Home ຂ່າວໜ້າໜຶ່ງ ຫ້ອງວ່າການສູນກາງພັກ ເຜີຍແຜ່ 2 ມະຕິ ສຳຄັນຂອງພັກ-ຂອງຊາດ

ຫ້ອງວ່າການສູນກາງພັກ ເຜີຍແຜ່ 2 ມະຕິ ສຳຄັນຂອງພັກ-ຂອງຊາດ

0

ຫ້ອງວ່າການສູນກາງພັກ ໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ແລະ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃນວັນທີ 24 ມິຖຸນາ 2024 ໂດຍການເຜີຍແຜ່ຂອງ ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ ແລະ ສະຫາຍ ຜາຄຳ ອິນແສງ ກຳມະການປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກ ງານ-ລັດຖະກອນ ພາຍໃນຫ້ອງວ່າການສູນກາງພັກ ເຂົ້າຮ່ວມ.

ສະຫາຍ ທອງສະລິດ ມັງໜໍ່ເມກ ໄດ້ເຜີຍແຜ່ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ໂດຍໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງ ຄົມ, ແຜນງົບປະມານ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸງຍາກ ດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເຊິ່ງກອງປະຊຸມ ໄດ້ຕີລາຄາ ແລະ ຍົກໃຫ້ເຫັນແຈ້ງສິ່ງທ້າທາຍ, ກາລະໂອກາດ ແລະ ການແກ້ໄຂບັນຫາຮີບດ່ວນ ເປັນຕົ້ນ ການແກ້ໄຂຄວາມເຄັ່ງຮ້ອນ ດ້ານເສດຖະກິດ-ການເງິນ, ແກ້ໄຂອັດຕາເງິນເຟີ, ອັດຕາແລກປ່ຽນ, ແກ້ໄຂໜີ້ສິນ ແລະ ສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍ ໃຫ້ແກ່ການລົງທຶນ ແລະ ການດຳເນີນທຸລະກິດ, ລວມເຖິງ ການແກ້ໄຂທຸກການທ່ວງດຶງ, ຂອດຂັ້ນ, ລະບຽບການ, ກົດໝາຍ ທີ່ຍັງເປັນອຸປະສັກກີດຂວາງ, ຊັກຊ້າ, ບໍ່ໂປ່ງໃສ ໃຫ້ຕົກໄປ, ການຍູ້ແຮງການຄຸ້ມຄອງການລົງທຶນ ໃຫ້ຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ, ຍູ້ແຮງການຜະລິດ ເປັນສິນຄ້າ, ຄຸ້ມຄອງລາຄາສິນຄ້າ ແລະ ຊຸກຍູ້ການນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ເຂົ້າໃນການຜະລິດເປັນສິນຄ້າໃຫ້ຫລາຍຂຶ້ນ. ພ້ອມນີ້, ສະຫາຍຍັງໄດ້ຍົກໃຫ້ເຫັນ ການປະຕິຮູບລັດວິສາຫະກິດ, ການຍົກສູງຄຸນນະພາບ ການດຳເນີນຄະດີຕາມຂະບວນຍຸຕິທຳ, ການປັບປຸງຄຸນນະພາບການສຶກສາ ແລະ ການແກ້ໄຂບັນຫາການປະລະການຮຽນ, ການຂາດແຄນຄູສອນ ແລະ ການກະກຽມເອກະສານຕົ້ນຕໍ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.

