ກອງປະຊຸມສຸດຍອດ ວ່າດ້ວຍຊັບສິນດ້ານມະນຸດ ຄັ້ງທີ II ປີ 2024 ຂອງ ສປປ ລາວ ຈັດຂຶ້ນໃນວັນທີ 26 ມິຖຸນາ 2024 ທີ່ນະຄອນຫລວງວຽງຈັນ ພາຍໃຕການເປັນປະທາຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ອາເບີໂຕ ໂລດຣີເຈີສ ຫົວໜ້າຝ່າຍພັດທະນາບຸກຄະລາກອນ ປະຈໍາພາກພື້ນ,ທະນາຄານໂລກ, ທ່ານ ອາເລັກຊານເດີ ແຄັມເມີ ຫົວໜ້າຫ້ອງການທະນາຄານໂລກປະຈຳລາວ ແລະ ທ່ານ ນາງ ເພຍ ເຣເບີໂລ ບຣິດໂຕ ຫົວໜ້າ ອົງການອຸຍນີເຊບ ປະຈໍາ ສປປ ລາວ, ມີຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ສອນໄຊ ສີພັນດອນ ໄດ້ມີຄຳເຫັນວ່າ: ກອງປະຊຸມສຸດຍອດ ວ່າດ້ວຍຊັບສິນດ້ານມະນຸດ ມີຄວາມສໍາຄັນຢ່າງຍິ່ງ ເຊິ່ງພວກເຮົາຈະໄດ້ພ້ອມກັນ ປຶກສາຫາລື ແລະ ແລກປ່ຽນ ຄໍາຄິດຄໍາເຫັນ ກ່ຽວກັບການພັດທະນາຊັບສິນດ້ານມະນຸດ ໃນໄລຍະຜ່ານມາ ແລະ ຊອກຫາທິດທາງ, ວິທີການ ແລະ ມາດຕະການ ເພື່ອປັບປຸງໃນຕໍ່ໜ້າ ໂດຍການມີສ່ວນຮ່ວມ ຂອງທຸກພາກສ່ວນໃນສັງຄົມ ລວມທັງການສະໜັບສະໜູນຊ່ວຍເຫລືອ ຈາກສາກົນ ແລະ ຄູ່ຮ່ວມພັດທະນາຕ່າງໆ ເຊິ່ງມື້ນີ້ຈະໄດ້ສຸມໃສ່ ດ້ານໂພຊະນາການ ທີ່ກຳລັງເປັນສິ່ງທີ່ທົ່ວໂລກ ລວມທັງ ສປປ ລາວ ພວກເຮົາໄດ້ໃຫ້ຄວາມສຳຄັນ. ພ້ອມນີ້໊, ທ່ານຍັງໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ບັນດາແຂວງ, ຂັ້ນສູນກາງ, ບັນດາຄູ່ຮ່ວມພັດທະນາ ແລະ ການຈັດຕັ້ງທຸກພາກສ່ວນໃນສັງຄົມ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃນການພັດທະນາຊັບສິນດ້ານມະນຸດ ຂອງ ສປປ ລາວ ໃນໄລຍະຜ່ານມາ.
ການປະກອບສ່ວນຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ຂອງບັນດາທ່ານ ໄດ້ເຮັດໃຫ້ ສປປ ລາວ ສາມາດຍາດໄດ້ຜົນສໍາເລັດ ແລະ ມີຄວາມຄືບໜ້າຫຼາຍດ້ານ ເປັນຕົ້ນ ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ; ຂອບໃຈມາຍັງຄູ່ຮ່ວມພັດທະນາ ແລະ ທຸກ ພາກສ່ວນໃນສັງຄົມ ທີ່ໄດ້ປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດແຜນງານໜຶ່ງດຽວ ໃນການແກ້ໄຂພາວະຂາດໂພຊະນາການໃນໄລຍະຜ່ານມາ ເຊິ່ງພວກເຮົາສາມາດຍາດໄດ້ຜົນສຳເລັດດີພໍສົມຄວນ ເປັນຕົ້ນແມ່ນ ການຫລຸດດຜ່ອນພາວະຂາດໂພຊະນາການໃນສອງທົດສະວັດທີ່ຜ່ານມາ, ການຫລຸດຜ່ອນພາວະຂາດໂພຊະນາການຂອງແມ່ຍິງ ແລະ ເດັກນ້ອຍ ແມ່ນໄດ້ຮັບການປັບປຸງໃຫ້ດີຂຶ້ນເຊັ່ນ: ອັດຕາການລ້ຽງລູກດ້ວຍນໍ້ານົມແມ່ພຽງຢ່າງດຽວແຕ່ມື້ເກີດຮອດ 6 ເດືອນ ເພີ່ມຈາກ 44.9% ໃນປີ 2017 ມາເປັນ 50.6% ໃນປີ 2022 ແລະ ອັດຕາໂພຊະນາການເກີນ (ນ້ຳໜັກເກີນເກນ) ຫລຸດລົງຈາກ 3,5% ໃນປີ 2017 ມາເປັນ 2.5% ໃນປີ 2023 (LSISIII).
