Home ຂ່າວຕ່າງປະເທດ ອີຣັກ ປະສົບກັບຄື້ນຄວາມຮ້ອນ ເຮັດໃຫ້ອຸນຫະພູມເກີນ 50 ອົງສາ

ອີຣັກ ປະສົບກັບຄື້ນຄວາມຮ້ອນ ເຮັດໃຫ້ອຸນຫະພູມເກີນ 50 ອົງສາ

0

ຂ່າວຕ່າງປະເທດລາຍງານ ໃນວັນທີ 19 ມິຖຸນາ ຜ່ານມາ, ຖະແຫຼງການຂອງອົງການອຸຕຸນິຍົມ ແລະແຜ່ນດິນໄຫວຂອງອີຣັກ ກ່າວວ່າ: ຄື້ນຄວາມຮ້ອນກຳລັງແຜ່ປົກຄຸມໄປທົ່ວອີຣັກ ສົ່ງຜົນເຮັດໃຫ້ອຸນຫະພູມໃນຫຼາຍແຂວງເພີ່ມຂຶ້ນສູງເຖິງ 50 ອົງສາໃນວັນທີ 18 ມິຖຸນາ ຜ່ານມາ.

ລາຍງານລະບຸວ່າ: ອຸນຫະພູມທີ່ຮ້ອນທີ່ສຸດສູງເຖິງ 51 ອົງສາ, ໄດ້ຖືກບັນທຶກໄວ້ໃນແຂວງດິກາຣ. ໃນຂະນະດຽວກັນ, ແຂວງເມຊານ, ບາສະຣາ ແລະ ມຸດຮັນນາ ມີອຸນຫະພູມ50 ອົງສາ.

ກ່ອນໜ້ານີ້, ອົງການອຸຕຸນິຍົມ ແລະແຜ່ນດິນໄຫວໄດ້ອອກຄໍາເຕືອນໃນໜ້າເຟສບຸກຂອງຕົນ ໃຫ້ປະຊາຊົນຫຼີກເວັ້ນການຖືກແສງຕາເວັນໂດຍກົງແລະແນະນຳໃຫ້ຜູ້ຄົນຢູ່ເຮືອນໃນໄລຍະທີ່ອາກາດຮ້ອນຫຼາຍ.

ອີຣັກ ປະສົບກັບລະດູຮ້ອນທີ່ມີອາກາດຮ້ອນຫຼາຍເປັນປະຈຳ ໂດຍມີອຸນຫະພູມສູງກວ່າ 50 ອົງສາ, ເຮັດໃຫ້ບາງຄັ້ງລັດຖະບານໄດ້ກໍານົດວັນພັກສໍາລັບສະຖາບັນຕ່າງໆ ພາຍໃຕ້ຂອບເຂດສິດຂອງຕົນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version