ໂອກາດດຽວກັນ, ສະຫາຍ ຜາຄຳ ອິນແສງ ໄດ້ໃຫ້ກຽດເຜີຍແຜ່ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໂດຍໄດ້ຍົກໃຫ້ເຫັນ ຄວາມຈຳເປັນໃນການອອກມະຕິ, ແນວຄິດຊີ້ນຳ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ການເພີ່ມທະວີແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ສ້າງຄວາມເຂັ້ມແຂງໃຫ້ແກ່ການຜະ ລິດ, ການບໍລິການ, ລະບົບການເງິນ-ເງິນຕາ ແລະ ການຄຸ້ມຄອງບໍລິຫານລັດ ເພື່ອເປັນພື້ນຖານໃຫ້ແກ່ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຢ່າງມີບາດກ້າວທີ່ໜັກແໜ້ນ. ພ້ອມທັງ ຍົກໃຫ້ເຫັນ ການຈັດຕັ້ງປະຕິບັດ. ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ແມ່ນການຍົກສູງສະຕິຊາດ, ເສີມຂະຫຍາຍສະຕິປັນຍາ, ກຳລັງແຮງ ແລະ ຄວາມສາມາດແຂ່ງຂັນ ຂອງຄົນໃນຊາດ ເພື່ອຂຸດຄົ້ນ ທາແຮງບົ່ມຊ້ອນ ດ້ານຊັບພະຍາກອນມະນຸດ, ຊັບພະຍາກອນທໍາມະຊາດ, ທີ່ຕັ້ງພູມສັນຖານ, ວັດທະນະ ທຳ-ສັງຄົມ ຢ່າງມີການວາງແຜນ, ມີຍຸດທະສາດ ແລະ ຄຳນຶງເຖິງປະສິດທິພາບ, ປະສິດທິຜົນ ແລະ ຄວາມຄຸ້ມຄ່າ ຂອງການນຳໃຊ້ຄວາມສາມາດບົ່ມຊ້ອນ ຂອງຊັບພະຍາກອນ ທີ່ມີເພື່ອຕອບສະໝອງ ໃຫ້ແກ່ການປົກປັກຮັກສາປະເທດຊາດ ແລະ ການພັດທະນາທີ່ຍືນຍົງ, ສ້າງຄວາມຢູ່ດີກິນດີ ໃຫ້ປະຊາ ຊົນພາຍໃນຊາດ, ເຮັດໃຫ້ປະເທດຊາດ ມີສະຖຽນລະພາບ ທາງດ້ານການເມືອງ ແລະ ຄວາມໝັ້ນຄົງ ຢ່າງໜັກແໜ້ນ, ສັງຄົມ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.

ສະຫາຍ ຜາຄຳ ອິນແສງ ຍັງໃຫ້ຮູ້ອີກວ່າ: ຢາກສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນເງື່ອນໄຂເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໄດ້ດີນັ້ນ, ນອກຈາກ ເປັນເຈົ້າການພັດທະນາຊັບພະຍາ ກອນມະນຸດແລ້ວ ຍັງຕ້ອງມີການພັດທະນາພື້ນຖານການຜະລິດ, ການບໍລິການ, ສ້າງໃຫ້ມີຜະລິດຕະພັນທີ່ຫລາກຫລາຍ, ພັດທະນາລະບົບການເງິນ-ເງິນຕາ ໃຫ້ເຂັ້ມແຂງ ແລະ ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ; ສຸມໃສ່ສ້າງພື້ນຖານການຜະລິດ ໃຫ້ໜັກແໜ້ນ, ເຂັ້ມແຂງ, ມີສິນຄ້າອຸປະໂພກ-ບໍລິໂພກ ພຽງພໍຕອບສະໜອງພື້ນຖານການດຳລົງຊີວິດ ຂອງສັງຄົມລາວ ໂດຍບໍ່ເພິ່ງພາຈາກ ພາຍນອກດ້ານດຽວ ກ້າວໄປສູ່ການຜະລິດ ເພື່ອສົ່ງອອກ ແລະ ເກາະກ່າຍເປັນຕ່ອງໂສ້ ໃນລະບົບການຜະລິດ ຂອງພາກພື້ນ ແລະ ສາກົນ, ສ້າງມູນຄ່າເພີ່ມໃຫ້ແກ່ການສົ່ງອອກສິນຄ້າ, ປຸງແຕ່ງຊັບພະຍາກອນ ທີ່ເປັນທ່າແຮງຂອງປະເທດ ໂດຍນຳໃຊ້ເຕັກນິກ-ເຕັກໂນໂລຊີທີ່ທັນສະໄໝ ແລະ ອື່ນໆ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version