ພ້ອມນີ້, ກໍຍັງມີຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍດ້ານ ເປັນຕົ້ນທາງດ້ານເສດຖະກິດ-ການເງິນ, ການພັດທະນາຊັບພະຍາກອນມະນຸດ, ການປົກປັກຮັກສາສິ່ງແວດລ້ອມ ແລະ ອື່ນໆ ເຊິ່ງຈະຕ້ອງໄດ້ໃຊ້ເວລາພໍສົມຄວນ ເພື່ອຟື້ນຟູການພັດທະນາ ໃຫ້ສາມາດບັນລຸໄດ້ຕາມເປົ້າ ໝາຍການພັດທະນາຂອງປະເທດ ໂດຍສະເພາະ ຍັງມີຫລາຍຄາດໝາຍ ຕົວຊີ້ບອກດ້ານໂພຊະນາການ ທີ່ຕ້ອງໄດ້ສຸມໃສ່ ເຊັ່ນ: ອັດຕາລວງສູງບໍ່ໄດ້ມາດຕະຖານໃນເດັກອາຍຸຕໍ່າກວ່າ 5 ປີ ແມ່ນມີຄວາມຄວາມໜ້າຊ້າ(ໂດຍຫລຸດລົງພຽງແຕ່ 0.2% ຈາກ 33% ໃນປີ 2017 ມາຢູ່ 32.8% ໃນປີ 2023), ອັດຕາຂອງນໍ້າໜັກເດັກເກີດໃໝ່ຕໍ່າກວ່າເກນມາດຕະຖານ ແລະ ອັດຕາເດັກຂາດສານອາຫານກະທັນຫັນ (ຈ່ອຍຜອມ) ແມ່ນມີທ່າອ່ຽງເພີ່ມຂຶ້ນເກືອບສອງເທົ່າຕົວ ຈາກປີ 2011 ທຽບໃສ່ປະຈຸບັນ?. ນອກນັ້ນ, ພາວະຂາດສານອາຫານຍັງເປັນບັນຫາໃຫຍ່ທີ່ ສປປ ລາວ ກໍາລັງຜະເຊີນ ໂດຍສະເພາະໃນໄລຍະ 1.000 ວັນທໍາອິດຂອງຊີວິດ (ນັບຕັ້ງແຕ່ມື້ທີ່ແມ່ຍິງຖືພາ ຈົນເຖິງມື້ທີ່ລູກຂອງລາວອາຍຸ 2 ປີ) ເຊິ່ງມັນຮຽກຮ້ອງໃຫ້ມີແຜນການ ແລະ ແຜນງານ ໃນການສຸມໃສ່ຈັດຕັ້ງປະຕິບັດຢ່າງຮີບດ່ວນ ເພື່ອປັບປຸງໂພຊະນາການຂອງແມ່ຍິງ ແລະເດັກນ້ອຍ.
ທ່ານນາຍົກລັດຖະມົນຕີ ຍັງໃຫ້ຮູ້ອີກວ່າ: ລັດຖະບານ ສປປ ລາວ ມີຄວາມໝາຍໝັ້ນຢ່າງເຕັມທີ່ ຕໍ່ການຈັດຕັ້ງປະຕິບັດນະໂຍບາຍດຳເນີນງານແບບຮອບດ້ານ ເພື່ອຮັບມືກັບສະພາບການຂາດໂພຊະນາການໃນແມ່ຍິງ ແລະ ເດັກນ້ອຍ (ໂດຍສະເພາະ ອັດຕາລວງສູງບໍ່ໄດ້ມາດຕະຖານ ຂອງເດັກອາຍຸຕໍ່າກວ່າ 5 ປີ) ໂດຍການມີສ່ວນຮ່ວມຂອງຫລາຍຂະແໜງການ ແຕ່ສູນກາງຮອດທ້ອງຖິ່ນ, ພາກສ່ວນສັງຄົມ ແລະ ຄູ່ຮ່ວມພັດທະນາ, ມາດຕະການຫລາຍຢ່າງທີ່ຈະຕ້ອງໄດ້ປະຕິບັດ ເພື່ອໃຫ້ມີການປັປປຸງໂພຊະນາການຂອງແມ່ຍິງ ແລະ ເດັກນ້ອຍ ແຕ່ຂ້າພະເຈົ້າຂໍມີຍົກບາງອັນ ຄື: ກຳນົດບູລິມະສິດຂອງວຽກງານໂພຊະນາການ ແລະ ເຊື່ອມສານເຂົ້າເປັນໜຶ່ງໃນບູລິມະສິດ ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເພື່ອໃຫ້ ພາກສ່ວນກ່ຽວຂ້ອງ ມີສ່ວນຮ່ວມເປັນເຈົ້າການໃນການຈັດຕັ້ງປະຕິບັດ ບັນດາມາດຕະການຫລຸດຜ່ອນພາວະຂາດໂພຊະນາການໃຫ້ມີຜົນສຳເລັດ; ສຶບຕໍ່ໍ່ຈັດຕັ້ງປະຕິບັດແຜນການງານໜຶ່ງດຽວ.
ດ້ານໂພຊະການໂດຍການມີສ່ວນຮ່ວມຈາກຫລາຍຂະແໜງການເຊັ່ນ: ຂະແໜງການສາທາລະນະສຸກ, ສຶກສາ, ກະສິກຳ, ນ້ຳ, ສຸຂາພິບານ ແລະ ສຸຂະອະນາໄມ(WASH) ໃນການຮັບປະກັນໃຫ້ເດັກນ້ອຍທຸກຄົນໄດ້ເຂົ້າເຖິງການບໍລິການດ້ານໂພຊະນາການທີ່ຈຳເປັນ ແລະ ມີຜົນໄດ້ຮັບສູງ; ສືບຕໍ່ປະຕິຮູບ ແລະ ປັບປຸງນະໂຍບາຍພ້ອມທັງການຈັດຕັ້ງປະຕິບັດແຜນງານຈາກຂັ້ນສູນກາງລົງຮອດທ້ອງຖິ່ນ ໂດຍສະເພາະແມ່ນເພີ່ມຄວາມເປັນເຈົ້າການດ້ານນຳພາ, ຍົກລະດັບຄວາມອາດສາມາດໃນການບໍລິຫານຢ່າງມີປະສິດທິພາບ ແລະ ຄວາມຍືນຍົງຂອງແຜນງານ.