Home ຂ່າວຕ່າງປະເທດ UAE ໃຊ້ງົບປະມານ 8 ຕື້ໂດລາ ສ້າງລະບົບລະບາຍນ້ຳຈາກພາຍຸ

UAE ໃຊ້ງົບປະມານ 8 ຕື້ໂດລາ ສ້າງລະບົບລະບາຍນ້ຳຈາກພາຍຸ

0

ຂ່າວສານຫວຽດນາມລາຍງານວ່າ: ໃນວັນທີ 25 ມິຖຸນາ ຜ່ານມາ, ທ່ານ ໂມຮາມເມັດ ບິນ ຣາຊິດ ອັລ ມັກຕູມ ນາຍົກລັດຖະມົນຕີ ສະຫະລັດ ອາຣັບເອມີເຣດ (UAE) ໄດ້ປະກາດໂຄງການ Tasreef ມູນຄ່າ 8 ຕື້ໂດລາ ເພື່ອກໍ່ສ້າງລະບົບລະບາຍນ້ຳຝົນຈາກພາຍຸໃຫຍ່ທີ່ສຸດຢູ່ ດູໄບ. ໂຄງການດັ່ງກ່າວຄາດວ່າຈະສຳເລັດໃນປີ 2033.

ຂ່າວລະບຸວ່າ: ໂຄງການທີ່ມີມູນຄ່າຫຼາຍຕື້ໂດລາ ຄາດວ່າຈະຊ່ວຍປ້ອງກັນການເກີດໄພນໍ້າຖ້ວມທີ່ບໍ່ເຄີຍມີມາກ່ອນ ທີ່ເກີດຂຶ້ນໃນປະເທດທະເລຊາຍແຫ່ງນີ້ເມື່ອສອງເດືອນທີ່ຜ່ານມາ. ຂະໜາດໂຄງການກວມເອົາພື້ນທີ່ທັງໝົດໃນດູໄບ, ຮັບປະກັນໂຄງສ້າງພື້ນຖານທີ່ທົນທານຕໍ່ກັບສິ່ງທ້າທາຍດ້ານສະພາບອາກາດໃນອະນາຄົດ. ໂຄງການດັ່ງກ່າວຄາດວ່າຈະປັບປຸງຄວາມອາດສາມາດຂອງລະບົບລະບາຍນ້ໍາໃນ ດູໄບ ໄດ້ປະມານ 700%, ໂດຍຄາດວ່າຈະມີຄວາມສາມາດໃນການບໍາບັດນ້ຳຫຼາຍກວ່າ 20 ລ້ານແມັດກ້ອນຕໍ່ມື້.

ໃນກາງເດືອນເມສາ, UAE ໄດ້ປະສົບກັບຝົນຕົກໜັກເປັນສະຖິຕິໃນຮອບ 75 ປີ, ເຮັດໃຫ້ລະບົບລະບາຍນ້ຳລະບາຍບໍ່ທັນ, ນໍ້າຖ້ວມຖະໜົນ ແລະ ທີ່ຢູ່ອາໄສຂອງປະຊາຊົນ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 4 ຄົນ. ສະໜາມບິນ ດູໄບ ຊຶ່ງເປັນໜຶ່ງໃນສະໜາມບິນທີ່ມີຖ້ຽວບິນຫຼາຍທີ່ສຸດໃນໂລກ, ໄດ້ປະເຊີນກັບສະຖານະການຮ້າຍແຮງຍ້ອນຂາດລະບົບລະບາຍນ້ຳຝົນ, ເຮັດໃຫ້ການເຄື່ອນຍ້າຍບັນດາຜູ້ໂດຍສານພົບກັບຄວາມຫຍຸ້ງຍາກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version