.

5. ສາທາລະນະສຸກ: ການຫັນໄປສູ່ຄວາມເຂັ້ມແຂງທາງດ້ານສາທາລະນະສຸກຂອງອາຊຽນໃນສະພາບການໃໝ່ – ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສະແດງໃຫ້ເຫັນຄວາມບໍ່ເຂັ້ມແຂງຂອງລະບົບສາທາລະນະສຸກ ຊຶ່ງມີຜົນຕໍ່ສາທາລະນະສຸກ ແລະ ການພັດທະນາເສດຖະກິດ-ສັງຄົມ. ດັ່ງນັ້ນ, ຈຶ່ງມີຄວາມຈຳເປັນໃນການສົ່ງເສີມລະບົບສາທາລະນະສຸກໃຫ້ເຂັ້ມແຂງກວ່າເກົ່າ ເພື່ອຮັບປະກັນການຕອບໂຕ້ຢ່າງທັນການ, ແລະ ການປະກອບສ່ວນຢ່າງວ່ອງໄວ ແລະ ມີປະສິດທິພາບໃນການຟື້ນຟູເສດຖະກິດ-ສັງຄົມ. ບັນດາເອກະສານ ແລະ ກິດຈະກຳ ທີ່ຈະສະໜັບສະໜູນບູລິມະສິດດັ່ງກ່າວປະກອບມີ: ຖະແຫຼງການຂອງຜູ້ນຳອາຊຽນ ກ່ຽວກັບຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບ; ການສ້າງແຜນງານຈັດຕັ້ງປະຕິບັດຖະແຫຼງການຂອງຜູ້ນຳອາຊຽນ ກ່ຽວກັບການຢຸດຕິຄວາມບໍ່ເທົ່າທຽມກັນ ແລະ ການກ້າວໄປສູ່ການຢຸດຕິການແຜ່ລະບາດພະຍາດເອດສ ພາຍໃນປີ 2030; ແລະ ຈັດກິດຈະກໍາສະເຫຼີມສະຫຼອງຄົບຮອບ 10 ປີ ຂອງແຜນການຫຼຸດຜ່ອນໄພຂົ່ມຂູ່ທາງຊີວະພາບອາຊຽນ, ຄວາມຄືບໜ້າເພື່ອຢຸດຕິໂລກເອດສ໌ໃນປີ 2030 ແລະ ການມອບລາງວັນເມືອງປອດຄວັນຢາສູບໃນພາກພື້ນອາຊຽນ.

ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”, ຈະມີການອອກ ຖະແຫຼງການຜູ້ນຳອາຊຽນ ວ່າດ້ວຍ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ໃນໂອກາດ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ໃນເດືອນ ຕຸລາ 2024.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments