Wednesday, October 23, 2024
Homeຂ່າວການເມືອງອາຊຽນ ສ້າງຖະແຫລງການ ກ່ຽວກັບການເຄື່ອນຍ້າຍແຮງງານ ແລະ ການພັດທະນາສີມື ໃຫ້ແກ່ແຮງງານເຄື່ອນຍ້າຍ

ອາຊຽນ ສ້າງຖະແຫລງການ ກ່ຽວກັບການເຄື່ອນຍ້າຍແຮງງານ ແລະ ການພັດທະນາສີມື ໃຫ້ແກ່ແຮງງານເຄື່ອນຍ້າຍ

ກອງປະຊຸມສ້າງຖະແຫລງການອາຊຽນ ກ່ຽວກັບການເຄື່ອນຍ້າຍແຮງງານ, ການຮັບຮູ້ ແລະ ການພັດທະນາສີມືແຮງງານໃຫ້ແກ່ແຮງງານເຄື່ອນຍ້າຍ ຈັດຂຶ້ນໃນລະຫວ່າງວັນທີ 24-25 ມິຖຸນາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ເອກກະພາບ ພັນທະວົງ ຮອງເລຂາທິການໃຫ່ຍປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ, ທ່ານ ເບເນດິກໂຕ ເອີເນສໂຕ ບິດໂຕນີໂອ (Benedicto, Ernesto R. Bitonio Jr) ຫົວໜ້າກົມການຈັດຫາງານ ປະເທດຟິລິບປິນ, ຫົວໜ້າເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ (SLOM), ກອງເລຂາອາຊຽນ ແລະ ຄະນະຮັບຜິດ ຊອບ ຈາກບັນດາປະເທດສະມາຊິກອາຊຽນ, ບັນດາອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມ ແລະ ຮັບຟັງລາຍງານຜົນໄດ້ຮັບຂອງ ກອງປະຊຸມຄະນະກຳມະການລະດັບພາກພື້ນ ໃນວັນທີ 29 ເມສາ 2024 ຜ່ານມາ ເພື່ອຜ່ານຮ່າງເນື້ອໃນເບື້ອງຕົ້ນຂອງຖະແຫລງການ (Zero Draft) ເຊິ່ງຮ່າງຂຶ້ນໂດຍທີ່ປຶກສາພາກພື້ນ. ພ້ອມທັງປຶກສາຫາລື ແລະ ປະກອບຄຳເຫັນຕໍ່ຮ່າງຂອບແນວຄວາມຄິດ ຂອງຖະແຫລງການ. ພ້ອມນີ້, ບັນດາປະເທດສະມາຊິກອາຊຽນ ຍັງໄດ້ປະກອບຄຳຄິດຄໍາເຫັນຕໍ່ບັນຫາ, ສິ່ງທ້າທາຍ ແລະ ແຜນການຕໍ່ໜ້າ, ສະເໜີອະນຸມັດຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ ສ້າງຮ່າງຖະແຫລງການອາຊຽນ ວ່າດ້ວຍການເຄື່ອນຍ້າຍແຮງງານ, ການພັດທະນາ ແລະ ຮັບຮູ້ສີມືແຮງງານ ຂອງແຮງງານເຄື່ອນຍ້າຍ.

ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ: ປັດຈຸບັນ, ການເຄື່ອນຍ້າຍແຮງງານພາຍໃນພາກພື້ນອາຊຽນ ກໍຄື ສາກົນ ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ. ສະພາບດັ່ງກ່າວ, ເປັນທັງສີ່ງທ້າທາຍ ແລະ ກາລະໂອກາດ ໃນການພັດທະນາເສດຖະກິດຂອງພາກພື້ນອາຊຽນ, ກາລະໂອກາດດ້ານການແຮງງານເຄື່ອນຍ້າຍ ມີບົດບາດສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ພາກພື້ນອາຊຽນ ໂດຍມີອັດຕາການຈ້າງງານກວມເອົາຫລາຍກວ່າ 25% ການຈ້າງງານທັງໝົດຂອງພາກພື້ນ ແລະ ສ້າງລາຍຮັບຫລາຍກວ່າ 2,3 ພັນຕື້ໂດລາສະຫະລັດ, ກະຕຸ້ນໃຫ້ມີການແລກປ່ຽນດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ການພັດທະນາສີມືແຮງງານພາຍໃນພາກພື້ນ. ແນວໃດກໍຕາມ, ຄຽງຄູ່ກັບກັບກາລະໂອກາດດັ່ງກ່າວ, ການພັດທະນາ ແລະ ການຮັບຮູ້ສີມືແຮງງານ ລວມທັງການກຳນົດຄ່າຕອບແທນ ແລະ ເງື່ອນໄຂການເຮັດວຽກທີ່ມີຄຸນຄ່າ ແລະ ເປັນທຳ ຂອງແຮງງານເຄື່ອນຍ້າຍຍັງເປັນສີ່ງທ້າທາຍ.

ການສ້າງຖະແຫລງການວ່າດ້ວຍການ ເຄື່ອນຍ້າຍ, ຮັບຮູ້ ແລະ ພັດທະນາສີມືແຮງງານ ຂອງແຮງງານເຄື່ອນຍ້າຍ ມີຄວາມສຳຄັນ ແລະ ເປັນການລິເລີ່ມທີ່ດີໃນຈັດຕັ້ງຜັນຂະຫຍາຍບັນດາເຈດຈຳນົງ ທີ່ກຳນົດໃນຖະແຫລງການ ແລະ ຂອບຂອງອາຊຽນ ຜ່ານມາທີ່ກ່ຽວຂ້ອງກັບຫົວຂໍ້ການປົກປ້ອງສິດທິຂອງແຮງງານເຄື່ອນຍ້າຍ, ການຮັບຮູ້ສີມືແຮງງານ ແລະ ການພັດທະນາ, ການເຕີບໂຕຂອງເສດຖະກິດ-ສັງຄົມ ແລະ ການພັດທະນາແບບຍືນຍົງຂອງບັນດາປະເທດສະມາຊິກອາຊຽນ. ພ້ອມນີ້, ທ່ານຍັງ ໄດ້ສະແດງຄວາມຂອງໃຈ ຕໍ່ການສະໜັບສະໜູນດ້ານງົບປະມານ ແລະ ວິຊາການ ຈາກອົງການແຮງງານສາກົນ (ILO), ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ແລະ ກອງເລຂາອາຊຽນ ທີ່ໄດ້ຄົ້ນຄວ້າ ແລະ ຮ່າງເນື້ອໃນຖະແຫລງການ ດັ່ງກ່າວ.

ຂໍ້ມູນ-ພາບ: ຂ່າວສານ ຮສສ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments